ຕະຫຼອດໄລຍະເວລາຫຼາຍກວ່າ 10 ປີ ທີ່ ທ. ສັກດາພອນ ແກ້ວພະຈັນ ຜູ້ກໍ່ຕັ້ງ Green Luangprabang ໄດ້ລົງພື້ນທີ່ເຮັດວຽກດ້ານສິ່ງແວດລ້ອມໃນຫຼວງພະບາງ ແລະ ອີກຫຼາຍແຂວງ. ພາບທີ່ລາວເຫັນຈົນຊິນຕາຄື ກອງຂີ້ເຫຍື້ອພລາສຕິກ, ໂດຍສະເພາະ “ຝາກະຕຸກນໍ້າ” ທີ່ມັກຈະຫຼຸດລອດອອກສູ່ທຳມະຊາດໄດ້ງ່າຍທີ່ສຸດຍ້ອນຂະໜາດທີ່ນ້ອຍຂອງມັນ. ໃນທາງກົງກັນຂ້າມ, ເມື່ອລາວລົງໄປຕາມໂຮງຮຽນໃນເຂດຫ່າງໄກ, ລາວພັດພົບເຫັນເດັກນ້ອຍທີ່ຂາດແຄນໂຕະຕັ່ງນັ່ງຮຽນ.
“ເຮົາຈະປ່ອຍໃຫ້ມັນເປັນແບບນີ້ຕໍ່ໄປບໍ່ໄດ້ແລ້ວ” ນັ້ນຄືສຽງທີ່ດັງຂຶ້ນໃນໃຈຂອງລາວ. ໂຄງການ Trash2Table ຈຶ່ງຖືກສ້າງຂຶ້ນມາ ເພື່ອເຊື່ອມໂຍງສອງບັນຫານີ້ ໃຫ້ກາຍເປັນທາງອອກດຽວກັນ: ນຳເອົາຝາກະຕຸກທີ່ປອດໄພ ແລະ ແຂງແຮງ (ປະເພດ HDPE/PP) ມາລີໄຊເຄິນເປັນໜ້າໂຕະຮຽນ.
ແຕ່ການປ່ຽນຂີ້ເຫຍື້ອໃຫ້ເປັນເຄື່ອງເຮືອນ ມັນບໍ່ໄດ້ງ່າຍຄືກັບການເສກມົນຄາຖາ. ໂຕະໜ່ວຍທຳອິດຄື “ບົດຮຽນລາຄາແພງ”. ທີມງານຕ້ອງປະເຊີນກັບບັນຫາເຕັກນິກນັບບໍ່ຖ້ວນ ທັງອຸນຫະພູມທີ່ເຮັດໃຫ້ສີບໍ່ສະເໝີ, ການຈັດລວດລາຍ, ແລະ ໄລຍະເວລາການແຫ້ງຂອງນໍ້າຢາເລຊິນ. ພວກເຂົາຕ້ອງລອງຜິດລອງຖືກຮ່ວມກັບບໍລິສັດ ປະຕິຮູບ ຄັ້ງແລ້ວຄັ້ງເລົ່າ.
ແຕ່ສິ່ງທີ່ເຮັດໃຫ້ ສັກດາພອນ ບໍ່ຍອມລົ້ມເລີກ ຄືຄວາມຄິດທີ່ວ່າ: “ໂຕະເຫຼົ່ານີ້ຈະຖືກນຳໄປໃຫ້ເດັກນ້ອຍໃຊ້ ມັນຕ້ອງປອດໄພ 100%, ບໍ່ມີຂອບຄົມ, ແລະ ຕ້ອງທົນທານ.” ຄວາມອົດທົນໃນມື້ນັ້ນ ໄດ້ອອກດອກອອກຜົນເປັນໂຕະຮຽນທີ່ແຂງແຮງ ແລະ ສວຍງາມໃນມື້ນີ້.
ຄວາມທ້າທາຍໃຫຍ່ໃນ ໄລຍະທີ່ 1 (ປີ 2025) ຄືການຂົນສົ່ງຝາກະຕຸກຈາກຕ່າງແຂວງ. ແຕ່ເມື່ອຜົນງານຂອງໂຄງການຖືກເຜີຍແຜ່ອອກໄປ ດ້ວຍພະລັງຂອງສື່ສັງຄົມອອນລາຍ ມັນໄດ້ສ້າງແຮງກະຕຸ້ນຈາກສັງຄົມ. ຈົນໃນທີ່ສຸດ, ບໍລິສັດຂົນສົ່ງຍັກໃຫຍ່ຢ່າງ “ຮຸ່ງອາລຸນ ຂົນສົ່ງ” ໄດ້ຕິດຕໍ່ມາສະເໜີຕົວຊ່ວຍເຫຼືອ ໂດຍການ ຮັບສົ່ງຝາກະຕຸກໃຫ້ຟຣີທົ່ວປະເທດໃນ ໄລຍະ 2 (ປີ 2026).
“ນີ້ຄືຫົວໃຈຂອງໂຄງການ ມັນປ່ຽນຈາກຄວາມເປັນໄປບໍ່ໄດ້ ໃຫ້ກາຍເປັນພະລັງທີ່ຍິ່ງໃຫຍ່” ສັກດາພອນ ກ່າວດ້ວຍຄວາມຕື້ນຕັນ. ພາບພັດສະດຸບັນຈຸຝາກະຕຸກຫຼັ່ງໄຫຼມາຈາກທົ່ວທຸກສາລະທິດ ເປັນເຄື່ອງພິສູດວ່າ: ຄົນລາວພ້ອມທີ່ຈະຮັກສາສິ່ງແວດລ້ອມສະເໝີ ຂໍພຽງແຕ່ມີໂຄງການທີ່ພວກເຂົາເຊື່ອໝັ້ນ !
ພະລັງຂອງຊຸມຊົນ ບໍ່ແມ່ນການທີ່ຄົນຄົນໜຶ່ງເຮັດສິ່ງທີ່ຍິ່ງໃຫຍ່ ແຕ່ແມ່ນຄົນນັບໝື່ນຊ່ວຍກັນເກັບຝາກະຕຸກຄົນລະຝາ ມາລວມກັນຈົນກາຍເປັນພະລັງແຫ່ງການປ່ຽນແປງ.
ພາບບັນຍາກາດທີ່ສວຍງາມທີ່ສຸດເກີດຂຶ້ນໃນມື້ທີ່ທີມງານນຳເອົາໂຕະ-ຕັ່ງ ໄປສົ່ງມອບໃຫ້ໂຮງຮຽນ ມສ. ເດັກກໍ່າພ້າ ແຂວງຫຼວງພະບາງ. ເດັກນ້ອຍທີ່ບໍ່ເຄີຍເຫັນໂຕະຮຽນທີ່ມີລວດລາຍສີສັນສົດໃສຄືງານສິລະປະມາກ່ອນ ຕ່າງພາກັນເຂົ້າມາລູບຄຳດ້ວຍຄວາມຕື່ນເຕັ້ນ ແລະ ພາກພູມໃຈ. ເມື່ອພວກເຂົາຮູ້ວ່າ ໂຕະທີ່ສວຍງາມນີ້ມາຈາກ “ຂີ້ເຫຍື້ອ”, ແວວຕາແຫ່ງຄວາມສຸກ ແລະ ຄວາມຕື່ນຕາຕື່ນໃຈກໍຈຸດປະກາຍຂຶ້ນ.
“ຮອຍຍິ້ມຂອງນ້ອງໆໃນມື້ນັ້ນ ຄືລາງວັນທີ່ຍິ່ງໃຫຍ່ທີ່ສຸດ ມັນເຮັດໃຫ້ຄວາມອິດເມື່ອຍທັງໝົດຫາຍໄປກະທັນຫັນ”
Trash2Table ໄດ້ປ່ຽນຄຳນິຍາມຂອງຄຳວ່າ “ຂີ້ເຫຍື້ອ” ໃຫ້ກາຍເປັນ “ຊັບພະຍາກອນທີ່ມີຄຸນຄ່າ” ສ້າງຈິດສຳນຶກດ້ານ Circular Economy ໃຫ້ເກີດຂຶ້ນ ໄດ້ຢ່າງແທ້ຈິງ. ໃນອະນາຄົດ, ໂຄງການຍັງມີແຜນຈະຂະຫຍາຍການຜະລິດໄປສູ່ອຸປະກອນກິລາ ແລະ ເຄື່ອງຫຼິ້ນສຳລັບເດັກນ້ອຍອີກດ້ວຍ.
ສຳລັບໃຜທີ່ຢາກສ້າງການປ່ຽນແປງ ແຕ່ບໍ່ຮູ້ຈະເລີ່ມແນວໃດ, ສັກດາພອນ ຝາກຄຳແນະນຳທີ່ຊົງພະລັງວ່າ:
“ຢ່າລໍຖ້າໃຫ້ພ້ອມ, ແຕ່ໃຫ້ເລີ່ມຕົ້ນຈາກສິ່ງເລັກໆນ້ອຍໆທີ່ຢູ່ໃກ້ໂຕ. ຖ້າເຮົາຄິດຈະປ່ຽນໂລກທັນທີ ມັນອາດຈະຍາກ. ແຕ່ຖ້າມື້ນີ້ເຮົາເລີ່ມເກັບຝາກະຕຸກພຽງ 5 ຝາ, ແຍກຂີ້ເຫຍື້ອໃນເຮືອນພຽງ 1 ຖົງ ນັ້ນກໍຄືການເລີ່ມຕົ້ນແລ້ວ. ຂໍພຽງກ້າທີ່ຈະລົງມືເຮັດ, ແລ້ວພະລັງຂອງຄວາມກ້າ ຈະດຶງດູດສັງຄົມເຂົ້າມາຊ່ວຍເຫຼືອເຮົາເອງ.”
ໂຄງການ Trash2Table ຍັງຕ້ອງການການສະໜັບສະໜູນຈາກທຸກພາກສ່ວນ ເພື່ອສືບຕໍ່ສ້າງໂອກາດໃຫ້ເດັກນ້ອຍລາວ.
ທ່ານສາມາດມີສ່ວນຮ່ວມໄດ້ງ່າຍໆ:
ເກັບຝາກະຕຸກ: ສົ່ງມາໃຫ້ໂຄງການໄດ້ຟຣີ ຜ່ານບໍລິສັດ ຮຸ່ງອາລຸນ ຂົນສົ່ງ ທຸກສາຂາທົ່ວປະເທດ.
ສະໜັບສະໜູນທຶນຮອນ: ເພື່ອເປັນຄ່າໃຊ້ຈ່າຍໃນການຜະລິດ, ຊື້ໂຄງເຫຼັກ, ແລະ ຄ່າຂົນສົ່ງໂຕະຮຽນ.
ເປັນອາສາສະໝັກ: ຊ່ວຍຄັດແຍກຝາກະຕຸກ ແລະ ຈັດການພື້ນທີ່ຈັດເກັບ.
ບອກຕໍ່ສັງຄົມ: ເພື່ອສ້າງຈິດສຳນຶກການແຍກຂີ້ເຫຍື້ອໃນສັງຄົມ.
ຕິດຕາມ ແລະ ຕິດຕໍ່ຊ່ວຍເຫຼືອໂຄງການໄດ້ທີ່:
Facebook Page: Green Luangprabang
ເບີໂທຕິດຕໍ່: 020 2324 6519
ທຸກໆການຊ່ວຍເຫຼືອ ບໍ່ວ່າຈະນ້ອຍຫຼືໃຫຍ່ ລ້ວນແຕ່ມີຄຸນຄ່າໃນການສ້າງຮອຍຍິ້ມ ແລະ ອະນາຄົດທີ່ດີກວ່າໃຫ້ກັບເດັກນ້ອຍລາວ.
Lao Youth Radio




