ປາເລົາ ສະເໜີ UN ຂຶ້ນທະບຽນ “ນິໂຄຕິນ” ເປັນວັດຖຸອອກລິດຕໍ່ຈິດປະສາດ – ນໍາທາງໃຫ້ ສປປ ລາວ ກຽມຮັບຜົນປະໂຫຍດໃຫຍ່ ໃນການປາບປາມຢາສູບໄຟຟ້າ !

ລັດຖະບານປະເທດປາເລົາ (Palau) ໄດ້ຍື່ນໜັງສືຢ່າງເປັນທາງການເຖິງ ອົງການສະຫະປະຊາຊາດ (UN) ເພື່ອຮຽກຮ້ອງໃຫ້ພິຈາລະນານຳເອົາ “ນິໂຄຕິນ” (Nicotine) ເຊິ່ງເປັນສານເສບຕິດໃນຢາສູບ, ຢາສູບໄຟຟ້າ ແລະ ນິໂຄຕິນຊະນິດຖົງ ເຂົ້າຢູ່ພາຍໃຕ້ກົດໝາຍຄວບຄຸມຢາເສບຕິດລະດັບໂລກ.

ປັດຈຸບັນ, ນິໂຄຕິນ ໄດ້ຄ່າຊີວິດປະຊາກອນໂລກຫຼາຍກວ່າ 7 ລ້ານຄົນຕໍ່ປີ. ອົງການອະນາໄມໂລກ (WHO) ຄາດການວ່າ ຖ້າຫາກຍັງບໍ່ມີມາດຕະການຄວບຄຸມທີ່ເດັດຂາດ, ໃນສະຕະວັດນີ້ ຈະມີຄົນທົ່ວໂລກເສຍຊີວິດຍ້ອນພະຍາດທີ່ເກີດຈາກການໃຊ້ຢາສູບເຖິງ 1.000 ລ້ານຄົນ.

ທ່ານ Surangel S. Whipps Jr. ປະທານາທິບໍດີປາເລົາ ໄດ້ອອກມາກ່າວໜັກແໜ້ນວ່າ: “ທຸກໆປີ ມີຄົນນັບລ້ານຕາຍຍ້ອນຢາສູບ ແລະ ມີຫຼາຍກວ່າ 1.000 ລ້ານຄົນທີ່ຕິດນິໂຄຕິນ ເຊິ່ງສ່ວນໃຫຍ່ເລີ່ມຕິດມາຕັ້ງແຕ່ຍັງເປັນເດັກນ້ອຍ. ພວກເຮົາຈະປ່ອຍໃຫ້ເປັນແບບນີ້ຕໍ່ໄປບໍ່ໄດ້! ພວກເຮົາຂໍຮຽກຮ້ອງໃຫ້ລັດຖະບານທົ່ວໂລກ ຮ່ວມກັນສະເໜີຕໍ່ UN ໃຫ້ປະຕິບັດຕໍ່ນິໂຄຕິນ ໃນຖານະຢາພິດທີ່ເຮັດໃຫ້ເສບຕິດ ຕາມສະພາບຄວາມເປັນຈິງ”.

ເປັນຫຍັງຕ້ອງຄວບຄຸມນິໂຄຕິນຢ່າງເຄັ່ງຄັດ?

ນິໂຄຕິນ ຖືເປັນໜຶ່ງໃນສານເສບຕິດອັນຕະລາຍບໍ່ເທົ່າໃດຊະນິດ ທີ່ຍັງບໍ່ທັນຢູ່ພາຍໃຕ້ກົດໝາຍຄວບຄຸມຢາເສບຕິດຂອງ UN (ຕາມອະນຸສັນຍາວ່າດ້ວຍວັດຖຸອອກລິດຕໍ່ຈິດປະສາດ ປີ 1971).

ທາງການແພດຂອງສະຫະລັດອາເມລິກາ ໄດ້ປະກາດມາຕັ້ງແຕ່ປີ 1988 ແລ້ວວ່າ ຂະບວນການທີ່ເຮັດໃຫ້ຄົນຕິດນິໂຄຕິນນັ້ນ ມີຄວາມຮ້າຍແຮງເທົ່າກັບການຕິດເຮໂຣອິນ (Heroin) ແລະ ໂຄເຄນ (Cocaine) ເຊິ່ງເປັນຢາເສບຕິດຜິດກົດໝາຍ.

ຖ້າຫາກຂໍ້ສະເໜີຂອງປາເລົາ ໄດ້ຮັບການສະໜັບສະໜູນດ້ວຍສຽງ 2 ໃນ 3 ຂອງກອງປະຊຸມຄະນະກຳມາທິການຢາເສບຕິດແຫ່ງສະຫະປະຊາຊາດ (ຈາກ 53 ປະເທດສະມາຊິກ), ຜະລິດຕະພັນຢາສູບທຸກຊະນິດທີ່ມີນິໂຄຕິນ ລວມທັງຢາສູບໄຟຟ້າ ຈະຖືກຈັດເຂົ້າໃນບັນຊີສານເສບຕິດປະເພດດຽວກັບ ແອມເຟຕາມີນ (Amphetamine) ທັນທີ. ໂດຍການລົງມະຕິໃນເລື່ອງນີ້ ແມ່ນມີກຳນົດຈະຈັດຂຶ້ນໃນເດືອນມີນາ ປີ 2028.

ຜົນປະໂຫຍດທີ່ຈະເກີດຂຶ້ນກັບ ສປປ ລາວ

ສຳລັບ ສປປ ລາວ ແລ້ວ, ຖ້າຫາກ UN ໃຫ້ການຮັບຮອງມະຕິນີ້ໄດ້ແທ້, ສປປ ລາວ ຈະກາຍເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນປະໂຫຍດສູງສຸດ.

ເປັນບ່ອນອີງທາງກົດໝາຍທີ່ແຂງແກ່ນ: ການຍົກລະດັບນິໂຄຕິນຂຶ້ນເປັນວັດຖຸອອກລິດຕໍ່ຈິດປະສາດ ຈະຊ່ວຍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ການຄ້າ ມີອຳນາດທາງກົດໝາຍທີ່ເດັດຂາດຂຶ້ນ ໃນການກວດກາ, ຈັບກຸມ ແລະ ປາບປາມການລັກລອບນຳເຂົ້າ-ຂາຍ ຢາສູບໄຟຟ້າ ໃນທົ່ວປະເທດ.

ປົກປ້ອງເຍົາວະຊົນລາວ: ມາດຕະການນີ້ ຈະກາຍເປັນກຳແພງປ້ອງກັນອັນສຳຄັນ ເພື່ອບໍ່ໃຫ້ເດັກນ້ອຍ, ເຍົາວະຊົນ ແລະ ໄວໜຸ່ມລາວ ຕົກເປັນເຫຍື່ອ ແລະ ຫຼົງເຂົ້າສູ່ວົງຈອນຂອງສານເສບຕິດທີ່ທຳລາຍສະໝອງຊະນິດນີ້ ເພື່ອຮັກສາຊັບພະຍາກອນມະນຸດທີ່ສຳຄັນຂອງຊາດໄວ້.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles