ວັນທີ 13 ມິຖຸນາ 2026 ທີ່ຜ່ານມາ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາ 1 ຢູ່ສະຖານທີ່ລັກລອບຄ້າຂາຍຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມ ຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ.
ຜ່ານການລົງກວດກາຕົວຈິງ ເຈົ້າໜ້າທີ່ໄດ້ພົບເຫັນການລັກລອບຄ້າຂາຍຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມ ພາຍໃນສະຖານທີ່ດັ່ງກ່າວ ຂອງກາງທີ່ກວດພົບ ແລະ ໄດ້ກັກຢຶດໄວ້ ປະກອບມີ: ສິ່ງຂອງຄ້າຍຄືງາຊ້າງ ຈຳນວນ 968 ອັນ ມີນໍ້າໜັກ 21,57 ກິໂລກຣາມ ສິ່ງຂອງຄ້າຍຄືບີສັດ ຈຳນວນ 112 ອັນ ມີນໍ້າໜັກ 14,88 ກິໂລກຣາມ ສິ່ງຂອງຄ້າຍຄືເກັດລິ່ນ ຈຳນວນ 9 ກັບ ມີນໍ້າ ໜັກ 10,63 ກິໂລກຣາມ ສິ່ງຂອງຄ້າຍຄືນໍແຮດ ຈໍານວນ 559 ອັນ ມີນ້ຳໜັກ 10,07 ກິໂລກຣາມ ສິ່ງຂອງຄ້າຍຄືຜົງໜັງຊ້າງ ຈໍານວນ 79 ກ່ອງ ນໍ້າໜັກ 2,99 ກິໂລກຣາມ ສິ່ງຂອງຄ້າຍຄືບີໝີ ຈໍານວນ 8 ກ່ອງ ນໍ້າໜັກ 0,47 ກິໂລກຣາມ ສິ່ງ ຂອງຄ້າຍຄືຫົວນົກກົກ ຈໍານວນ 2 ອັນ ນໍ້າໜັກ 0,12 ກິໂລກຣາມ ຢາສະໝຸນໄພ ສົງໃສມີສ່ວນປະສົມຂອງສັດປ່າ ຈໍານວນ 700 ຫຼອດ ແລະ ເຄື່ອງຈັກແປຮູບ ຊີ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ ຈຳນວນ 9 ເຄື່ອງ.
ປັດຈຸບັນ ເຈົ້າໜ້າທີ່ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ Lao-WEN ໄດ້ນຳຕົວຜູ້ຖືກຫາ ເຊິ່ງເປັນເພດຊາຍ ສັນຊາດຈີນ ມາດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.
ທີ່ມາ: ວຽງຈັນໃໝ່




