ສຳລັບຫຼາຍໆ ຄົນແລ້ວ “ແມງສາບ” ຄືສິ່ງມີຊີວິດທີ່ໜ້າລັງກຽດ, ໜ້າຢ້ານ ແລະ ເປັນພາຫະນະນຳເຊື້ອໂລກ. ຫຼາຍຄົນອາດເຄີຍຄິດໃນໃຈວ່າ “ຖ້າພວກມັນສູນພັນໄປຈາກໂລກນີ້ໄດ້ກໍຄົງຈະດີ”. ແຕ່ໃນທາງວິທະຍາສາດແລ້ວ ຄວາມຈິງອາດບໍ່ເປັນຄືແນວນັ້ນ! ເພາະການຫາຍໄປຂອງແມງສາບ ອາດໝາຍເຖິງ “ຫາຍະນະ” ຂອງລະບົບນິເວດທົ່ວໂລກ.
ມື້ນີ້ແອັດຈະພາໄປເບິ່ງຜົນການວິໄຈຈາກນັກວິທະຍາສາດ ວ່າຈະເກີດຜົນກະທົບລະດັບຫຍັງແດ່ ຫາກໂລກນີ້ບໍ່ມີແມງສາບອີກຕໍ່ໄປ
1. ວົງຈອນໄນໂຕຣເຈນພັງທະລາຍ: ດິນຂາດສານອາຫານ, ປ່າໄມ້ຢຸດການຈະເລີນເຕີບໂຕ
ແມງສາບສ່ວນໃຫຍ່ທີ່ອາໄສຢູ່ໃນປ່າ (ເຊິ່ງມີເປັນພັນໆ ສາຍພັນ) ເຮັດໜ້າທີ່ເປັນ “ນັກກຳຈັດຂີ້ເຫຍື້ອ” ມື້ໜຶ່ງຂອງໂລກ. ພວກມັນມັກກິນສິ່ງເສດເຫຼືອເຊັ່ນ: ໃບໄມ້ແຫ້ງ, ໄມ້ຜຸ ແລະ ຊາກພືດຕ່າງໆ.
• ຜົນກະທົບ: ນັກວິທະຍາສາດພົບວ່າ ໃນຊາກພືດເຫຼົ່ານັ້ນມີສານ ໄນໂຕຣເຈນກັກເກັບຢູ່ເປັນຈຳນວນຫຼາຍ. ເມື່ອແມງສາບກິນເຂົ້າໄປ ແລະ ຂັບຖ່າຍອອກມາ ສານໄນໂຕຣເຈນຈະຖືກປ່ອຍລົງສູ່ດິນ ເຊິ່ງເປັນປຸ໋ຍທຳມະຊາດທີ່ຈຳເປັນຢ່າງຍິ່ງສຳລັບການຈະເລີນເຕີບໂຕຂອງພືດ ແລະ ປ່າໄມ້.
• ຫາຍະນະ: ຫາກແມງສາບສູນພັນ, ວົງຈອນນີ້ຈະຢຸດສະງັກ, ດິນຈະຂາດຄວາມອຸດົມສົມບູນ, ສົ່ງຜົນກະທົບຮ້າຍແຮງຕໍ່ຜົນຜະລິດທາງການກະເສດ ແລະ ປ່າໄມ້ທົ່ວໂລກ.
2. ຕ່ອງໂສ້ອາຫານຂາດຕອນ: ສັດປ່າຫຼາຍຊະນິດອາດຕ້ອງອົດຢາກ
ເຖິງວ່າເຮົາຈະບໍ່ມັກພວກມັນ ແຕ່ແມງສາບຄື “ອາຫານໂປດ” ແລະ ເປັນແຫຼ່ງໂປຣຕີນທີ່ສຳຄັນຂອງສັດນ້ອຍຫຼາຍຊະນິດ.
• ຜົນກະທົບ: ສັດເລືອຄານ, ສັດເຄິ່ງບົກເຄິ່ງນ້ຳ, ນົກ, ໜູ, ແລະ ແມ່ນກະທັ້ງສັດລ້ຽງລູກດ້ວຍນົມຂະໜາດນ້ອຍ (ເຊັ່ນ: ໂຕຕຸ່ນ) ລ້ວນແຕ່ລ່າແມງສາບເປັນອາຫານ.
• ຫາຍະນະ: ຖ້າແຫຼ່ງອາຫານຫຼັກຢ່າງແມງສາບຫາຍໄປ, ປະຊາກອນຂອງສັດເຫຼົ່ານີ້ຈະຫຼຸດລົງຢ່າງຮ້າຍແຮງ. ເມື່ອສັດນ້ອຍຫຼຸດລົງ, ສັດໃຫຍ່ທີ່ກິນສັດນ້ອຍ (ເຊັ່ນ: ງູ, ແຫຼວ, ຫຼື ສັດລ່າເນື້ອອື່ນໆ) ກໍຈະຂາດອາຫານໄປຕາມໆກັນ ເຮັດໃຫ້ຕ່ອງໂສ້ອາຫານທຳມະຊາດປັ່ນປ່ວນ.
3. ຂີ້ເຫຍື້ອທຳມະຊາດລົ້ນໂລກ: ລະບົບຍ່ອຍສະຫຼາຍເປັນອຳມະພາດ
ນອກຈາກການປ່ຽນສານອາຫານໃຫ້ດິນແລ້ວ, ແມງສາບຍັງເປັນຕົວເລັ່ງຂະບວນການຍ່ອຍສະຫຼາຍທາງຊີວະພາບ.
• ຜົນກະທົບ: ຫາກບໍ່ມີພວກມັນຄອຍກັດແທະ ແລະ ຍ່ອຍສະຫຼາຍຊາກພືດຊາກສັດ, ກອງໃບໄມ້ ແລະ ຊາກສິ່ງມີຊີວິດໃນປ່າຈະສະສົມໜາຂຶ້ນເລື້ອຍໆ ເຊິ່ງອາດໃຊ້ເວລາດົນກວ່າເກົ່າຫຼາຍທົບເທົ່າໃນການຍ່ອຍສະຫຼາຍ ປ່ຽນສະພາບປ່າທີ່ອຸດົມສົມບູນໃຫ້ກາຍເປັນກອງຂີ້ເຫຍື້ອແຫ້ງ.
ແຫຼ່ງອ້າງອີງ:
1. Professor Srini Kambhampati
2. IUCN (International Union for Conservation of Nature)
3. Live Science & BBC Earth




