ວັນທີ 18 ມິຖຸນາ ຂອງທຸກໆປີ ແມ່ນ “ວັນຕໍ່ຕ້ານວາຈາສ້າງຄວາມກຽດຊັງ ສາກົນ” (International Day for Countering Hate Speech) ເຊິ່ງຖືກກຳນົດຂຶ້ນໂດຍອົງການສະຫະປະຊາຊາດ (UN).
ວັນດັ່ງກ່າວນີ້ ມີຄວາມສຳຄັນຫຼາຍໃນຍຸກປັດຈຸບັນ ເພາະວາຈາສ້າງຄວາມກຽດຊັງ (Hate Speech) ທັງໃນຊີວິດຈິງ ແລະ ໃນໂລກອອນລາຍ (Social Media) ສາມາດສ້າງຄວາມແຕກແຍກ, ຄວາມຮຸນແຮງ ແລະ ສົ່ງຜົນກະທົບຕໍ່ຈິດໃຈຂອງຜູ້ອື່ນຢ່າງຫຼວງຫຼາຍ.
ຈຸດປະສົງຫຼັກຂອງວັນນີ້:
ເພື່ອໃຫ້ທຸກຄົນຄຳນຶງເຖິງອັນຕະລາຍຂອງການໃຊ້ຄຳເວົ້າທີ່ກໍ່ໃຫ້ເກີດຄວາມກຽດຊັງ, ການຢຽດເຊື້ອຊາດ, ສີຜິວ, ສາສະໜາ, ຫຼື ເພດ.
ສະໜັບສະໜູນການສື່ສານທີ່ສ້າງສັນ, ການເຄົາລົບຄວາມແຕກຕ່າງ ແລະ ສັກສີຄວາມເປັນມະນຸດຂອງກັນແລະກັນ.
ຊຸກຍູ້ໃຫ້ທັງພາກລັດ, ເອກະຊົນ ແລະ ປະຊາຊົນຊ່ວຍກັນກັ່ນຕອງ ແລະ ບໍ່ສົ່ງຕໍ່ຂໍ້ຄວາມທີ່ສ້າງຄວາມອັກຄະຕິ.
ຄິດກ່ອນເວົ້າ ຫຼື ໂພສ (Think Before You Speak/Post): ຖ້າຂໍ້ຄວາມນັ້ນອາດເຮັດໃຫ້ຄົນອື່ນເສຍໃຈ ຫຼື ເກີດຄວາມຂັດແຍ່ງ, ຄວນຫຼີກລ່ຽງ.
ບໍ່ກົດໄລ້ (Like), ບໍ່ແຊຣ໌ (Share) ຫຼື ຄອມເມັ້ນໃນທາງທີ່ເພີ່ມຄວາມຮຸນແຮງ.
ຫາກພົບເຫັນການໃຊ້ Hate Speech ໃນໂລກອອນລາຍ, ໃຫ້ໃຊ້ປຸ່ມ Report ຂອງແພລດຟອມນັ້ນໆ ເພື່ອຊ່ວຍກັນສ້າງສັງຄົມອອນລາຍທີ່ປອດໄພ.
“ຄຳເວົ້າຂອງພວກເຮົາມີພະລັງ ມາຮ່ວມກັນໃຊ້ຄຳເວົ້າເພື່ອສ້າງສັນ ແລະ ສົ່ງຕໍ່ຄວາມຫວັງ ດີກວ່າການສ້າງຄວາມກຽດຊັງ”
Lao Youth Radio FM90MHz




