1. ຜູ້ນຳເຂົ້າລິຂະສິດ: ຢູນີເທວ (Unitel) ໄດ້ບັນລຸຂໍ້ຕົກລົງກັບ ຟີຟ່າ (FIFA) ໂດຍກົງ ເປັນຄັ້ງທຳອິດຂອງບໍລິສັດໂທລະຄົມໃນລາວ.
2. ຮູບແບບການຮັບຊົມ: ຖ່າຍທອດສົດຄົບທັງ 104 ນັດ ພ້ອມພາກສຽງພາສາລາວ ໃຫ້ເບິ່ງຟຣີ ຜ່ານແພລດຟອມ LaoTV (ລະຫວ່າງວັນທີ 11 ມິຖຸນາ – 19 ກໍລະກົດ 2026).
3. ມູນຄ່າ: ບໍ່ມີການເປີດເຜີຍຕົວເລກງົບປະມານໃນການຊື້.
ອັບເດດສະຖານະການຊື້ລິຂະສິດຂອງປະເທດອື່ນໆ
1. ກຸ່ມອາຊຽນທີ່ຊື້ແລ້ວ: ສິງກະໂປ, ອິນໂດເນເຊຍ, ຟິລິບປິນ, ຕີມໍເລສເຕ ແລະ ສປປ ລາວ.
2. ກຸ່ມອາຊຽນທີ່ກຳລັງຕໍ່ຮອງລາວ: ໄທ, ມຽນມາ ແລະ ບຣູໄນ.
3. ກຸ່ມອາຊີອື່ນໆ: ຍີ່ປຸ່ນ, ຈີນ ແລະ ສ. ເກົາຫຼີ ແມ່ນຊື້ຮຽບຮ້ອຍແລ້ວ. ສ່ວນ ອິນເດຍ ກຳລັງຕໍ່ຮອງລາຄາຢ່າງໜັກ (ຂໍຫຼຸດຈາກ 2,170,000 ລ້ານກີບ ເຫຼືອ 434,000 ລ້ານກີບ).
ກໍລະນີສຶກສາ: ເຄັດລັບການກົດລາຄາ FIFA ຂອງ “ປະເທດຈີນ”
1. ຜົນສຳເລັດ: ຈີນສາມາດບີບໃຫ້ FIFA ຍອມຫຼຸດລາຄາໃຫ້ເຖິງ 80% (ຈາກ 6,076,000 ລ້ານກີບ ເຫຼືອພຽງ 1,240,000 ລ້ານກີບ).
2. ວິທີການ: ຈີນໃຊ້ວິທີ “ປະທ້ວງງຽບ” ໂດຍບໍ່ຕອບຮັບຂໍ້ສະເໜີ ເຮັດໃຫ້ເລຂາທິການ FIFA ຕ້ອງເດີນທາງມາເຈລະຈາດ້ວຍຕົນເອງ ແລະ ຍອມຫຼຸດລາຄາ ເພາະຢ້ານເສຍຖານຄົນເບິ່ງຈຳນວນມະຫາສານ ເຊິ່ງຈະສົ່ງຜົນກະທົບຕໍ່ສະປອນເຊີລະດັບໂລກ.
ທີ່ມາ: TNN




