ຈາກປະເທດທີ່ບອບຊ້ຳ ແລະ ເສຍຫາຍຢ່າງໜັກໜ່ວງຈາກສົງຄາມເກົາຫຼີໃນປີ 1953 ກາຍເປັນປະເທດທີ່ທຸກຍາກ ແລະ ຕ້ອງເພິ່ງພາອາຫານປັນສ່ວນຈາກນານາຊາດ (ລວມທັງປະເທດໄທ)… ແຕ່ໃນປັດຈຸບັນ, ສ. ເກົາຫຼີ ໄດ້ສ້າງປະຫວັດສາດໜ້າໃໝ່ ໂດຍເປັນປະເທດທຳອິດ ແລະ ປະເທດດຽວໃນໂລກ ທີ່ສາມາດຜັນຕົວເອງຈາກ “ຜູ້ຮັບການຊ່ວຍເຫຼືອ” ມາເປັນ “ຜູ້ໃຫ້ການຊ່ວຍເຫຼືອ” ແກ່ປະເທດອື່ນຢ່າງເປັນທາງການ ບອກເລີຍວ່າເສັ້ນທາງນີ້ບໍ່ແມ່ນເລື່ອງບັງເອີນ, ແຕ່ເກີດຈາກ 5 ກົນລະຍຸດຫຼັກທີ່ປ່ຽນຊາດໃຫ້ກ້າວກະໂດດດັ່ງນີ້:
1. ຄວາມໝັ້ນຄົງທາງອາຫານ “ເຂົ້າທົງອິນ”
ໃນທົດສະວັດ 1970 ປະທານາທິບໍດີ ພັກຈອງຮີ ໄດ້ລິເລີ່ມ “ການປະຕິວັດຂຽວ” ໂດຍການພັດທະນາເຂົ້າລູກປະສົມພັນດີທີ່ໃຫ້ຜົນຜະລິດສູງ ເອີ້ນວ່າ “ເຂົ້າທົງອິນ” ຈົນສາມາດກຸ້ມຕົນເອງດ້ານອາຫານໄດ້ໃນປີ 1977. ພ້ອມທັງມີການປະຕິຮູບທີ່ດິນທຳມາຫາກິນ ໃຫ້ກະສິກອນມີກຳມະສິດເປັນຂອງຕົນເອງ ບໍ່ຕ້ອງເຊົ່ານາເຮັດ ເຮັດໃຫ້ປະຊາຊົນມີແຮງຈູງໃຈໃນການສ້າງລາຍໄດ້ຢ່າງເຕັມສ່ວນ.
2. ການສຶກສາສ້າງຊາດ (ຮຽນຟຣີ 100%)
ເກົາຫຼີໃຕ້ເລືອກລົງທຶນກັບ “ຄົນ” ຫຼາຍທີ່ສຸດ. ໂດຍໃນອະດີດ ມີການຈັດຕັ້ງ “ແຜນຫ້າປີເພື່ອການຮູ້ໜັງສືຖ້ວນໜ້າ” ຈົນສາມາດຫຼຸດອັດຕາການບໍ່ຮູ້ໜັງສືຈາກ 78% ເຫຼືອພຽງ 4% ໃນເວລາບໍ່ຮອດ 10 ປີ ຈົນຮອດປັດຈຸບັນ ອັດຕາການຮູ້ໜັງສືສູງເຖິງ 99% ແລະ ຕັ້ງແຕ່ປີ 2021 ເປັນຕົ້ນມາ ລັດຖະບານໄດ້ປະກາດໃຫ້ ຮຽນຟຣີ 100% ຈົນຈົບມັດທະຍົມຕອນປາຍ ທັງໂຮງຮຽນລັດ ແລະ ເອກະຊົນ.
3. ເລັ່ງການສົ່ງອອກ & ວາງຜັງເມືອງອຸດສາຫະກຳ
ໃນປີ 1961 ໄດ້ມີການຕັ້ງ “ຄະນະກຳມະການວາງແຜນເສດຖະກິດ” (EPB) ແລະ ຂັບເຄື່ອນ “ແຜນພັດທະນາເສດຖະກິດ 5 ປີ” ໂດຍເນັ້ນໃສ່ອຸດສາຫະກຳເພື່ອການສົ່ງອອກເປັນຫຼັກ. ພ້ອມທັງສ້າງໂຄງລ່າງພື້ນຖານ ເຊັ່ນ: ທາງດ່ວນ, ທ່າເຮືອ ແລະ ໂຮງໄຟຟ້າ ຕາມແນວແກນ ເຊອູນ-ປູຊານ ເຮັດໃຫ້ເສດຖະກິດເຕີບໂຕຢ່າງກ້າວກະໂດດ ຈົນຖືກຂະໜານນາມວ່າ “ປາຕິຫານແຫ່ງລຳນ້ຳຮັນ”.
4. ກ້າວສູ່ມະຫາອຳນາດໄຮເທັກ “ເຊມີຄອນດັກເຕີ”
ໃນທົດສະວັດ 1980 ເກົາຫຼີໃຕ້ຕັດສິນໃຈຄັ້ງປະຫວັດສາດ ໂດຍການທຸ່ມງົບປະມານວິໄຈ ແລະ ພັດທະນາ (R&D) ໃນອຸດສາຫະກຳໄຮເທັກ ຈົນສາມາດພັດທະນາຊິບຄວາມຈຳ (DRAM) ໄດ້ສຳເລັດ ແລະ ກາຍເປັນ ຜູ້ນຳອັນດັບ 1 ຂອງໂລກໃນຕະຫຼາດຊິບຄວາມຈຳ ໂດຍມີບໍລິສັດຍັກໃຫຍ່ຢ່າງ Samsung ແລະ SK Hynix ເປັນຜູ້ຄອງຕະຫຼາດ. ພ້ອມທັງວາງລະບົບອິນເຕີເນັດຄວາມໄວສູງທົ່ວປະເທດ ຈົນກາຍເປັນປະເທດທີ່ມີການເຊື່ອມຕໍ່ໜາແໜ້ນ ແລະ ໄວທີ່ສຸດໃນໂລກ.
5. ຍູ້ດັນ Startup ຢ່າງຈິງຈັງ ສູ່ລະດັບຢູນີຄອນ
ໃນປີ 2017 ໄດ້ມີການຈັດຕັ້ງ ກະຊວງເອັສເອັມອີ ແລະ ສະຕາດອັບ (Ministry of SMEs and Startups) ຂຶ້ນມາໂດຍສະເພາະ. ເຊິ່ງໃນປີ 2025 ທີ່ຜ່ານມາ ສ. ເກົາຫຼີ ມີບໍລິສັດສະຕາດອັບລະດັບ “ຢູນີຄອນ” (ມູນຄ່າເກີນ 1,000 ລ້ານໂດລາ) ສູງເຖິງ 27 ບໍລິສັດ! ໂດຍລັດຖະບານໄດ້ເນັ້ນສະໜັບສະໜູນໃນ 12 ກຸ່ມທຸລະກິດເປົ້າໝາຍ ເຊັ່ນ: AI, Robotics, K-Beauty, ອາຫານ, ເກມອອນລາຍ ແລະ ອຸດສາຫະກຳບັນເທີງ.
ບົດຮຽນຈາກ ສ.ເກົາຫຼີ ເສັ້ນທາງຈາກປະເທດທີ່ເກືອບບໍ່ມີຫຍັງເລີຍ ສູ່ການເປັນຜູ້ນຳດ້ານນວັດຕະກຳ ແລະ ວັດທະນະທຳຂອງໂລກໃນປັດຈຸບັນ ນີ້ຄືຂໍ້ພິສູດເຖິງ “ຄວາມມຸ່ງໝັ້ນ, ການປັບຕົວ ແລະ ຈິດວິນຍານທີ່ບໍ່ຍອມພ່າຍແພ້” ຂອງປະຊາຊົນ ແລະ ການວາງນະໂຍບາຍທີ່ຖືກຈຸດຂອງລັດຖະບານ.
ແຫຼ່ງຂໍ້ມູນອ້າງອີງ: TNN WORLD




