ແຂວງໄຊສົມບູນ ລົງຕິດຕາມ, ກວດກາສະພາບບໍລິສັດຂຸດຄົ້ນແຮ່ ຢູ່ເຂດ ບ້ານ ໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເຮັດໃຫ້ເກີດມີນໍ້າຂຸ່ນໄຫຼລົງສາຍນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ
ວັນທີ 6 ຫາ 7 ມິຖຸນາ 2026 ນີ້ ທ່ານ ໄຊຍະເດດ ວົງສາຣະວັນ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງໄຊສົມບູນ ພ້ອມດ້ວຍ ຄະນະກໍາມະການສະເພາະກິດແຂວງ ໄດ້ສົມທົບກັບເມືອງວັງວຽງ ລົງຕິດຕາມ ກວດກາ ສະພາບຫ້ວຍນ້ຳຂຸ່ນ, ຕາມສາຍນ້ຳຫີນໂງ່ນ, ສາຍນ້ຳນາງນີ, ສາຍນ້ຳນ້ອຍ ແລະ ຫ້ວຍນ້ຳເຢັນ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ທີ່ໄຫຼລົງສູ່ຫ້ວຍນ້ຳສະເເນນ ແລະ ລົງສູ່ສາຍນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ. ໂດຍມີ ທ່ານ ສຸວຽງທອງ ວົງຈໍາປາ ປະທານຄະນະກໍາມະການປົກຄອງເມືອງວັງວຽງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຜ່ານການຕິດຕາມກວດກາຕົວຈິງເຫັນວ່າມີ 4 ຈຸດ ທີ່ມີການຂຸດຄົ້ນແຮ່ ຂອງບໍລິສັດ ເປັນຕົ້ນ: ບໍລິສັດ ລິ ສໍາຫຼວດ-ຂຸດຄົ້ນແຮ່ທາດ ຈໍາກັດ, ບໍລິສັດ ມະນີເພັດກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ, ບໍລິສັດ ດາວຈະເລີນ ແລະ ບໍລິສັດ ເຟີດປາຊີຟິກ ເຫັນວ່າ ບັນດາບໍລິສັດດັ່ງກ່າວໄດ້ມີການຄຸດຄົ້ນ, ປຸງແຕ່ງແຮ່ເຫຼັກ, ມີການບຸກເບີກທະລຸເສັ້ນທາງເຂົ້າຫາເຂດໂຄງການ ຢູ່ບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແລະ ເມືອງວັງວຽງ, ນອກນີ້ ຍັງມີການສ້າງຕັ້ງໂຮງງານຂົບແຮ່, ບົດແຮ່ ແລະ ຜະລິດແຮ່ ເຊິ່ງໄລຍະປັດຈຸບັນເປັນຊ່ວງໄລຍະລະດູຝົນ ຈຶ່ງເຮັດໃຫ້ມີການເຊາະເຈື່ອນ, ດິນເປື່ອຍ ແລະ ຕະກອນໄຫຼສູ່ຫ້ວຍນໍ້າໃນເຂດດັ່ງກ່າວ ຈຶ່ງເຮັດໃຫ້ນໍ້າຂຸ່ນ ແລ້ວໄຫຼລົງສູ່ສາຍນ້ຳຊອງ.

ທ່ານ ສຸວຽງທອງ ວົງຈໍາປາ ໄດ້ມີຄຳເຫັນ ຊີ້ນຳ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບປະສານສົມທົບກັບ ບໍລິສັດ ໃນການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມ, ກວດກາ ສິ່ງແວດລ້ອມ ທີ່ບໍລິສັດໄດ້ຮັບອະນຸຍາດໃນໄລຍະຜ່ານມາ ເປັນຕົ້ນບັນດາມາດຕະການປ້ອງກັນ, ແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດສັງຄົມ ໂດຍໄວ.
ທີ່ມາ: ຈົດໝາຍຂາວໄຊສົມບູນ




