ໃນຕອນເຊົ້າວັນທີ 9 ມິຖຸນາ 2026 ທີ່ອານຸສາວະລີທ່ານໜູຮັກ ພູມສະຫວັນ ນະຄອນໄກສອນ ພົມວິຫານ ໄດ້ຈັດພິທີປ່ອຍຍຸງໂວບັກເຄຍ ພາຍໃຕ້ໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍໂດຍນຳໃຊ້ຍຸງໂວບັກເຄຍ ຢູ່ ສປປ ລາວ ເຊິ່ງນັບເປັນການປ່ອຍຍຸງໂວບັກເຄຍເປັນຄັ້ງທຳອິດຂອງແຂວງສະຫວັນນະເຂດ.
ພິທີດັ່ງກ່າວໄດ້ຮັບກຽດຈາກ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ດຣ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຜູ້ຕາງໜ້າຈາກອົງການຊ່ວຍເຫຼືອເດັກສາກົນ, ໂຄງການຍຸງໂລກ (World Mosquito Program), ຄະນະນຳພະແນກສາທາລະນະສຸກແຂວງ, ສູນໄຂ້ຍຸງ-ແມ່ກາຝາກ ແລະ ແມງໄມ້, ສູນລະບາດວິທະຍາ, ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການຄວບຄຸມ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ນັບເປັນວຽກງານສຳຄັນຂອງຂະແໜງສາທາລະນະສຸກ ເພື່ອຫຼຸດອັດຕາການເຈັບເປັນ ແລະ ການເສຍຊີວິດ ໂດຍສະເພາະໃນກຸ່ມເດັກນ້ອຍ, ແມ່ມານ, ຜູ້ສູງອາຍຸ ແລະ ຜູ້ມີພະຍາດປະຈຳຕົວ. ຜ່ານມາ ພາກສ່ວນກ່ຽວຂ້ອງໄດ້ດຳເນີນຫຼາຍມາດຕະການ ລວມທັງການປຸກລະດົມປະຊາຊົນປະຕິບັດ “5 ປ” ແລະ ວິທີການອື່ນໆ ແຕ່ຍັງພົບກໍລະນີພະຍາດໄຂ້ຍຸງລາຍຕະຫຼອດປີ.
ດັ່ງນັ້ນ ກະຊວງສາທາລະນະສຸກ ຜ່ານກົມຄວບຄຸມພະຍາດຕິດຕໍ່ ຈຶ່ງໄດ້ຮ່ວມມືກັບອົງການຊ່ວຍເຫຼືອເດັກສາກົນ ແລະ ໂຄງການຍຸງໂລກ ນຳເອົານະວັດຕະກຳ “ຍຸງໂວບັກເຄຍ” ມານຳໃຊ້ເພື່ອຫຼຸດຜ່ອນການແຜ່ລະບາດຂອງໄຂ້ຍຸງລາຍ. ວິທີການນີ້ໄດ້ຮັບການນຳໃຊ້ຢູ່ນະຄອນຫຼວງວຽງຈັນຢ່າງໄດ້ຜົນ ໂດຍເລີ່ມຈາກ 2 ເມືອງ ແລະ ຂະຫຍາຍຄອບຄຸມທັງ 9 ເມືອງ. ໃນປີ 2026 ນີ້ ໂຄງການໄດ້ຂະຫຍາຍມາສູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍຈະດຳເນີນການປ່ອຍຍຸງໂວບັກເຄຍໃນ 22 ບ້ານ ຂອງເຂດຕົວເມືອງ.
ຍຸງລາຍບ້ານທີ່ມີເຊື້ອໂວບັກເຄຍ ຈະຊ່ວຍຫຼຸດຜ່ອນຄວາມສາມາດໃນການແຜ່ເຊື້ອໄວຣັສໄຂ້ຍຸງລາຍ ເນື່ອງຈາກເຊື້ອໂວບັກເຄຍຈະຊ່ວຍຢັບຢັ້ງການເພີ່ມຈຳນວນຂອງໄວຣັສພາຍໃນຕົວຍຸງ. ດັ່ງນັ້ນ ເມື່ອຍຸງທີ່ມີເຊື້ອໂວບັກເຄຍໄປກັດຜູ້ປ່ວຍ ຈະບໍ່ສາມາດສົ່ງຕໍ່ເຊື້ອໄປຫາຄົນອື່ນໄດ້ຢ່າງມີປະສິດທິຜົນ. ວິທີການນີ້ມີຄວາມປອດໄພຕໍ່ມະນຸດ, ສັດ ແລະ ສິ່ງແວດລ້ອມ ບໍ່ແມ່ນຍຸງທີ່ຖືກດັດແປງພັນທຸກຳ ແລະ ບໍ່ສາມາດກາຍພັນໄດ້.
ການປ່ອຍຍຸງໂວບັກເຄຍໃນຄັ້ງນີ້ ນັບເປັນອີກບາດກ້າວສຳຄັນຂອງຂະແໜງສາທາລະນະສຸກ ໃນການນຳໃຊ້ນະວັດຕະກຳທາງວິທະຍາສາດມາຊ່ວຍປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ເພື່ອສ້າງສຸຂະພາບທີ່ດີ ແລະ ຄຸນນະພາບຊີວິດທີ່ປອດໄພໃຫ້ແກ່ປະຊາຊົນຢ່າງຍືນຍົງ.
Media Laos




