Home Flash news ເປີດສະຖິຕິສຸດແປກບານໂລກ 2026 ນັກເຕະຜູ້ໃດອາຍຸຫຼາຍສຸດ, ອາຍຸນ້ອຍສຸດ ແລະ ສ່ວນສູງ

ເປີດສະຖິຕິສຸດແປກບານໂລກ 2026 ນັກເຕະຜູ້ໃດອາຍຸຫຼາຍສຸດ, ອາຍຸນ້ອຍສຸດ ແລະ ສ່ວນສູງ

0
2

ຫຼັງຈາກທີ່ສະຫະພັນບານເຕະນານາຊາດ ຫຼື FIFA ໄດ້ມີການປະກາດລາຍຊື່ນັກເຕະຢ່າງເປັນທາງການຂອງທັງ 48 ຊາດ ທີ່ເຂົ້າຮ່ວມການແຂ່ງຂັນບານໂລກ 2026 (2026 FIFA World Cup) ເຮັດໃຫ້ພວກເຮົາໄດ້ເຫັນຂໍ້ມູນ ແລະ ສະຖິຕິຮູບຮ່າງໜ້າຕາຂອງນັກເຕະທັງ 1,248 ຄົນ ເຊິ່ງມີຄວາມແຕກຕ່າງ ແລະ ໜ້າສົນໃຈເປັນຢ່າງຍິ່ງ ໂດຍສະເພາະເລື່ອງຂອງ “ອາຍຸ” ແລະ “ສ່ວນສູງ” ຂອງບັນດານັກເຕະລະດັບໂລກເຫຼົ່ານີ້.

ຊ່ອງຫວ່າງລະຫວ່າງອາຍຸຂອງນັກເຕະໃນທົວນາເມັນນີ້ ແມ່ນມີຄວາມຫ່າງກັນຫຼາຍກວ່າ 2 ທົດສະວັດ (25 ປີ). ໂດຍນັກເຕະທີ່ມີອາຍຸສູງທີ່ສຸດໃນບານໂລກຄັ້ງນີ້ຄື: ເຄຣກ ກໍດອນ (Craig Gordon) ຜູ້ຮັກສາປະຕູທີມຊາດສະກັອດແລນ ໃນໄວ 43 ປີ.

ນອກຈາກນີ້ ຍັງມີບັນດານັກເຕະລະດັບຕໍານານທີ່ຍັງຄົງຄວາມເກົ໋າ ເຂົ້າຮ່ວມສ້າງປະຫວັດສາດ​ ເຊັ່ນ: ຄຣິສເຕຍໂນ ໂຣນັລໂດ (Cristiano Ronaldo) ໃນໄວ 41 ປີ ຈາກປອກຕຸຍການ, ກິເຢໂມ ໂອໂຊອາ (Guillermo Ochoa) ຜູ້ຮັກສາປະຕູເມັກຊິໂກ ໃນໄວ 40 ປີ ແລະ ລູກາ ໂມດຣິຈ (Luka Modrić) ຈອມທັບຈາກໂຄຣເອເຊຍ ໃນໄວ 40 ປີ ເຊັ່ນດຽວກັນ.

ໃນທາງກົງກັນຂ້າມ, ນັກເຕະທີ່ມີອາຍຸນ້ອຍທີ່ສຸດໃນທົວນາເມັນນີ້ຄື ກິລເບີໂຕ ໂມຣາ (Gilberto Mora) ກອງກາງດາວຮຸ່ງຈາກທີມຊາດເມັກຊິໂກ ທີ່ມີອາຍຸພຽງແຕ່ 17 ປີ ເທົ່ານັ້ນ.

ຄວາມແຕກຕ່າງດ້ານສ່ວນສູງຂອງນັກເຕະໃນຄັ້ງນີ້ ມີໄລຍະຫ່າງກັນເຖິງ 45 ຊັງຕີແມັດ (ເກືອບເຄິ່ງແມັດ). ໂດຍນັກເຕະທີ່ສູງທີ່ສຸດໃນບານໂລກ 2026 ແມ່ນຕົກເປັນຂອງ ຟລໍຣຽນ ວີເກເລ (Florian Wiegele) ຜູ້ຮັກສາປະຕູຮ່າງຍັກຈາກທີມຊາດອົສຕຣຽນ ທີ່ມີສ່ວນສູງເຖິງ 2.05 ແມັດ (205 ຊມ). ຕາມມາດ້ວຍ ແດນ ເບີນ (Dan Burn) ກອງຫຼັງຈາກອັງກິດ, ສະເຕຟານ ຣາເດລຢິຈ (Stjepan Radeljić) ຈາກບອສເນຍ ແລະ ອັນວາໂຣ ມອນເຕໂຣ (Álvaro Montero) ຈາກໂຄລອມເບຍ ທີ່ມີສ່ວນສູງ 2.01 ແມັດ ເທົ່າກັນ.

ສ່ວນນັກເຕະທີ່ມີຮູບຮ່າງນ້ອຍ ແລະ ເຕ້ຍທີ່ສຸດໃນການແຂ່ງຂັນຄັ້ງນີ້ຄື ເຊຊາ ຢານິສ (César Yanis) ປິກຄວາມໄວສູງຈາກທີມຊາດປານາມາ ທີ່ມີສ່ວນສູງພຽງແຕ່ 1.60 ແມັດ (160 ຊມ) ເທົ່ານັ້ນ. ເຖິງແມ່ນວ່າຈະມີຮູບຮ່າງທີ່ເສຍປຽບ ແຕ່ກໍຖືກທົດແທນດ້ວຍຄວາມວ່ອງໄວ, ຈຸດສູນຖ່ວງທີ່ຕໍ່າ ແລະ ຄວາມຄ່ອງຕົວສູງ ເຊິ່ງສ້າງຄວາມປວດຫົວໃຫ້ກັບກອງຫຼັງຮ່າງຍັກໄດ້ເປັນຢ່າງດີ.

ບານໂລກ 2026 ຄັ້ງນີ້ ຍັງເປັນເວທີປະຫວັດສາດຂອງ 3 ນັກເຕະລະດັບຕໍານານຢ່າງ ລິໂອເນລ ເມສຊີ (Lionel Messi), ຄຣິສເຕຍໂນ ໂຣນັລໂດ (Cristiano Ronaldo) ແລະ ກິເຢໂມ ໂອໂຊອາ (Guillermo Ochoa) ໃນການເປັນນັກເຕະກຸ່ມທໍາອິດຂອງໂລກ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນບານໂລກຮອບສຸດທ້າຍຫຼາຍທີ່ສຸດເຖິງ 6 ສະໄໝ!

ທີ່ມາ: Vn Express

Lao Youth​ Radio​ FM​90​MHz

NO COMMENTS

LEAVE A REPLY

Please enter your comment!
Please enter your name here