ປະກາດຢ່າງເປັນທາງການ! ການເປັນເຈົ້າຂອງລິຂະສິດການຖ່າຍທອດສົດການແຂ່ງຂັນບານເຕະໂລກ FIFA World Cup 2026 ໃນ ສປປ ລາວ ໃຫ້ຊົມຟຣີ 100%

ປະກາດຢ່າງເປັນທາງການແລ້ວ! ການເປັນເຈົ້າຂອງລິຂະສິດການຖ່າຍທອດສົດການແຂ່ງຂັນບານເຕະໂລກ FIFA World Cup 2026 ໃນ ສປປ ລາວ ຢູນີເທວ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ສັງຄົມ ດ້ວຍການປະກາດມອບຂອງຂວັນອັນລໍ້າຄ່າໃຫ້ແກ່ປະຊາຊົນລາວ ດ້ວຍການຖ່າຍທອດສົດການແຂ່ງຂັນທັງໝົດ 104 ນັດ ໃຫ້ຊົມຟຣີ 100% ຜ່ານທຸກແພລັດຟອມຂອງຢູນີເທວ.

ວັນທີ 9 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ບໍລິສັດ ສະຕາ ໂທລະຄົມ (ຢູນີເທວ) ໄດ້ຈັດພິທີປະກາດການເປັນເຈົ້າຂອງລິຂະສິດການຖ່າຍທອດສົດການແຂ່ງຂັນບານໂລກ FIFA World Cup 2026 ຢ່າງເປັນທາງການໃນ ສປປ ລາວ. ໃນພິທີດັ່ງກ່າວ, ຢູນີເທວ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ສັງຄົມ ດ້ວຍການປະກາດມອບຂອງຂວັນອັນລໍ້າຄ່າໃຫ້ແກ່ປະຊາຊົນລາວ ດ້ວຍການຖ່າຍທອດສົດການແຂ່ງຂັນທັງໝົດ 104 ນັດ ໃຫ້ຊົມຟຣີ ຜ່ານແອັບ LAO TV ແລະ ທຸກແພລັດຟອມຂອງຢູນີເທວ.

ໃນພິທີດັ່ງກ່າວ ທ່ານ ພົນໂທ ສາຍໃຈ ກົມມະສິດ, ປະທານສະພາບໍລິຫານ ບໍລິສັດ ສະຕາ ໂທລະຄົມ (ຢູນີເທວ) ໄດ້ກ່າວວ່າ: ການດໍາເນີນທຸລະກິດຂອງຢູນີເທວ ບໍ່ພຽງແຕ່ເປັນເລື່ອງຂອງຜົນກຳໄລເທົ່ານັ້ນ ແຕ່ຍັງເປັນການຕອບແທນບຸນຄຸນປະຊາຊົນລາວທີ່ໄວ້ວາງໃຈ ແລະ ສະໜັບສະໜູນບໍລິສັດມາຕະຫຼອດ 16 ປີ ການຖ່າຍທອດສົດຄັ້ງນີ້ຖືເປັນ “ຂອງຂວັນແຫ່ງຄວາມຮູ້ບຸນຄຸນ” ທີ່ຢູນີເທວ ມອບໃຫ້ປະເທດຊາດ ແລະ ປະຊາຊົນລາວ ເພື່ອໃຫ້ທຸກຄອບຄົວສາມາດເຕົ້າໂຮມກັນແບ່ງປັນຄວາມສຸກໃນງານບຸນກິລາບານເຕະທີ່ໃຫຍ່ທີ່ສຸດໃນໂລກ ເຊີ່ງເຫດການນີ້ມີຄວາມໝາຍສຳຄັນໃນຫຼາຍດ້ານ:

ການປົກປ້ອງລິຂະສິດ: ເປັນການນຳເນື້ອຫາລະດັບສາກົນທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມກົດໝາຍມາສູ່ປະຊາຊົນ, ຊ່ວຍສ້າງສະພາບແວດລ້ອມການສື່ສານທີ່ປອດໃສ ແລະ ເຄົາລົບລິຂະສິດ;

ການຫັນເປັນດິຈິຕອນ: ຢູນີເທວ ໄດ້ຂຸດຄົ້ນລິຂະສິດໃນຫຼາຍແພລັດຟອມ ເຊັ່ນ: Lao TV, ໂທລະສັບມືຖື ແລະ ອິນເຕີເນັດ ເຊິ່ງສອດຄ່ອງກັບພຶດຕິກຳການນຳໃຊ້ດິຈິຕອນຂອງປະຊາຊົນລາວໃນປັດຈຸບັນ;

ການນຳໃຊ້ເຕັກໂນໂລຊີເພື່ອສັງຄົມ: ການໃຫ້ເບິ່ງຟຣີຕະຫຼອດລາຍການ 104 ນັດ ສະແດງໃຫ້ເຫັນເຖິງການນຳໃຊ້ເຕັກໂນໂລຊີເພື່ອຮັບໃຊ້ຊີວິດຈິດໃຈຂອງປະຊາຊົນຢ່າງແທ້ຈິງ.

ສຳລັບ FIFA World Cup 2026 ຢູນີເທວ ຢືນຢັນຄວາມພ້ອມໃນການນຳໃຊ້ລະບົບນິເວດ LaoTV ເພື່ອສົ່ງສັນຍານການແຂ່ງຂັນທີ່ມີຄຸນນະພາບສູງ ໄປສູ່ແຟນບານທົ່ວປະເທດ ບໍ່ວ່າຈະຢູ່ໃນນະຄອນຫຼວງ ຫຼື ເຂດຫ່າງໄກສອກຫຼີກ ພ້ອມກັນນັ້ນ, ຍັງມີບໍລິການເບິ່ງຄືນ (Re-run) ແລະ ໄຮໄລ້ (Highlight) ທີ່ແທດເໝາະກັບຄວາມຕ້ອງການຂອງຜູ້ຊົມ ໂດຍສະເພາະການແຂ່ງຂັນທີ່ຈັດຂຶ້ນໃນຊ່ວງເວລາເດິກ ສະນັ້ນ ຈື່ງຂໍຮຽກຮ້ອງໃຫ້ສື່ມວນຊົນ ແລະ ສັງຄົມ ຮ່ວມກັນໂຄສະນາການຊົມຜ່ານຊ່ອງທາງທີ່ຖືກກົດໝາຍ ເພື່ອຮັກສາວັດທະນະທຳການຊົມໃຊ້ເນື້ອຫາທີ່ມີລິຂະສິດຢ່າງຍືນຍົງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles