ຫ້ອງວ່າການແຂວງຄຳມ່ວນ ໄດ້ອອກແຈ້ງການເຖິງບັນດາບໍລິສັດຂົນສົ່ງ, ຜູ້ປະກອບການ, ເຈົ້າຂອງລົດບັນທຸກ ແລະ ຜູ້ຂັບຂີ່ລົດຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ທີ່ນຳໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກທີ 12 ຊ່ວງທ່າແຂກ-ດ່ານສາກົນນາເພົ້າ ໃຫ້ເພີ່ມທະວີການປະຕິບັດມາດຕະການການຂັບຂີ່, ລະບຽບການສັນຈອນ ແລະ ການເຄົາລົບປ້າຍເຕືອນຄວາມປອດໄພ ຢ່າງເຂັ້ມງວດ ໃນໄລຍະທີ່ໂຄງການປັບປຸງທາງຫຼວງແຫ່ງຊາດເລກ 12 ກຳລັງດຳເນີນການກໍ່ສ້າງ ແລະ ປັບປຸງ.
ສືບເນື່ອງຈາກການປັບປຸງເສັ້ນທາງສາຍສຳຄັນ
ແຈ້ງການດັ່ງກ່າວ ອີງຕາມກົດໝາຍວ່າດ້ວຍການຂົນສົ່ງທາງບົກ ສະບັບເລກທີ 24/ສພຊ ລົງວັນທີ 12 ທັນວາ 2012, ອີງຕາມແຜນການຈັດຕັ້ງປະຕິບັດວຽກກໍ່ສ້າງຂອງໂຄງການ ແລະ ອີງຕາມການສະເໜີຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງຄຳມ່ວນ ສະບັບເລກທີ 1470/ຍທຂ.ຄມ ລົງວັນທີ 26 ພຶດສະພາ 2026.
ປັດຈຸບັນ ເສັ້ນທາງຫຼວງແຫ່ງຊາດ ເລກ 12 ຊ່ວງທ່າແຂກ ຫາ ດ່ານສາກົນນາເພົ້າ ກຳລັງເລັ່ງດຳເນີນວຽກກໍ່ສ້າງ ແລະ ປັບປຸງ ໃຫ້ໄດ້ຕາມມາດຕະຖານທາງຫຼວງອາຊຽນ ຊັ້ນ 3 ໂດຍໜ້າທາງຈະຖືກປູດ້ວຍຢາງຂົ້ວ ແລະ ສາມາດຮອງຮັບນ້ຳໜັກລົດບັນທຸກໄດ້ເຖິງ 11 ໂຕນຕໍ່ເພົາ. ຕາມແຜນການ ໂຄງການຈະສູ້ຊົນໃຫ້ສຳເລັດພາຍໃນຕົ້ນປີ 2028.
ພົບການຝ່າຝືນຊ້ຳໆ ສ້າງຄວາມເສຍຫາຍໃຫ້ໂຄງການ
ຜ່ານການຕິດຕາມການປະຕິບັດວຽກໃນໄລຍະຜ່ານມາ ພົບວ່າຍັງມີຜູ້ຂັບຂີ່ລົດບັນທຸກຈຳນວນໜຶ່ງ ຂາດສະຕິ ແລະ ລະເມີດລະບຽບການສັນຈອນ ໂດຍບໍ່ປະຕິບັດຕາມປ້າຍແນະນຳ, ປ້າຍເຕືອນ, ປ້າຍຫ້າມ ຫຼື ການໂບກເຕືອນຂອງພະນັກງານພາກສະໜາມ.
ພຶດຕິກຳທີ່ພົບເຫັນບ່ອຍຄັ້ງ ປະກອບມີ:
ຂັບລົດຝ່າຝືນເຂົ້າໄປໃນຊ່ວງທາງທີ່ກຳລັງປູຢາງຂົ້ວ ຫຼື ເທເບຕົງ
ຂັບຂີ່ດ້ວຍຄວາມໄວສູງໃນເຂດກໍ່ສ້າງ
ບໍ່ຍອມຈອດລໍຖ້າຕາມຄິວການປ່ອຍລົດ
ຍາດແຍ່ງກັນໃນເວລາສັນຈອນຜ່ານຈຸດກໍ່ສ້າງ
ການກະທຳດັ່ງກ່າວ ບໍ່ພຽງແຕ່ເຮັດໃຫ້ໂຄງສ້າງທາງເກີດຄວາມເປ່ເພ ແລະ ບໍ່ໄດ້ຕາມມາດຕະຖານເຕັກນິກເທົ່ານັ້ນ ແຕ່ຍັງເຮັດໃຫ້ການກໍ່ສ້າງຫຼ້າຊ້າ ແລະ ເປັນສາເຫດໃຫ້ການສັນຈອນຕິດຂັດຢ່າງໜັກ ໂດຍສະເພາະຊ່ວງພູດອຍແຕ່ແກ້ງດ້າງ ຫາ ດ່ານນາເພົ້າ.
ມອບໝາຍໜ້າທີ່ໃຫ້ພາກສ່ວນກ່ຽວຂ້ອງ
ເພື່ອແກ້ໄຂບັນຫາດັ່ງກ່າວ ຫ້ອງວ່າການແຂວງຄຳມ່ວນ ໄດ້ມອບໝາຍໃຫ້ແຕ່ລະພາກສ່ວນປະຕິບັດໜ້າທີ່ຢ່າງຊັດເຈນ.
ຝ່າຍໂຄງການປັບປຸງທາງເລກ 12
ໃຫ້ຄະນະຮັບຜິດຊອບໂຄງການ ແລະ ທີ່ປຶກສາ ຊີ້ນຳບໍລິສັດຮັບເໝົາ ຕິດຕັ້ງປ້າຍເຕືອນ, ປ້າຍແນະນຳ, ປ້າຍຫ້າມ ແລະ ຈັດກຳລັງພະນັກງານອຳນວຍຄວາມສະດວກການຈະລາຈອນໃຫ້ຄົບຖ້ວນຕາມມາດຕະຖານ.
ພ້ອມກັນນັ້ນ ໃນກໍລະນີພົບຜູ້ຝ່າຝືນ ໃຫ້ບັນທຶກພາບຖ່າຍ, ວິດີໂອ ແລະ ປ້າຍທະບຽນລົດ ໄວ້ເປັນຫຼັກຖານ ເພື່ອສົ່ງໃຫ້ຕຳຫຼວດຈະລາຈອນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ດຳເນີນການຕາມຂັ້ນຕອນ.
ສຳລັບບໍລິສັດຂົນສົ່ງ ແລະ ຜູ້ຂັບຂີ່
ບັນດາບໍລິສັດ ແລະ ຜູ້ປະກອບການ ຕ້ອງເພີ່ມທະວີການອົບຮົມຜູ້ຂັບຂີ່ ໃຫ້ເຂົ້າໃຈ ແລະ ປະຕິບັດຕາມກົດໝາຍຂົນສົ່ງທາງບົກ ແລະ ກົດໝາຍຈະລາຈອນຢ່າງເຄັ່ງຄັດ.
ພາຫະນະຂົນສົ່ງທຸກຄັນ ຕ້ອງມີສະພາບດີ ແລະ ມີຄວາມພ້ອມທາງດ້ານເຕັກນິກ ສ່ວນຜູ້ຂັບຂີ່ ຕ້ອງມີໃບຂັບຂີ່ຖືກຕ້ອງຕາມປະເພດລົດ ມີປະສົບການ ແລະ ມີມາລະຍາດໃນການໃຊ້ຖະໜົນ.
ພະແນກໂຍທາທິການ ແລະ ຂົນສົ່ງ
ໃຫ້ລົງກວດກາພາກສະໜາມເປັນປະຈຳ ຮ່ວມກັບຄະນະໂຄງການ ແລະ ທີ່ປຶກສາ ເພື່ອປະເມີນສະພາບຄວາມພ້ອມ ຄວາມຄືບໜ້າ ແລະ ຄວາມເສຍຫາຍຂອງໂຄງສ້າງທາງທີ່ເກີດຈາກການຝ່າຝືນ.
ນອກຈາກນັ້ນ ຍັງຕ້ອງຮ່ວມກັບຕຳຫຼວດຈະລາຈອນ ໃນການຕັກເຕືອນ ແລະ ດຳເນີນການຕາມລະບຽບຕໍ່ຜູ້ທີ່ກະທຳຜິດຊ້ຳຊາກ.
ມາດຕະການເຂັ້ມຂອງຕຳຫຼວດຈະລາຈອນ
ຫາກຜູ້ໃດຝ່າຝືນມາດຕະການ ຈົນເຮັດໃຫ້ຊັບສິນຂອງລັດ ຫຼື ເສັ້ນທາງເກີດຄວາມເສຍຫາຍ ຈະຖືວ່າເປັນການຈົ່ງໃຈທຳລາຍຊັບສິນຂອງລັດ ແລະ ກີດຂວາງການປະຕິບັດວຽກຂອງເຈົ້າໜ້າທີ່.
ໃນກໍລະນີດັ່ງກ່າວ ຕຳຫຼວດຈະລາຈອນມີສິດກັກລົດ ແລະ ຜູ້ຂັບຂີ່ໄວ້ທັນທີ ເພື່ອສະຫຼຸບສຳນວນຄະດີ ແລະ ສົ່ງໃຫ້ອົງການໄອຍະການ ຟ້ອງຂຶ້ນສານຕາມກົດໝາຍ.
ນອກນັ້ນ ຜູ້ໃດບໍ່ປະຕິບັດຕາມການຈັດຄິວຢຸດ-ປ່ອຍລົດ ຂອງຜູ້ຮັບເໝົາ ຈະຖືກຍຶດໃບຂັບຂີ່ໄວ້ຢ່າງໜ້ອຍ 60 ວັນ ແລະ ຖືກປັບໃໝໃນອັດຕາສູງຕາມກົດໝາຍ.
ດ່ານສາກົນນາເພົ້າຮ່ວມກວດກາ
ຄະນະຄຸ້ມຄອງດ່ານສາກົນນາເພົ້າ ຈະຕິດຕາມບັນຊີລາຍຊື່ລົດທີ່ລະເມີດຈາກພາກສ່ວນກ່ຽວຂ້ອງຢ່າງໃກ້ຊິດ.
ຖ້າຫາກມີລົດຄັນໃດກໍ່ຄວາມເສຍຫາຍ ຫຼື ຝ່າຝືນລະບຽບ ແລ້ວຫຼົບໜີໄປຮອດດ່ານ ພາກສ່ວນປະຈຳດ່ານຈະລະງັບການດຳເນີນເອກະສານເຂົ້າ-ອອກດ່ານໄວ້ຊົ່ວຄາວ ຈົນກວ່າບັນຫາຈະໄດ້ຮັບການແກ້ໄຂ.
ຜູ້ລະເມີດຈະຖືກລົງໂທດທຸກກໍລະນີ
ຫ້ອງວ່າການແຂວງຄຳມ່ວນ ຢືນຢັນວ່າ ບຸກຄົນ, ນິຕິບຸກຄົນ ຫຼື ອົງການໃດ ທີ່ລະເມີດກົດໝາຍຂົນສົ່ງທາງບົກ, ກົດໝາຍຈະລາຈອນ ຫຼື ມາດຕະການຄວາມປອດໄພໃນເຂດກໍ່ສ້າງ ຈະຖືກດຳເນີນການຕາມລຳດັບຂັ້ນ ຕັ້ງແຕ່ການຕັກເຕືອນ, ລົງວິໄນ, ປັບໃໝ, ຊົດໃຊ້ຄ່າເສຍຫາຍທາງແພ່ງ ໄປຈົນເຖິງການດຳເນີນຄະດີອາຍາ ຕາມຄວາມໜັກ-ເບົາຂອງການກະທຳ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ.
ແຈ້ງການສະບັບນີ້ ມີຜົນບັງຄັບໃຊ້ທັນທີ ນັບແຕ່ວັນລົງນາມເປັນຕົ້ນໄປ ໂດຍໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຖືເອົາເປັນໜ້າທີ່ ແລະ ຮ່ວມກັນປະຕິບັດຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນ ແລະ ສະໜັບສະໜູນໃຫ້ໂຄງການປັບປຸງເສັ້ນທາງເລກ 12 ສຳເລັດຕາມແຜນການທີ່ວາງໄວ້.




