ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດເຜີຍຕົວເລກສະຖິຕິອຸບັດຕິເຫດທາງບົກທົ່ວປະເທດ ປະຈຳເດືອນພຶດສະພາ 2026 ພົບວ່າ ຕົວເລກການເກີດອຸບັດຕິເຫດ ແລະ ມູນຄ່າຄວາມເສຍຫາຍໃນເດືອນນີ້ມີທ່າອ່ຽງຫຼຸດລົງເມື່ອທຽບໃສ່ເດືອນເມສາ 2026 ທີ່ຜ່ານມາ ແຕ່ຕົວເລກຜູ້ເສຍຊີວິດແມ່ນເພີ່ມຂຶ້ນ.
ໃນຕະຫຼອດເດືອນພຶດສະພາ 2026 ທີ່ຜ່ານມາ, ສະຖິຕິອຸບັດຕິເຫດໃນທົ່ວປະເທດມີລາຍລະອຽດ ດັ່ງນີ້:
ຈຳນວນອຸບັດຕິເຫດ: ເກີດຂຶ້ນທັງໝົດ 474 ຄັ້ງ (ຫຼຸດລົງຈາກເດືອນເມສາ 119 ຄັ້ງ).
ພາຫະນະເພພັງ: ທັງໝົດ 819 ຄັນ (ຫຼຸດລົງ 243 ຄັນ).
ຄົນໄດ້ຮັບບາດເຈັບ: ມີຈຳນວນສູງເຖິງ 745 ຄົນ, ເພດຍິງ 255 ຄົນ (ຫຼຸດລົງຈາກເດືອນເມສາ 191 ຄົນ).
ມີຜູ້ເສຍຊີວິດ: ທັງໝົດ 81 ຄົນ,ຍິງ 25 ຄົນ (ເພີ່ມຂຶ້ນຈາກເດືອນເມສາ 07 ຄົນ).
ສະເພາະໃນ ນະຄອນຫຼວງວຽງຈັນ (ນວ) ເກີດອຸບັດຕິເຫດທັງໝົດ 91 ຄັ້ງ (ຫຼຸດລົງ 20 ຄັ້ງ), ພາຫະນະເປ່ເພ 181 ຄັນ (ຫຼຸດລົງ 44 ຄັນ), ມີຜູ້ບາດເຈັບ 94 ຄົນ (ຫຼຸດລົງ 26 ຄົນ) ແລະ ມີຜູ້ເສຍຊີວິດ 21 ຄົນ (ເພີ່ມຂຶ້ນ 07 ຄົນ).
ຈາກການວິເຄາະຂໍ້ມູນ, ພົບວ່າພຶດຕິກຳຂອງຜູ້ຂັບຂີ່ຍັງເປັນປັດໄຈຫຼັກທີ່ເຮັດໃຫ້ເກີດອຸບັດຕິເຫດ ໂດຍສາເຫດອັນດັບຕົ້ນໆ ໄດ້ແກ່:
ດື່ມສິ່ງມຶນເມົາ (ດື່ມເຫຼົ້າ): 102ຄັ້ງ.
ຂັບຂີ່ຄວາມໄວເກີນກຳນົດ: 95ຄັ້ງ.
ເຕັກນິກລົດບໍ່ຮັບປະກັນ: 68 ຄັ້ງ.
ປ່ຽນທິດທາງການເດີນກະທັນຫັນ: 57 ຄັ້ງ.
ຊິງຂຶ້ນໜ້າບໍ່ຮັບປະກັນ: 53 ຄັ້ງ.
ບໍ່ປ່ອຍສິດ: 49 ຄັ້ງ.
ລ່ວງປ້າຍຫ້າມ: 37 ຄັ້ງ.
ອື່ນໆ: 13 ຄັ້ງ.
ຊ່ວງເວລາທີ່ເກີດອຸບັດເຫດ: ແມ່ນເວລາ 08:00 ໂມງ ຫາ 16:00 ໂມງເປັນຊ່ວງທີ່ເກີດອຸບັດຕິເຫດສູງສຸດ ເຖິງ 197 ຄັ້ງ, ຮອງລົງມາແມ່ນຊ່ວງເວລາ 17:00 ໂມງ ຫາ 24:00 ໂມງ (189 ຄັ້ງ).
ວັນທີ່ເກີດເຫດ: ວັນຈັນ-ວັນສຸກ ມີການເກີດອຸບັດຕິເຫດສູງເຖິງ 303 ຄັ້ງ, ສ່ວນວັນເສົາ ແລະ ວັນອາທິດ (171 ຄັ້ງ).
ກຸ່ມອາຍຸ ແລະ ອາຊີບ: ກຸ່ມໄວໜຸ່ມ-ໄວເຮັດວຽກ ອາຍຸລະຫວ່າງ 16 – 30 ປີ ເປັນກຸ່ມທີ່ປະສົບອຸບັດຕິເຫດສູງສຸດເຖິງ 653 ຄົນ. ສ່ວນດ້ານອາຊີບ ພົບວ່າ ເກີດຂຶ້ນກັບ ຊາວຄ້າຂາຍສູງກວ່າໝູ່ (209 ຄົນ), ຮອງລົງມາ ກຳມະກອນ (185 ຄົນ), ຫວ່າງງານ (146 ຄົນ), ນັກຮຽນ-ນັກສຶກສາ (120 ຄົນ) ແລະອື່ນໆ.
ຄົນຕ່າງປະເທດ: ມີຄົນຕ່າງດ້າວ/ຕ່າງປະເທດ ທີ່ປະສົບອຸບັດຕິເຫດໃນ ສປປ ລາວ ທັງໝົດ 101 ຄົນ (ໃນນັ້ນ ສປ ຈີນ 37 ຄົນ, ຫວຽດນາມ 28 ຄົນ, ໄທ 18 ຄົນ, ມຽນມາ 6 ຄົນ, ກຳປູເຈຍ 4 ຄົນ, ສ ເກົາຫຼີ 4 ຄົນ, ອັງກິດ 2ຄົນແລະ ຍີ່ປຸ່ນ 2 ຄົນ.
ອັນດັບແຂວງທີ່ມີການເກີດອຸບັດຕິເຫດ ແລະ ຜູ້ເສຍຊີວິດສູງສຸດ
ຈາກການຈັດອັນດັບ 18 ເຂດ (ລວມທາງດ່ວນ), ນະຄອນຫຼວງວຽງຈັນ ຍັງຄົງຄອງອັນດັບ 1 ທັງຈຳນວນຄັ້ງ ແລະ ຈຳນວນຜູ້ເສຍຊີວິດ:
8 ອັນດັບແຂວງທີ່ເກີດອຸບັດຕິເຫດສູງສຸດ:
ນະຄອນຫຼວງວຽງຈັນ: 91 ຄັ້ງ.
ແຂວງ ສະຫວັນນະເຂດ: 65 ຄັ້ງ.
ແຂວງ ວຽງຈັນ: 43 ຄັ້ງ.
ແຂວງ ຫຼວງພະບາງ 38 ຄັ້ງ.
ແຂວງ ອັດຕະປື: 36 ຄັ້ງ.
ແຂວງ ບໍລິຄຳໄຊ: 29 ຄັ້ງ.
ແຂວງ ຫຼວງນ້ຳທາ: 26 ຄັ້ງ.
ແຂວງ ອຸດົມໄຊ: 23 ຄົນ.
(ໝາຍເຫດ: ສ່ວນທາງດ່ວນ ມີການເກີດອຸບັດຕິເຫດ 01 ຄັ້ງ)
ແຂວງທີ່ມີຜູ້ເສຍຊີວິດສູງສຸດ:
ນະຄອນຫຼວງວຽງຈັນ: 21 ຄົນ.
ບໍລິຄຳໄຊ: 13 ຄົນ.
ສະຫວັນນະເຂດ: 12 ຄົນ.
ແຂວງ ວຽງຈັນ: 05 ຄົນ
ແຂວງ ຄຳມ່ວນ, ຈຳປາສັກ, ຫຼວງພະບາງ, ຫົວພັນ ແຂວງລະ 4 ຄົນ.
ແຂວງ ອຸດົມໄຊ, ໄຊຍະບູລີ: ແຂວງລະ 3 ຄົນ.
ແຂວງ ບໍ່ແກ້ວ, ຊຽງຂວາງ: ແຂວງລະ 2 ຄົນ.
ແຂວງຜົ້ງສາລີ, ໄຊສົມບູນ, ສາລະວັນ, ສາມຫຼ່ຽມຄຳ: ແຂວງ/ເຂດລະ 1 ຄົນ.
(ແຂວງທີ່ບໍ່ມີຜູ້ເສຍຊີວິດເລີຍໃນເດືອນນີ້ ໄດ້ແກ່: ແຂວງ ຫຼວງນ້ຳທາ, ແຂວງ ເຊກອງ, ອັດຕະປື ແລະ ທາງດ່ວນ).
5. ມູນຄ່າຄວາມເສຍຫາຍ
ກົມຕຳຫຼວດຈະລາຈອນ ປະເມີນມູນຄ່າຄວາມເສຍຫາຍທີ່ເກີດຂຶ້ນຈາກອຸບັດຕິເຫດໃນເດືອນພຶດສະພາ 2026 ຄິດເປັນມູນຄ່າສູງເຖິງ 15,004,600,000 ກີບ (ສິບຫ້າຕື້ ສີ່ລ້ານ ຫົກແສນກີບ). ເຖິງຢ່າງໃດກໍຕາມ, ຕົວເລກຄວາມເສຍຫາຍນີ້ແມ່ນ ຫຼຸດລົງຈາກເດືອນເມສາ ເຖິງ 9,223,372,036 ກີບ.
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຍັງຄົງຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນທຸກທົ່ວໜ້າ ຈົ່ງມີສະຕິ ແລະ ເຄົາລົບກົດຈະລາຈອນຢ່າງເຄັ່ງຄັດ, ໂດຍສະເພາະ “ດື່ມບໍ່ຂັບ” ແລະ ການຄວບຄຸມຄວາມໄວ ເພື່ອຫຼຸດຜ່ອນຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນຂອງຕົນເອງ ແລະ ສ່ວນລວມ.
ທີ່ມາ: ກົມຕຳຫຼວດຈະລາຈອນ
Lao Youth Radio FM90MHz




