ເຕືອນໄພ! ຢ່າຫຼົງເຊື່ອນາຍໜ້າເຖື່ອນ ຊວນໄປເຮັດວຽກຕ່າງປະເທດຜິດກົດໝາຍ

ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກຄຳເຕືອນເຖິງພີ່ນ້ອງແຮງງານລາວທົ່ວປະເທດ ໃຫ້ເພີ່ມຄວາມລະມັດລະວັງ ຫຼັງຈາກພົບວ່າມີການໂຄສະນາຜ່ານສື່ສັງຄົມອອນລາຍ ໂດຍສະເພາະ Facebook ຊັກຊວນປະຊາຊົນໄປເຮັດວຽກຢູ່ ມົງໂກເລຍ, ການາດາ, ອົດສະຕາລີ, ເກົາຫຼີໃຕ້ ແລະ ອີກຫຼາຍປະເທດ ໂດຍອ້າງວ່າເປັນວຽກງານລາຍໄດ້ສູງ ແລະ ສາມາດເດີນທາງໄດ້ງ່າຍ ໂດຍບໍ່ຈຳເປັນຕ້ອງມີເອກະສານຖືກຕ້ອງຄົບຖ້ວນ.

ກະຊວງແຮງງານ ເນັ້ນຢ້ຳວ່າ ການເດີນທາງໄປເຮັດວຽກຕ່າງປະເທດໂດຍບໍ່ຜ່ານຂັ້ນຕອນທີ່ຖືກຕ້ອງຕາມກົດໝາຍ ມີຄວາມສ່ຽງສູງ ແລະ ອາດນຳໄປສູ່ຜົນເສຍຫາຍຮ້າຍແຮງ ທັງຕໍ່ຊີວິດ, ຊັບສິນ ແລະ ອະນາຄົດຂອງແຮງງານ.

ຄວາມສ່ຽງຈາກການໄປເຮັດວຽກຜິດກົດໝາຍ

ສ່ຽງຕົກເປັນເຫຍື່ອການຄ້າມະນຸດ

ຜູ້ເສຍຫາຍອາດຖືກຫຼອກລວງ, ຖືກກັກຂັງ, ຖືກຢຶດໜັງສືຜ່ານແດນ ຫຼື ຖືກບັງຄັບໃຊ້ແຮງງານໂດຍບໍ່ໄດ້ຮັບຄ່າຈ້າງຕາມທີ່ຕົກລົງ.

ຂາດການຄຸ້ມຄອງຕາມກົດໝາຍ

ບໍ່ມີສັນຍາຈ້າງງານທີ່ຖືກຕ້ອງ, ບໍ່ມີສິດໄດ້ຮັບການຄຸ້ມຄອງດ້ານແຮງງານ ຫຼື ປະກັນໄພ ເມື່ອເກີດອຸບັດຕິເຫດ ຫຼື ເຈັບປ່ວຍ.

ສ່ຽງຖືກຈັບກຸມ ແລະ ສົ່ງກັບປະເທດ

ການເຂົ້າເມືອງ ຫຼື ເຮັດວຽກໂດຍຜິດກົດໝາຍ ອາດຖືກດຳເນີນຄະດີ, ຖືກປັບໄໝ, ຖືກກັກຕົວ ແລະ ຖືກຂຶ້ນບັນຊີດຳ (Blacklist) ເຮັດໃຫ້ບໍ່ສາມາດເດີນທາງໄປຕ່າງປະເທດໄດ້ໃນອະນາຄົດ.

ສູນເສຍເງິນຈຳນວນຫຼາຍ

ຫຼາຍກໍລະນີຖືກຫຼອກເກັບຄ່າທຳນຽມ ຫຼື ຄ່າດຳເນີນການຈຳນວນສູງ ແຕ່ບໍ່ໄດ້ວຽກງານຕາມທີ່ໂຄສະນາໄວ້.

ຂໍ້ແນະນຳສຳຄັນສຳລັບແຮງງານລາວ

ຕິດຕໍ່ຂໍ້ມູນຜ່ານກົມການຈັດຫາງານ ຫຼື ບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງເທົ່ານັ້ນ.

ກວດສອບສັນຍາຈ້າງງານ, ວີຊາ ແລະ ເອກະສານເດີນທາງໃຫ້ຄົບຖ້ວນກ່ອນເດີນທາງ.

ບໍ່ຄວນໂອນເງິນ ຫຼື ສົ່ງເອກະສານສ່ວນຕົວໃຫ້ຜູ້ອ້າງຕົວເປັນນາຍໜ້າ ໂດຍບໍ່ມີຫຼັກຖານ ຫຼື ເອກະສານທາງກົດໝາຍຮອງຮັບ.

ກົມການຈັດຫາງານ ຂໍຮຽກຮ້ອງໃຫ້ພີ່ນ້ອງແຮງງານລາວທຸກຄົນ ໃຊ້ວິຈາລະນະຍານໃນການຮັບຂ່າວສານ ແລະ ກວດສອບຂໍ້ມູນໃຫ້ຮອບຄອບກ່ອນຕັດສິນໃຈໄປເຮັດວຽກຢູ່ຕ່າງປະເທດ ເພື່ອປ້ອງກັນການຖືກຫຼອກລວງ ແລະ ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ.

ທີ່ມາ: ຂ່າວສານ ຮສສ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles