ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງ ຂະໜາດ 7.8 ຣິກເຕີ ຢູ່ບໍລິເວນນອກຊາຍຝັ່ງແຂວງ ຊາຣັງການີ ທາງຕອນໃຕ້ຂອງເກາະມິນດານາວ

ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງ ຂະໜາດ 7.8 ຣິກເຕີ ຢູ່ບໍລິເວນນອກຊາຍຝັ່ງແຂວງ ຊາຣັງການີ ທາງຕອນໃຕ້ຂອງເກາະມິນດານາວ ໃນເວລາປະມານ 07:37 ໂມງ ຂອງເຊົ້າວັນຈັນ ທີ 8 ມິຖຸນາ 2026 ນີ້ (ຕາມເວລາທ້ອງຖິ່ນ).

ໂດຍຈຸດສູນກາງແຜ່ນດິນໄຫວ ແມ່ນຢູ່ເລິກລົງໄປໃຕ້ດິນປະມານ 33 ຫາ 55 ກິໂລແມັດ.

ຄວາມເສຍຫາຍ ແລະ ຜົນກະທົບຫຼ້າສຸດ:

ແຮງສັ່ນສະເທືອນສົ່ງຜົນໃຫ້ອາຄານ, ເຮືອນຊານ ແລະ ຮ້ານຄ້າຫຼາຍແຫ່ງໃນເມືອງ ເຈນເນີຣັລ ຊານໂຕສ (General Santos) ໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະ ບາງສ່ວນໄດ້ຖະລົ່ມລົງມາ, ລວມທັງອາຄານຂອງມະຫາວິທະຍາໄລ Notre Dame ທີ່ມີລາຍງານວ່າໂຄງສ້າງບາງສ່ວນໄດ້ພັງທະລາຍລົງ.

ໄຟຟ້າ, ນ້ຳປະປາ ແລະ ສັນຍານອິນເຕີເນັດ ຖືກຕັດຂາດໃນຫຼາຍພື້ນທີ່ ເນື່ອງຈາກເສົາໄຟຟ້າ ແລະ ລະບົບສົ່ງຈ່າຍໄດ້ຮັບຄວາມເສຍຫາຍ.

ທາງການໄດ້ສັ່ງລະງັບການບໍລິການຢູ່ ສະໜາມບິນສາກົນ General Santos ຊົ່ວຄາວເພື່ອຄວາມປອດໄພ, ພ້ອມທັງສັ່ງຍົກເລີກການຮຽນ-ການສອນທຸກລະດັບຊັ້ນໃນຫຼາຍເມືອງ ຍ້ອນມື້ນີ້ເປັນມື້ເປີດສົກຮຽນໃໝ່ມື້ທຳອິດ ເຮັດໃຫ້ນັກຮຽນ ແລະ ຄູ-ອາຈານ ຕ່າງພາກັນແລ່ນໜີອອກມາຢູ່ເຂດປອດໄພຢ່າງຕື່ນຕົກໃຈ.

ໃນເບື້ອງຕົ້ນມີລາຍງານການຢືນຢັນ ຜູ້ເສຍຊີວິດແລ້ວຢ່າງໜ້ອຍ 1 ຄົນ ແລະ ບາດເຈັບອີກ 4 ຄົນ, ຂະນະທີ່ເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາຜູ້ທີ່ອາດຈະຕິດຄ້າງຢູ່ກ້ອງຊາກອາຄານ.

ພາຍຫຼັງເກີດເຫດ, ສະຖາບັນພູໄຟວິທະຍາ ແລະ ແຜ່ນດິນໄຫວວິທະຍາຂອງຟີລິບປິນ ຫຼື PHIVOLCS ໄດ້ອອກປະກາດເຕືອນໄພສຶນາມິໃນ 9 ແຂວງທາງຕອນໃຕ້ ໂດຍຄາດວ່າອາດມີຄື້ນທະເລສູງປະມານ 1 ແມັດ ແລະ ອາດເກີດຂຶ້ນຕໍ່ເນື່ອງຫຼາຍຊົ່ວໂມງ. ທາງການໄດ້ແຈ້ງເຕືອນໃຫ້ປະຊາຊົນທີ່ອາໄສຢູ່ເຂດຊາຍຝັ່ງທະເລ ຟ້າວອົບພະຍົບຂຶ້ນສູ່ບ່ອນສູງໂດຍດ່ວນທີ່ສຸດ.

ປັດຈຸບັນ, ປະທານາທິບໍດີ ຟິລິບປິນ ໄດ້ສັ່ງການໃຫ້ທຸກໜ່ວຍງານກູ້ໄພ ແລະ ຈັດການໄພພິບັດແຫ່ງຊາດ ລົງພື້ນທີ່ເພື່ອຊ່ວຍເຫຼືອປະຊາຊົນ ແລະ ປະເມີນຄວາມເສຍຫາຍຢ່າງໃກ້ຊິດແລ້ວ.

ຫາກມີຂໍ້ມູນຄວາມເສຍຫາຍເພີ່ມເຕີມ ທາງເພຈຈະຟ້າວອັບເດດໃຫ້ຊາບອີກຄັ້ງ.

​ທີ່ມາ: World​ Forum​

​Lao Youth​ Radio​ ​FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles