ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເດີນທາງເຄື່ອນໄຫວວຽກງານ ແລະ ເຂົ້າຮ່ວມກິດຈະກຳລະດັບສາກົນ ຢ່າງເປັນທາງການ ຢູ່ ນະຄອນຫຼວງມົສກູ, ສະຫະພັນຣັດເຊຍ

ໃນວາລະທີ່ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ແລະ ຊາວໜຸ່ມ,ເຍົາວະຊົນລາວ ໄດ້ເດີນທາງເຄື່ອນໄຫວວຽກງານ ແລະ ເຂົ້າຮ່ວມກິດຈະກຳລະດັບສາກົນ ຢ່າງເປັນທາງການ ຢູ່ ນະຄອນຫຼວງມົສກູ, ສະຫະພັນຣັດເຊຍ.

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຂະບວນການມະຫາຊົນຂອງລັດ ເພື່ອເຍົາວະຊົນ ແລະ ຊາວໜຸ່ມ ທົ່ວຣັດເຊຍ “ຂະບວນການທີໜຶ່ງ” ໄດ້ຮ່ວມກັນລົງນາມສັນຍາວ່າດ້ວຍການພົວພັນຮ່ວມມືລະຫວ່າງສອງຝ່າຍ ຢ່າງສົມກຽດ ລະຫວ່າງ ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ Artur Orlov ປະທານຄະນະກຳມະການບໍລິຫານ “ຂະບວນການທີໜຶ່ງ”.

ຂະບວນການທີໜຶ່ງ” (Movement of the First) ແມ່ນອົງການຈັດຕັ້ງມະຫາຊົນຂອງລັດ ເພື່ອເຍົາວະຊົນ ແລະ ຊາວໜຸ່ມ ລະດັບຊາດ ຂອງສະຫະພັນຣັດເຊຍ ໂດຍໄດ້ຮັບການສະໜັບສະໜູນ ແລະ ຂໍ້ລິເລີ່ມໂດຍກົງຈາກ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ເພື່ອເຕົ້າໂຮມ ແລະ ປ່ຽນແທນບັນດາສະມາຄົມເດັກນ້ອຍ ແລະ ຊາວໜຸ່ມ ໃຫ້ກາຍເປັນເອກະພາບກັນໃນທົ່ວປະເທດ ໂດຍອີງໃສ່ຮາກຖານວັດທະນະທຳ, ປະຫວັດສາດ ແລະ ຄ່ານິຍົມອັນດີງາມຂອງຊາດ, ອົງການກັ່ງກ່າວມີເຄືອຂ່າຍຮາກຖານ ແລະ ຫ້ອງການຜູ້ຕາງໜ້າຂະຫຍາຍໄປທົ່ວທຸກພາກພື້ນ, ທຸກນະຄອນ ແລະ ໃນບັນດາໂຮງຮຽນ, ສະຖາບັນການສຶກສາຫຼາຍໝື່ນແຫ່ງ ເຮັດໃຫ້ສາມາດເຕົ້າໂຮມ ແລະ ຈັດຕັ້ງກິດຈະກຳລະດັບຊາດ ແລະ ລະດັບສາກົນ ທີ່ມີຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍໃນແຕ່ລະປີ

ສັນຍາວ່າດ້ວຍການພົວພັນຮ່ວມມື ເເມ່ນມີຄວາມໝາຍຄວາມສໍາຄັນ ທີ່ໄດ້ສະເເດງໃຫ້ເຫັນເຖິງໝາກຜົນຕົວຈິງ ຂອງການເອົາໃຈໃສ່ຮ່ວມກັນ ໃນການສ້າງສາຍພົວພັນມິດຕະພາບອັນໃກ້ສິດ ແລະ ການຮ່ວມມືອັນເຂັ້ມເເຂງ ນັບຈາກການພົບປະລະຫວ່າງສອງຝ່າຍໃນລະຫວ່າງເດືອນພະຈິກ ປີ 2025 ທີ່ຜ່ານມາ. ສະຫາຍ ທອງລີ ສີສຸລິດ ໄດ້ກ່າວໃນພິທີດັ່ງກ່າວວ່າ ຜ່ານການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືສະບັບນີ້ ໂດຍຜ່ານຂະບວນການ ແລະ ກິດຈະກໍາຕ່າງໆລະຫວ່າງສອງປະເທດ, ຊາວໜຸ່ມ, ເຍົາວະຊົນຂອງສອງອົງການຈັດຕັ້ງຊາວໜຸ່ມຂອງພວກເຮົາ ຈະສາມາດພັດທະນາຄວາມຮູ້, ພອນສະຫວັນ ແລະ ຫົວຄິດປະດິດສ້າງ ເພື່ອກາຍເປັນບຸກຄົນທີ່ມີນໍ້າໃຈຮັກຊາດ, ມີຄວາມກ້າຫານ ແລະ ມີຫົວຄິດທັນຍຸກສະໄໝໃໝ່ໃນຕໍ່ໜ້າ, ພ້ອມທັງປະຕິບັດພາລະກິດໜ້າທີ່ອັນສໍາຄັນ ໃນການປົກປັກຮັກສາ, ສືບທອດວັດທະນະທໍາອັນດີງາມ ກໍຄືການເສີມຂະຫຍາຍການພົວພັນຮ່ວມມື ຂອງສອງປະເທດ ລາວ-ສະຫະພັນຣັດເຊຍ ໃຫ້ນັບມື້ມີຄວາມໜັກເເໜ້ນ ແລະ ເຂັ້ມເເຂງຂຶ້ນເທື່ອລະກ້າວ. ເຊິ່ງນັບຈາກນີ້ ສອງຝ່າຍຈະໄດ້ຮ່ວມກັນສືບຕໍ່ ຄົ້ນຄວ້າກໍານົດທາງດ້ານເວລາ ແລະ ແຜນງານອັນລະອຽດ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາເນື້ອໃນທີ່ໄດ້ກໍານົດໄວ້ໃນບົດບັນທຶກສະບັບນີ້ ໃຫ້ປະກົດຜົນເປັນຈິງ ແລະ ໄດ້ຮັບໝາກຜົນສູງສຸດ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles