ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລະດັບພາກພື້ນ ກ່ຽວກັບສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໄດ້ລົງຢ້ຽມຢາມການດຳເນີນວຽກກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ຢູ່ບ້ານຫົວເມືອງ ເມືອງກາສີ ແຂວງວຽງຈັນ ເພື່ອຕິດຕາມຜົນການດຳເນີນງານ ແລະ ຮັບຮູ້ສະພາບຕົວຈິງຂອງວຽກງານມະນຸດສະທຳດ້ານການເກັບກູ້ລະເບີດຕົກຄ້າງໃນ ສປປ ລາວ.
ການລົງພື້ນທີ່ຄັ້ງນີ້ ນຳໂດຍ ທ່ານ ເພັດສະໝອນ ແກ້ວວົງວິຈິດ ຮອງຫົວໜ້າກົມການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຜູ້ແທນ ແລະ ພາກສ່ວນກ່ຽວຂ້ອງ.
ທ່ານ ຄຳສິງ ພິມພັນທະວົງ ຫົວໜ້າພາກສະໜາມກວດກູ້ລະເບີດ ບ້ານຫົວເມືອງ ໃຫ້ຮູ້ວ່າ ການກວດກູ້ລະເບີດໃນພື້ນທີ່ດັ່ງກ່າວ ໄດ້ເລີ່ມດຳເນີນມາຕັ້ງແຕ່ຕົ້ນເດືອນພຶດສະພາ 2026 ໂດຍມີເປົ້າໝາຍກວດກູ້ໃນເນື້ອທີ່ຫຼາຍກວ່າ 18 ເຮັກຕາ.
ປັດຈຸບັນ ສາມາດກວດກູ້ໄດ້ແລ້ວ 41.847 ຕາແມັດ ຫຼື ເທົ່າກັບ 23% ຂອງແຜນການທັງໝົດ ແລະ ພົບລະເບີດຈຳນວນ 36 ລູກ. ຄາດວ່າວຽກງານກວດກູ້ຈະສຳເລັດໃນທ້າຍປີ 2026 ເພື່ອສົ່ງມອບພື້ນທີ່ທີ່ປອດໄພໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນນຳໄປໃຊ້ປະໂຫຍດດ້ານການຜະລິດ.
ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນທຶນຈາກລັດຖະບານ ສ. ເກົາຫຼີ ຜ່ານອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ຮ່ວມກັບ ຫ້ອງການຄະນະກຳມະການຄຸ້ມຄອງລະເບີດແຫ່ງຊາດ ໃນການແກ້ໄຂບັນຫາລະເບີດຕົກຄ້າງຢູ່ໃນລາວ.
ການຢ້ຽມຢາມຄັ້ງນີ້ ຍັງເປັນໂອກາດໃຫ້ຄະນະຜູ້ແທນໄດ້ຮັບຮູ້ເຖິງຂັ້ນຕອນການສຳຫຼວດ, ການກວດກູ້, ການທຳລາຍລະເບີດ ແລະ ວຽກງານສ້າງຄວາມຮັບຮູ້ຄວາມສ່ຽງໄພຈາກລະເບີດໃຫ້ແກ່ປະຊາຊົນ ພາຍໃຕ້ການດຳເນີນງານຂອງ ສູນ 523 ຂອງກອງທັບປະຊາຊົນລາວ.
ສປປ ລາວ ຍັງເປັນໜຶ່ງໃນປະເທດທີ່ຮັບຜົນກະທົບຈາກລະເບີດຕົກຄ້າງຫຼາຍທີ່ສຸດໃນໂລກ ໂດຍມີພື້ນທີ່ປົນເປື້ອນລະເບີດກວ້າງກວ່າ 87.000 ກິໂລຕາແມັດ ໃນ 18 ແຂວງທົ່ວປະເທດ. ໃນຊ່ວງສົງຄາມ 9 ປີ ມີການຖິ້ມລະເບີດຫຼາຍກວ່າ 3 ລ້ານໂຕນ ແລະ ລະເບີດລູກຫວ່ານຫຼາຍກວ່າ 270 ລ້ານໜ່ວຍ ໂດຍຄາດວ່າຍັງມີປະມານ 30% ທີ່ບໍ່ທັນແຕກ ແລະ ຕົກຄ້າງຢູ່ໃນພື້ນດິນຂອງລາວ.
ທີ່ມາ: ປະເທດລາວ


