ປີ 2026 ລາວປູກປ່າ ກວ່າ 50.000 ເຮັກຕ້າ 25,1 ລ້ານເບ້ຍ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປະຈຳປີ 2026 ໃນວັນທີ 31 ພຶດສະພາ 2026 ທີ່ສວນເຈົ້າອານຸວົງ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ພິທີຄັ້ງນີ້ ໄດ້ຮັບກຽດຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມເປັນປະທານ ພ້ອມດ້ວຍ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ຄະນະນຳພັກ-ລັດ, ທູດານຸທູດ, ຄູ່ຮ່ວມພັດທະນາ, ຜູ້ປະກອບການ, ປະຊາຊົນ ແລະ ເຍົາວະຊົນ ເຂົ້າຮ່ວມຢ່າງຄຶກຄື້ນ.

ໃນໂອກາດນີ້ ທ່ານ ປອ. ລິນຄໍາ ດວງສະຫວັນ ໄດ້ກ່າວລາຍງານວ່າ ພັກ ແລະ ລັດ ໄດ້ກຳນົດເອົາວັນທີ 1 ມິຖຸນາ ເປັນ “ວັນປູກຕົ້ນໄມ້ແຫ່ງຊາດ” ນັບແຕ່ປີ 1980 ເປັນຕົ້ນມາ ເພື່ອປູກຈິດສຳນຶກໃຫ້ປະຊາຊົນ ໂດຍສະເພາະເດັກນ້ອຍ ແລະ ເຍົາວະຊົນ ໄດ້ເຫັນຄຸນຄ່າຂອງປ່າໄມ້ ແລະ ຮ່ວມກັນອະນຸລັກຊັບພະຍາກອນທຳມະຊາດ ໃຫ້ຍືນຍົງ.

ສຳລັບແຜນການປູກໄມ້ໃນປີ 2026 ນີ້ ທົ່ວປະເທດວາງເປົ້າໝາຍ:

ເກັບແກ່ນພັນໄມ້ກວ່າ 121.000 ກິໂລກຣາມ

ຜະລິດກ້າເບ້ຍໄມ້ກວ່າ 25,1 ລ້ານເບ້ຍ

ປູກໄມ້ໃນເນື້ອທີ່ກວ່າ 50.000 ເຮັກຕາ

ສະເພາະວັນປູກຕົ້ນໄມ້ແຫ່ງຊາດ ຈະມີການປູກໄມ້ໃນເນື້ອທີ່ກວ່າ 7.300 ເຮັກຕາ ໂດຍນຳໃຊ້ເບ້ຍໄມ້ຫຼາຍກວ່າ 4,5 ລ້ານເບ້ຍ.

ສຳລັບນະຄອນຫຼວງວຽງຈັນ ມີແຜນປູກຕົ້ນໄມ້ໃນເນື້ອທີ່ປະມານ 50 ເຮັກຕາ ຕາມຈຸດຕ່າງໆ ລວມທັງເຂດທີ່ເຄີຍໄດ້ຮັບຜົນກະທົບຈາກໄຟປ່າ ໂດຍຈະນຳໃຊ້ເບ້ຍໄມ້ກວ່າ 80.000 ເບ້ຍ ປະກອບມີ ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ.

ພາຍຫຼັງພິທີເປີດ ບັນດາຜູ້ນຳ ແລະ ແຂກຜູ້ມີກຽດ ໄດ້ຮ່ວມກັນປູກຕົ້ນໄມ້ຫຼາຍຊະນິດ ຢູ່ສວນເຈົ້າອານຸວົງ ເພື່ອເປັນສັນຍາລັກແຫ່ງຄວາມຮ່ວມມື ໃນການອະນຸລັກປ່າໄມ້ ແລະ ສ້າງສິ່ງແວດລ້ອມສີຂຽວໃຫ້ແກ່ຄົນຮຸ່ນຫຼັງ.

ໃນໂອກາດນີ້ ທ່ານລັດຖະມົນຕີ ໄດ້ເນັ້ນຢ້ຳຄຳຂວັນປະຈຳປີ 2026 ວ່າ: “ຮ່ວມແຮງຮ່ວມໃຈຊ່ວຍກັນ ປູກຕົ້ນໄມ້ຢ່າງໜ້ອຍ 1 ຕົ້ນ ຕໍ່ຄົນ ຕໍ່ປີ” “ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2026 ຄົບຮອບ 46 ປີ ຢ່າງສຸດໃຈ”

ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງຂະບວນການປູກຕົ້ນໄມ້ເທົ່ານັ້ນ ແຕ່ຍັງເປັນການປຸກຈິດສຳນຶກໃຫ້ສັງຄົມຮ່ວມກັນອະນຸລັກຊັບພະຍາກອນທຳມະຊາດ ເພື່ອຂັບເຄື່ອນ ສປປ ລາວ ສູ່ອະນາຄົດສີຂຽວ ແລະ ການພັດທະນາຢ່າງຍືນຍົງ.

ທີ່ມາ: ວຽງຈັນໃຫມ່

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles