ກອງປະຊຸມສະມັດຊາໃຫຍ່ຂອງສັນນິບາດນາໆຊາດ, ໃນວັນທີ 16 ກັນຍາ 1924 ໄດ້ຮັບຮອງເອົາ “ຖະແຫຼງການເຊີແນວ ກ່ຽວກັບສິດທິຂອງເດັກ” ເປັນຄັ້ງທໍາອິດ ຊຶ່ງໄດ້ປະກາດວ່າ ເດັກມີຄວາມຕ້ອງການໃນການ ປ້ອງກັນ ແລະ ດູແລເບິ່ງແຍງເປັນພິເສດ ລວມທັງການຊຸກຍູ້ ສົ່ງເສີມ, ພັດທະນາ ແລະ ປົກປ້ອງທີ່ເໝາະສົມທາງດ້ານກົດ ໝາຍແກ່ເດັກກ່ອນເກີດ ແລະ ຫຼັງເກີດ ຍ້ອນວ່າເດັກຍັງບໍ່ທັນມີວຸດທິພາວະທີ່ສົມບູນຄົບຖ້ວນທາງດ້ານຮ່າງກາຍ ແລະ ຈິດໃຈ
ປີຕໍ່ມາກອງປະຊຸມໂລກຄັ້ງທໍາອິດ ເພື່ອຄວາມເປັນຢູ່ທີ່ດີຂອງເດັກ ໄດ້ຖືກຈັດຂຶ້ນຢູ່ທີ່ເຊີແນວ, ປະເທດສະວິດເຊີແລນ ໃນວັນທີ 1 ມິຖຸນາ 1925 ແລະ ກໍໄດ້ປະກາດເອົາວັນດັ່ງກ່າວເປັນວັນເດັກສາກົນ. ມາຮອດເດືອນພະຈິກ 1949 ກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງປະຊາທິປະໄຕສາກົນ, ທີ່ ນະຄອນຫຼວງມົດສະກູ, ສະຫະພາບໂຊຫວຽດ ໄດ້ປະກາດເອົາວັນທີ 1 ມິຖຸນາ ເປັນວັນເດັກສາກົນອີກເທື່ອຫນຶ່ງ ຈຸດປະສົງແມ່ນເພື່ອຊຸກຍູ້ ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກ, ການສະເຫຼີມສະຫຼອງວັນເດັກສາກົນ ຈະມີການອອກບົດປາໄສກ່ຽວກັບສິດທິ, ຄວາມເປັນຢູ່ທີ່ດີຂອງເດັກ ແລະ ການດໍາເນີນກິດຈະກໍາຕ່າງໆເພື່ອເດັກ.
ເດັກໝາຍເຖິງບຸກຄົນທີ່ມີອາຍຸ ຕໍ່າກວ່າ 18 ປີ ຊຶ່ງຈະເປັນຜູ້ໃຫຍ່ໃນມື້ໜ້າ, ທັງຈະແມ່ນກໍາລັງແຮງງານທີ່ສໍາຄັນໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ. ສະນັ້ນ, ພັກ ແລະ ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມວຽກງານແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດ ດ້ວຍການສົ່ງເສີມສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ, ພັດທະນາເດັກຢ່າງຮອບດ້ານຕາມແນວທາງນະໂຍບາຍຂອງພັກ-ລັດ. ຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ, ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ 4 ສິດ ພື້ນຖານຂອງເດັກ ຊຶ່ງໄດ້ປະສົບຜົນສໍາເລັດເປັນຢ່າງດີ ບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດ. ຜົນສໍາເລັດດັ່ງກ່າວນັ້ນແມ່ນຍ້ອນຄວາມເອົາໃຈໃສ ່ຊີ້ນໍາ-ນໍາພາຂອງພັກ-ລັດຖະບານ, ແມ່ນຄວາມບຸກບືນ ແລະ ພະຍາຍາມໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ແຜນນະໂຍບາຍ ຂອງລັດຖະບານ ກ່ຽວກັບວຽກງານດັ່ງກ່າວຂອງຄະນະກໍາມາທິການ ເພື່ອແມ່ ແລະ ເດັກແຫ່ງຊາດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ບັນດາອົງການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານແມ່ ແລະ ເດັກ ກໍ່ຄືວຽກສິດທິເດັກໄດ້ຮັບການສົ່ງເສີມ ແລະ ພັດທະນາໃນທິດທາງທີ່ຕັ້ງໜ້າໃນຊຸມປີຜ່ານມາ. ແຕ່ເຖິງຢ່າງໃດພວກເຮົາກໍ່ຍັງຜະເຊີນກັບອຸປະສັກ ແລະ ສິ່ງທ້າທາຍ ຫລາຍປະການເປັນຕົ້ນ: ບັນຫາໂພຊະນາການອັນເປັນສາເຫດໃຫ້ເດັກຈໍານວນໜຶ່ງບໍ່ໄດ້ມາດຖານດ້ານນໍ້າໜັກ ແລະ ລວງສູງ, ອັດຕາການຕາຍຂອງແມ່ ແລະ ເດັກ, ອັດຕາບໍ່ໄດ້ເຂົ້າຮຽນຂອງເດັກຍັງມີຈໍານວນໜຶ່ງ, ບັນຫານໍ້າສະອາດ ແລະ ວິດຖ່າຍຍັງບໍ່ທັນທົ່ວເຖິງ. ພວກເຮົາຍັງຜະເຊີນກັບປາກົດການຫຍໍ້ທໍ້ໃນສັງຄົມຈໍານວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນ ບັນຫາຢາເສບຕິດ, ການທາລຸນ ແລະ ໃຊ້ຄວາມຮຸນແຮງຕໍ່ເດັກໃນຫລາຍຮູບແບບ, ການໄປອອກແຮງງານທີ່ຜິດກົດໝາຍ ອັນເປັນສາເຫດໃນການຕົກເປັນເຫຍື່ອຂອງການຄ້າຂາຍເດັກ, ຄ້າປະເວນີເດັກ ກໍ່ຄື ການຄ້າມະນຸດກັບການຂູດຮີດແຮງງານ.
Lao Youth Radio FM90MHz


