ຈີນປັບໂຄງສ້າງຍານອະວະກາດຄັ້ງໃຫຍ່! ຕັ້ງເປົ້າສົ່ງມະນຸດຢຽບດວງຈັນພາຍໃນປີ 2030

ວົງການອະວະກາດໂລກຕ້ອງສັ່ນສະເທືອນອີກຄັ້ງ! ເມື່ອວັນທີ 28 ພຶດສະພານີ້, ປະເທດຈີນໄດ້ປະກາດເດີນໜ້າປັບໂຄງສ້າງໂຄງການອະວະກາດຄັ້ງມະໂຫລານ ໂດຍການຄວບຮວມພາລະກິດຫຸ່ນຍົນສຳຫຼວດດວງຈັນ “ສາງເອີ” (Chang’e) ເຂົ້າກັບໂຄງການອະວະກາດທີ່ມີມະນຸດຄວບຄຸມ ພາຍໃຕ້ຊື່ໃໝ່ “ໂຄງການສຳຫຼວດດວງຈັນ” (Lunar Exploration Program).

ເປົ້າໝາຍສູງສຸດຂອງການເຄື່ອນໄຫວຄັ້ງນີ້ຄື: ການສົ່ງມະນຸດອະວະກາດຊາວຈີນໄປຢຽບພື້ນຜິວດວງຈັນໃຫ້ໄດ້ເປັນຄັ້ງທຳອິດພາຍໃນປີ 2030👨‍🚀

ທ່ານ ຈາງ ຈິງປົວ (Zhang Jingbo) ໂຄສົກອົງການອະວະກາດທີ່ມີມະນຸດຄວບຄຸມແຫ່ງປະເທດຈີນ (CMSA) ໄດ້ຖະແຫຼງວ່າ ຈີນຈະບູລະນາການທັງດ້ານພາລະກິດ, ຊັບພະຍາກອນ ແລະ ທີມງານ ເພື່ອດຶງເອົາຄວາມຊ່ຽວຊານທີ່ສະສົມມາຫຼາຍທົດສະວັດມາໃຊ້ໃຫ້ເກີດປະໂຫຍດສູງສຸດ ພ້ອມທັງຢືນຢັນຢ່າງໜັກແໜ້ນວ່າ “ພວກເຮົາຈະທຸ່ມເທຢ່າງເຕັມທີ່ເພື່ອບັນລຸເປົ້າໝາຍນີ້”.

ການທົດສອບ ແລະ ກຽມຄວາມພ້ອມດ້ານເຕັກໂນໂລຊີສຸດລ້ຳ

ທີ່ຜ່ານມາ ຈີນໄດ້ປະສົບຄວາມສຳເລັດໃນການທົດສອບຂັ້ນຕອນສຳຄັນໄປແລ້ວຫຼາຍຢ່າງ ເພື່ອປູທາງສູ່ລະບົບຂົນສົ່ງແບບນຳກັບມາໃຊ້ໃໝ່ໄດ້ ແລະ ການລົງຈອດເທິງດວງຈັນ:

• ການທົດສອບຈະຫຼວດ Long March-10 ໃນລະດັບຄວາມສູງຕໍ່າ.

• ການທົດສອບລະບົບດີດຕົວສຸກເສີນ ຂອງຍານອະວະກາດ “ເມີງໂຈວ” (Mengzhou).

ໃນໄລຍະຕໍ່ໄປ ຈີນມີແຜນຈະທົດສອບການບິນຂອງຈະຫຼວດ Long March-10 ລວມເຖິງຖ້ຽວບິນປະຖົມມະເລີກຂອງຍານອະວະກາດ Mengzhou ແລະ ຍານລົງຈອດເທິງດວງຈັນທີ່ມີຊື່ວ່າ “ລານຢູ” (Lanyue).

ນອກຈາກນີ້ ສະຖານີອະວະກາດທຽນກົງ (Tiangong) ທີ່ໂຄຈອນມາເກືອບ 4 ປີ ກໍມີບົດບາດສຳຄັນໃນການທົດສອບເຕັກໂນໂລຊີ ໂດຍຍານຂົນສົ່ງສຳພະລະ Tianzhou-10 ໄດ້ນຳສົ່ງການທົດລອງເພື່ອສຶກສາພຶດຕິກຳຂອງແຫຼວໃນສະພາວະໄຮ້ນ້ຳໜັກ ແລະ ທົດສອບເຊວແສງດວງຕາເວັນເພີຣັອບສະໄກຕ໌ (perovskite) ເພື່ອໃຊ້ສ້າງຖານທັບເທິງດວງຈັນໃນອະນາຄົດ.

ການຄັດເລືອກລູກເຮືອ ແລະ ພາລະກິດຄູ່ຂະໜານ

ທ່ານ ຈີ ສີໝິງ (Ji Qiming) ໂຄສົກໂຄງການອະວະກາດທີ່ມີມะນຸດຄວບຄຸມ ລະບຸວ່າ ສະຖານີອະວະກາດແມ່ນກຳລັງຊ່ວຍສະໜັບສະໜູນການຝຶກຝົນນັກບິນອະວະກາດ ແລະ ທີມວິໄຈຢ່າງເຂັ້ມງວດ.

• ພາລະກິດປະຫວັດສາດນີ້ ຈະໃຊ້ລູກເຮືອທັງໝົດ 3 ຄົນ ໂດຍ 2 ຄົນຈະລົງໄປຢຽບພື້ນຜິວດວງຈັນເພື່ອເຮັດການວິໄຈທາງວິທະຍາສາດ.

• ໃນຂະນະດຽວກັນ ດ້ານການສຳຫຼວດແບບໄຮ້ມະນຸດ ຍານສຳຫຼວດ “ສາງເອີ-7” (Chang’e-7) ໄດ້ຖືກສົ່ງໄປທີ່ສູນປ່ອຍຍານອະວະກາດເຫວິນຊາງແລ້ວ ແລະ ມີກຳນົດຈະປ່ອຍສູ່ອະວະກາດໃນ ເດືອນສິງຫານີ້ ເພື່ອເຮັດພາລະກິດໂຄຈອນ, ລົງຈອດ ແລະ ໃຊ້ຫຸ່ນຍົນກະໂດດສຳຫຼວດຊັບພະຍາກອນບໍລິເວນຂົ້ວໃຕ້ຂອງດວງຈັນ.

ສະຫຼຸບ:

ການປັບທັບຄັ້ງໃຫຍ່ຂອງຈີນໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມພ້ອມ ແລະ ເຕັກໂນໂລຊີທີ່ກ້າວກະໂດດ ເຊິ່ງຕ້ອງມາຈັບຕາເບິ່ງນຳກັນວ່າ ພາຍໃນປີ 2030 ທຸງຊາດຈີນຈະໄປໂບກສະບັດເທິງດວງຈັນໄດ້ຕາມເປົ້າໝາຍຫຼືບໍ່.

📑 ແຫຼ່ງຂໍ້ມູນອ້າງອີງ:

• China Manned Space Agency (CMSA)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles