ໂຄງການປັບປຸງເສັ້ນທາງເລກ 13 ໃຕ້ ຊ່ວງຈາກກິໂລແມັດທີ 21 ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ກິໂລແມັດທີ 71 ເຂດເມືອງທ່າພະບາດ ແຂວງບໍລິຄຳໄຊ ກຳລັງດຳເນີນໄປຢ່າງຄືບໜ້າ ແລະ ຫຼ້າສຸດໄດ້ເລີ່ມປູຢາງອັດສະຟານໃນບາງຊ່ວງຂອງໂຄງການແລ້ວ ໂດຍຕັ້ງເປົ້າໝາຍສຳເລັດກ່ອນແຜນການເຖິງ 1 ປີ.
ທ່ານ ຄຳແສນ ສີວົງໄຊ ຮອງຫົວໜ້າຜູ້ປະສານງານໂຄງການປັບປຸງເສັ້ນທາງ 13 ໃຕ້ ໃຫ້ສຳພາດໃນວັນທີ 29 ພຶດສະພາ 2026 ວ່າ ໂຄງການມີໄລຍະກໍ່ສ້າງ 3 ປີ (2025-2027) ຕາມສັນຍາ ແຕ່ປັດຈຸບັນການດຳເນີນວຽກມີຄວາມຄືບໜ້າດີ ຍ້ອນມີການສຸມກຳລັງທັງດ້ານເຄື່ອງຈັກທັນສະໄໝ, ວັດສະດຸກໍ່ສ້າງທີ່ມີຄຸນນະພາບ ແລະ ທີມວິຊາການຜູ້ຊ່ຽວຊານທີ່ມີປະສົບການຫຼາຍກວ່າ 30 ປີ ຈາກຫຼາຍປະເທດ .
ປັດຈຸບັນ ທາງໂຄງການກຳລັງເລັ່ງປູຢາງອັດສະຟານ ກ່ອນເຂົ້າສູ່ລະດູຝົນ ໂດຍເລີ່ມຈາກກິໂລແມັດທີ 21 ຫາ ກິໂລແມັດທີ 26. ພ້ອມກັນນີ້ ທາງໂຄງການຍັງຂໍຄວາມຮ່ວມມືຈາກຜູ້ນຳໃຊ້ເສັ້ນທາງ ໃຫ້ຂັບຂີ່ດ້ວຍຄວາມລະມັດລະວັງ ແລະ ປະຕິບັດຕາມປ້າຍເຕືອນ ແລະ ສັນຍານຈະລາຈອນຢ່າງເຂັ້ມງວດ.
ໜຶ່ງໃນຈຸດເດັ່ນຂອງໂຄງການນີ້ ຄືການເນັ້ນຄຸນນະພາບຕາມມາດຕະຖານວິຊາການ ໂດຍມີບໍລິສັດ LASA Consultant ເປັນທີ່ປຶກສາ ແລະ ມີຜູ້ຊ່ຽວຊານຈາກຕ່າງປະເທດເຂົ້າກວດກາຄຸນນະພາບເປັນໄລຍະ ເພື່ອໃຫ້ເສັ້ນທາງມີຄຸນນະພາບສູງ ແລະ ມີອາຍຸການໃຊ້ງານຍາວນານ.
ຫຼັງຈາກການກໍ່ສ້າງສຳເລັດ ໂຄງການຍັງຈະມີໄລຍະຮັບປະກັນຄຸນນະພາບ 7 ປີ ໂດຍຫາກເກີດການຊຳຮຸດເສຍຫາຍ ຫຼື ມີບັນຫາທາງເຕັກນິກ ຜູ້ຮັບເໝົາກໍ່ສ້າງ ລັດວິສາຫະກິດກໍ່ສ້າງທາງເລກ 8 ຈະເປັນຜູ້ຮັບຜິດຊອບຕາມເງື່ອນໄຂຂອງສັນຍາ.
ໂຄງການປັບປຸງທາງ 13 ໃຕ້ ຖືເປັນໂຄງການພື້ນຖານສຳຄັນ ທີ່ຈະຊ່ວຍຍົກລະດັບລະບົບຄົມມະນາຄົມ ເພີ່ມຄວາມສະດວກ ແລະ ຄວາມປອດໄພໃນການເດີນທາງ ລວມທັງສົ່ງເສີມການຄ້າ ແລະ ການລົງທຶນໃນອະນາຄົດ.
ທີ່ມາ: ວຽງຈັນໃຫມ່

