ຂ່າວດີ! ສປປ​ ລາວ​ ກຽມເບິ່ງບານໂລກຟຣີ! ຜ່ານຊ່ອງທາງ ທາງໂທລະພາບແຫ່ງຊາດລາວ ຫຼື ເບິ່ງຜ່ານແອັບ​ LaoTV

ຂ່າວດີ! ສປປ​ ລາວ​ ກຽມເບິ່ງບານໂລກຟຣີ!​ ບໍລິສັດ ສະຕາ ໂທລະຄົມ (ຢູນິເທວ) ໄດ້ຮັບລິຂະສິດໃນການຖ່າຍທອດສົດ FIFA World Cup 2026​ ແຕ່ພຽງຜູ້ດຽວ, ໂດຍຈະມີການຖ່າຍທອດທັງໝົດ 104 ນັດ.

ຜ່ານຊ່ອງທາງ ທາງໂທລະພາບແຫ່ງຊາດລາວ ຫຼື ເບິ່ງຜ່ານແອັບ​ LaoTV ຂອງ​ Unitel ແລະ​ ທີ່ສຳຄັນທ່ານສາມາດເບິ່ງການສາຍຄືນ ຫຼື ໄຮໄລ້ຄືນ ແຕ່ລະນັດແບບຖືກລິຂະສິດ 100% ໄດ້ທີ່ LaoTV.

ບານໂລກ 2026 ຈະຖືກຈັດຂຶ້ນພາຍໃຕ້ເຈົ້າພາບຮ່ວມ 3 ປະເທດໃນທະວີບອາເມຣິກາເໜືອ ໄດ້ແກ່: ສະຫະລັດອາເມຣິກາ, ການາດາ ແລະ ເມັກຊິກ ເຊິ່ງຄວາມພິເສດສູງສຸດຂອງທົວນາເມັນນີ້ ຄືການເພີ່ມຈຳນວນທີມທີ່ເຂົ້າຮ່ວມແຂ່ງຂັນຮອບສຸດທ້າຍຈາກ 32 ທີມ ເພີ່ມຂຶ້ນເປັນ 48 ທີມ ແບ່ງເປັນ 12 ກຸ່ມ, ກຸ່ມລະ 4 ທີມ,​ ເປັນຄັ້ງທຳອິດ ເຮັດໃຫ້ການແຂ່ງຂັນມີຄວາມເຂັ້ມຂຸ້ນ, ຍາວນານ ແລະ ເປີດໂອກາດໃຫ້ຊາດຕ່າງໆ ຈາກທົ່ວທຸກທະວີບໄດ້ກ້າວຂຶ້ນມາສະແດງສັກກາຍະພາບໃນເວທີລະດັບໂລກຫຼາຍຂຶ້ນ.

ການແຂ່ງຂັນຮອບສຸດທ້າຍ ຈະມີຂຶ້ນລະຫວ່າງວັນທີ 11 ມິຖຸນາ ຫາ ວັນທີ 19 ກໍລະກົດ 2026​ ນີ້.

​ທີ່​ມາ: Unitel

​Lao Youth​ R​adio​ FM90.0MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles