ໃກ້ປິດຮັບສະໝັກແລ້ວ ໄວໜຸ່ມລາວ ຢ່າພາດ! ໂອກາດດີທີ່ຈະກາຍເປັນ “ກະບອກສຽງ” ປົກປ້ອງສັງຄົມໃນຍຸກດິຈິຕອນ!

ໃນໂລກອອນລາຍທີ່ກ້າວໄກ, ໄພອັນຕະລາຍກໍໃກ້ຕົວເຮົາ ກວ່າທີ່ຄິດ! ບໍ່ວ່າຈະເປັນການຕົວະຍົວະຫຼອກລວງ (Scam) ແລະ ການຄ້າມະນຸດ (Human Trafficking) ທີ່ແຝງມາມາໃນຮູບແບບຕ່າງໆ. ຈະດີກວ່າບໍ່? ຖ້າເຮົາບໍ່ພຽງແຕ່ “ຮູ້ທັນ” ແຕ່ຍັງສາມາດ “ສ້າງສື່” ເພື່ອປົກປ້ອງຄົນທີ່ເຮົາຮັກ ແລະ ສັງຄົມໄດ້ນຳກັນ!

ມາຮ່ວມງານນີ້ ທ່ານຈະໄດ້ຫຍັງແດ່?

ອັບເດດຄວາມຮູ້: ເຂົ້າໃຈຮູບແບບການຫຼອກລວງ ແລະ ການຄ້າມະນຸດໃນຍຸກໃໝ່ ຈາກວິທະຍາກອນຜູ້ມີປະສົບການຕົວຈິງ.

ຝຶກທັກສະສາຍ Content: ຮຽນຮູ້ການນຳໃຊ້ເຄື່ອງມືດິຈິຕອນ (Digital Tools) ເພື່ອສ້າງເນື້ອຫາໃຫ້ໜ້າສົນໃຈ.

ລ້ຳສະໄໝດ້ວຍ AI: ເທັກນິກການນຳໃຊ້ “ປັນຍາປະດິດ” (AI) ເຂົ້າໃນການຜະລິດຄອນເທັນ ແລະ ແຄມເປນໃຫ້ມີພະລັງ.

ໂອກາດສຸດພິເສດ: ມີສິດກາຍເປັນ “ໄວໜຸ່ມສື່ສານ” (Youth Communicator) ໃຫ້ກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫະພາບເອີຣົບ ປະຈໍາ ສປປ ລາວ!

ງານນີ້ເຂົ້າຮ່ວມຟຣີ! (Free Entry)

ມີໃບຢັ້ງຢືນ (Certificate) ມອບໃຫ້ຫຼັງຈົບການຝຶກອົບຮົມ ເພື່ອເສີມ Profile ໃຫ້ປັງກວ່າເກົ່າ!

(ກິດຈະກໍານີ້ ແມ່ນເປັນສ່ວນໜຶ່ງ ເພື່ອສະເຫຼີມສະຫຼອງວັນ Europe Day)

ເງື່ອນໄຂການສະໝັກ:

• ຄົນລາວ ທຸກເພດ, ອາຍຸລະຫວ່າງ 15-30 ປີ.

• ມີຄວາມມັກ ແລະ ສົນໃຈໃນການສ້າງສື່ອອນລາຍ.

• ຢາກເປັນສ່ວນໜຶ່ງໃນການປ່ຽນແປງສັງຄົມໃຫ້ດີຂຶ້ນ.

ວັນທີ: 3-4 ມິຖຸນາ 2026

ສະຖານທີ່: ຫ້ອງປະຊຸມໃຫຍ່ ຊັ້ນ 3 (Training Center), ສູນອົບຮົມແມ່ຍິງລາວ, ບ້ານໂພນທັນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.

ຟ້າວເລີຍ! ປິດຮັບສະໝັກວັນທີ: 01/06/2026 ນີ້ແລ້ວ!

ສະໝັກອອນລາຍໄດ້ທີ່: https://forms.gle/ukh5TgSiHEPFdJVi6

ຫຼືສະແກນ QR Code ໃນໂພສເຕີ ເພື່ອສະໝັກ

ມາຮ່ວມສ້າງພະລັງໃຫ້ໄວໜຸ່ມລາວ ເພື່ອສັງຄົມທີ່ປອດໄພໄປນຳກັນ!

#YouthAgainstScams#StopHumanTrafficking#DigitalAwareness#EuropeDay

#MTC#EuropeanUnion#LaoPDR#AIForGood#EventsForYouth

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles