ທຸກໆຄັ້ງຫຼັງຝົນຕົກ ຫຼາຍຄົນຄົງເຄີຍແນມເບິ່ງທ້ອງຟ້າ ແລ້ວຕື່ນຕາຕື່ນໃຈກັບຄວາມງາມຂອງ “ຮຸ້ງກິນນໍ້າ” ທີ່ທອດຕົວເປັນເສັ້ນໂຄ້ງຜ່ານກ້ອນເມກ. ແຕ່ທ່ານເຄີຍສົງໄສບໍ່ວ່າ ເປັນຫຍັງປາກົດການທຳມະຊາດນີ້ຈຶ່ງຕ້ອງມີ 7 ສີພໍດີ? ເປັນຫຍັງບໍ່ມີ 5 ສີ ຫຼື 10 ສີ?
ມື້ນີ້ ເຮົາຈະພາທຸກຄົນໄປເຈາະເລິກເຖິງຫົວໃຈຂອງວິທະຍາສາດ ໂດຍອ້າງອີງຈາກຜົນການວິໄຈ ແລະ ການຄົ້ນພົບຂອງນັກວິທະຍາສາດລະດັບໂລກ ທີ່ຈະມາປ່ຽນມຸມມອງການແນມເບິ່ງທ້ອງຟ້າຂອງທ່ານໃຫ້ມ່ວນຂຶ້ນກວ່າເກົ່າ.
ຈາກແສງສີຂາວ ສູ່ມtຫັດສະຈັນ 7 ສີ: ເພິ່ນຄົ້ນພົບໄດ້ແນວໃດ?
ຄວາມຈິງແລ້ວ, ຄວາມລັບຂອງຮຸ້ງກິນນໍ້າຖືກເປີດເຜີຍເປັນຄັ້ງທໍາອິດໂດຍ ສີ ເອຊັກ ນິວຕັນ (Sir Isaac Newton) ນັກຟິຊິກສາດຜູ້ຍິ່ງໃຫຍ່ໃນປີ 1666 ເພິ່ນໄດ້ເຮັດການທົດລອງໂດຍການປ່ອຍໃຫ້ແສງແດດ (ເຊິ່ງເປັນແສງສີຂາວ) ສ່ອງຜ່ານແທ່ງແກ້ວສາມຫຼ່ຽມ ຫຼື ປຣິຊຶມ (Prism).
ຜົນການທົດລອງພົບວ່າ: แສງສີຂາວທີ່ເຮົາເຫັນທຸກໆມື້ ຕົວຈິງແລ້ວມັນບໍ່ໄດ້ເປັນສີຂາວລ້ວນ ແຕ່ມັນເປັນການລວມຕົວຂອງຄື້ນແສງຫຼາຍໆສີ ແລະ ເມື່ອມັນເດີນທາງຜ່ານຕົວສະທ້ອນ ມັນຈະແຕກຕົວອອກເປັນ 7 ສີ ທີ່ເຮົາຮູ້ຈັກກັນດີຄື: ມ່ວງ, ຄາມ, ນ້ຳເງິນ, ຂຽວ, ເຫຼືອງ, ສີແສດ, ແລະ ແດງ.
ຢາດນ້ຳຝົນ: “ຫ້ອງທົດລອງຈຳລອງ” ເທິງຟ້າ
ອີງຕາມຫຼັກການຟິຊິກສາດ ແລະ ຜົນການວິໄຈດ້ານອັອບຕິກໃນປະຈຸບັນ, ໃນເວລາທີ່ຝົນຕົກ ແລະ ມີແສງແດດສ່ອງເຂົ້າມາ ຢາດນ້ຳຝົນນັບລ້ານໆເມັດຈະເຮັດໜ້າທີ່ສະເໝືອນ “ປຣິຊຶມທຳມະຊາດ” ກົນໄກການເກີດຮຸ້ງມີ 3 ຂັ້ນຕອນດັ່ງນີ້:
1. ການຫັກເຫ: ແສງແດດເດີນທາງຈາກອາກາດເຂົ້າສູ່ຢາດນ້ຳຝົນ ແລ້ວເກີດການຫັກເຫ ເພາະຄວາມໄວຂອງແສງໃນອາກາດ ແລະ ໃນນ້ຳບໍ່ເທົ່າກັນ.
2. ການສະທ້ອນພາຍໃນ: ແສງທີ່ຫັກເຫຈະໄປຕົກທົບໃສ່ດ້ານຫຼັງຂອງຢາດນ້ຳ ແລ້ວສະທ້ອນກັບຄືນມາດ້ານໜ້າ.
3. ການກະຈາຍແສງ: ເມື່ອແສງເດີນທາງອອກຈາກຢາດນ້ຳສູ່ອາກາດອີກຄັ້ງ ມັນຈະແຍກອອກເປັນສີຕ່າງໆ ຍ້ອນວ່າແສງແຕ່ລະສີມີ ຄວາມຍາວຄື້ນທີ່ບໍ່ເທົ່າກັນ.
o ສີແດງ: ມີຄວາມຍາວຄື້ນຫຼາຍທີ່ສຸດ ຈະຫັກເໜ້ອຍທີ່ສຸດ (ຢູ່ເທິງສຸດຂອງຮຸ້ງ).
o ສີມ່ວງ: ມີຄວາມຍາວຄື້ນສັ້ນທີ່ສຸດ ຈະຫັກເຫຼາຍທີ່ສຸດ (ຢູ່ລຸ່ມສຸດຂອງຮຸ້ງ).
ຄວາມຈິງທີ່ໜ້າອັດສະຈັນ: ຮຸ້ງກິນນໍ້າອາດມີສີຫຼາຍກວ່າ 7 ສີ?
ຟັງແລ້ວອາດຈະຕົກໃຈ! ແຕ່ຜົນການວິໄຈດ້ານວິທະຍາສາດລະບົບການເບິ່ງເຫັນ ຊີ້ໃຫ້ເຫັນວ່າ: ໃນຄວາມເປັນຈິງແລ້ວ ຮຸ້ງກິນນໍ້າມີສີທີ່ຕໍ່ເນື່ອງກັນເປັນລ້ານໆສີ
ແຕ່ເຫດຜົນທີ່ເຮົາສະຫຼຸບວ່າ ມີ 7 ສີ ກໍຍ້ອນ:
• ຂໍ້ຈຳກັດຂອງດວງຕາ ແລະ ສະໝອງ: ຕາຂອງມະນຸດມີຈຸລັງຮັບສີພື້ນຖານພຽງ 3 ສີ (ແດງ, ຂຽວ, ນ້ຳເງິນ) ສະໝອງຈຶ່ງປະມວນຜົນແລະຈັດກຸ່ມສີທີ່ກົມກືນກັນອອກມາເປັນແຖບສີຫຼັກໆ ທີ່ເຫັນໄດ້ຊັດເຈນ.
• ອິດທິພົນຂອງ ນິວຕັນ: ໃນສະໄໝນັ້ນ ນິວຕັນ ມີຄວາມເຊື່ອເລື່ອງຕົວເລກສັກສິດ ແລະ ຕົວໂນ້ດດົນຕີທີ່ມີ 7 ຕົວໂນ້ດ ເພິ່ນຈຶ່ງເລືອກແບ່ງແຖບສີອອກເປັນ 7 ສີ ເພື່ອໃຫ້ສອດຄ່ອງກັບທຳມະຊາດ ເຮັດໃຫ້ທົ່ວໂລກຈົດຈຳຮູບແບບ 7 ສີນີ້ມາຮອດປະຈຸບັນ.
ແຫຼ່ງອ້າງອີງ
1. National Geographic Society
2. NASA (National Aeronautics and Space Administration)
3. The Royal Society (London)
4. American Optics Society

