ໃນຍຸກປັດຈຸບັນ, ຫຼາຍຄົນອາດເຊື່ອວ່າເລື່ອງເພດເປັນສິ່ງທີ່ມີຄວາມລື່ນໄຫຼ ແລະ ບໍ່ມີພົມແດນ. ແຕ່ໃນທາງຊີວະວິທະຍາແລ້ວ, ມະນຸດເຮົາມີຄວາມແຕກຕ່າງລະຫວ່າງເພດທີ່ຊັດເຈນຫຼາຍ ໂດຍສະເພາະ “ປະຕິກິລິຍາຕອບໂຕ້ຕໍ່ສະຖານະການຕຶງຄຽດ” ຊຶ່ງຄວາມຕ່າງນີ້ບໍ່ໄດ້ເກີດຈາກວັດທະນະທຳ ຫຼື ການອົບຮົມລ້ຽງດູ, ແຕ່ມັນຖືກກຳນົດມາຕັ້ງແຕ່ລະດັບຢີນ (Gene).
ລອງຈິນຕະນາການ: ຖ້າພົບໂຈນກຳລັງປູ້ນ ທ່ານຈະເຮັດແນວໃດ?
ມີການທົດສອບທາງຄວາມຄິດງ່າຍໆ ທີ່ເຮັດໃຫ້ເຫັນພາບໄດ້ຊັດເຈນ: ຫາກທ່ານພົບເຫດການບໍ່ຄາດຝັນໃນຕອນກາງຄືນ ໂດຍມີໂຈນຖືມີດມາຈີ້ ເພື່ອປົ້ນເອົາຊັບສິນ.
• ຜູ້ຊາຍສ່ວນໃຫຍ່: ມັກຈະເລືອກ “ບໍ່ສູ້ກໍໜີ” ຄືຖ້າບໍ່ເຂົ້າໄປຈູ່ໂຈມປົດອາວຸດໂຈນ ກໍຈະຟ້າວແລ່ນໜີໄປເລີຍ.
• ຜູ້ຍິງສ່ວນໃຫຍ່: ມັກຈະເລືອກ “ການເຈລະຈາ” ເພື່ອໄກ່ເກ່ຍໃຫ້ໂຈນລົ້ມເລີກຄວາມຄິດທີ່ຈະປຸ້ນ.
ບາງຄົນອາດຄິດວ່າ ເປັນຍ້ອນຜູ້ຊາຍແຂງແຮງກວ່າເລີຍມີທາງເລືອກທີ່ຈະສູ້ ຫຼື ແລ່ນ, ສ່ວນຜູ້ຍິງໂຕນ້ອຍກວ່າເລີຍຕ້ອງເຈລະຈາ. ແຕ່ຄວາມຈິງແລ້ວ ວິທະຍາສາດມີຄຳອິທິບາຍທີ່ເລິກເຊິ່ງກວ່ານັ້ນ.
ຈາກທິດສະດີ 100 ປີກ່ອນ ສູ່ການຄົ້ນພົບຄວາມຈິງໃນສະຕະວັດໃໝ່
1. ໃນທົດສະວັດ 1930: ທ່ານ ວອນເທີ ແບຣດຟອດ ແຄນນອນ (Walter Bradford Cannon) ນັກສສະລີລະວິທະຍາຊາວອາເມຣິກາ ໄດ້ສະເໜີທິດສະດີວ່າ ເມື່ອມະນຸດເຄີຍຕຶງຄຽດ ຮ່າງກາຍຈະຫຼັ່ງຮໍໂມນ ຄໍຕິຊອນ (Cortisol) ແລະ ນໍອະດຣີນາລິນ (Noradrenaline) ອອກມາ ເຮັດໃຫ້ເກີດປະຕິກິລິຍາສາກົນທີ່ຮຽກວ່າ “ສູ້ ຫຼື ໜີ” ເຊິ່ງໃນຍຸກນັ້ນເຊື່ອກັນວ່າເປັນຄືກັນໝົດທັງຊາຍ ແລະ ຍິງ ໂດຍວິໄຈຈາກກຸ່ມຕົວຢ່າງທີ່ເປັນຜູ້ຊາຍເປັນຫຼັກ.
2. ໃນປີ 2000: ທ່ານນາງ ເຊລລີ ເທເລີ (Shelley Elizabeth Taylor) ນັກຈິດຕະວິທະຍາສັງຄົມ ໄດ້ປະຕິວັດຄວາມເຊື່ອນັ້ນ ໂດຍຄົ້ນພົບວ່າ ຮໍໂມນຂອງຜູ້ຍິງເວລາເຄຽດນັ້ນຕ່າງອອກໄປ ເມື່ອຜູ້ຍິງຕົກຢູ່ໃນຄວາມກົດດັນ ຮ່າງກາຍຈະຫຼັ່ງຮໍໂມນ ອອກຊີໂທຊິນ (Oxytocin) ແລະ ອະດຣີນາລິນ (Adrenaline) ອອກມາ.
ປະຕິກິລິຍາປົກປ້ອງ ແລະ ຜູກມິດ: ຮໍໂມນເຫຼົ່ານີ້ສົ່ງຜົນໃຫ້ຜູ້ຍິງມີທຳມະຊາດທີ່ຈະຜ່ອນຄ້າຍສະຖານະການຕຶງຄຽດດ້ວຍການ “ເຈລະຈາ” ຫາກົນອຸບາຍ ຫຼື ຫັນໄປ “ຂໍຄວາມຊ່ວຍເຫຼືອ” ຈາກມະນຸດຄົນອື່ນແທນການໃຊ້ກຳລັງ.
ສະຫຼຸບ: ເຂົ້າໃຈຄວາມຕ່າງ ເພື່ອຢູ່ຮ່ວມກັນຢ່າງມີຄວາມສຸກ ຫາກເບິ່ງໃນພາບລວມຂອງປະຊາກອນ ຄວາມແຕກຕ່າງທາງຄວາມຄິດ ແລະ ວິທີການຕັດສິນໃຈໃນພາວະຄັບຂັນລະຫວ່າງຊາຍ ແລະ ຍິງ ນັ້ນມີພື້ນຖານມາຈາກ “ລະບົບຊີວະວິທະຍາຂອງຮ່າງກາຍ” ໂດຍກົງ. ມັນບໍ່ໄດ້ກ່ຽວກັບລັດທິຊາຍເປັນໃຫຍ່ ຫຼື ລັດທິສະຕີຍິຍົມໃດໆທັງສິ້ນ. ສະນັ້ນ, ການເຂົ້າໃຈກົນໄກທຳມະຊາດຂອງກັນ ແລະ ກັນ ຈະຊ່ວຍໃຫ້ເຮົາຫຼຸດຜ່ອນຄວາມຂັດແຍ້ງ ແລະ ຫັນມາເຫັນອົກເຫັນໃຈກັນໄດ້ຫຼາຍຂຶ້ນໃນສັງຄົມ.
ແຫຼ່ງຂໍ້ມູນອ້າງອີງ (
• Walter Bradford Cannon (1930s)
• Shelley E. Taylor (2000)
• Genetic Research (2012)

