ກະຊວງ ຮສສ ຈັບມື IOM ຍົກລະດັບການປົກປ້ອງເດັກ ແລະ ໄວໜຸ່ມ ໃນ 2 ແຂວງເປົ້າໝາຍ

ໃນວັນທີ 28 ພຶດສະພາ 2026 ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມຂໍ້ຕົກລົງຮ່ວມມື ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ສປປ ລາວ ເພື່ອຮ່ວມກັນດຳເນີນ “ໂຄງການສ້າງຄວາມເປັນຜູ້ນຳ ແລະ ຄວາມເຂັ້ມແຂງໃຫ້ຊຸມຊົນ ເພື່ອຫຼຸດຜ່ອນຄວາມສ່ຽງຈາກການຄ້າເດັກ, ການແຕ່ງດອງກ່ອນໄວ ແລະ ການບັງຄັບແຕ່ງດອງ.

ພິທີດັ່ງກ່າວ ໄດ້ຮັບກຽດຈາກ ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ ເຂົ້າຮ່ວມເປັນສັກຂີພິຍານ ພ້ອມດ້ວຍຄະນະນຳຈາກຫຼາຍພາກສ່ວນ ແລະ ຜູ້ຕາງໜ້າຈາກແຂວງເປົ້າໝາຍເຂົ້າຮ່ວມຢ່າງພ້ອມພຽງ.

ສຳລັບຜູ້ລົງນາມຮ່ວມມື ຝ່າຍກະຊວງ ຮສສ ແມ່ນ ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ແລະ ຝ່າຍ IOM ແມ່ນ ທ່ານ ນາງ ຊາລີນ ທູລາດາ ຫົວໜ້າອົງການ IOM ປະຈຳ ສປປ ລາວ.

ໂຄງການນີ້ ໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານ ສະຫະລັດອາເມລິກາ ມູນຄ່າທັງໝົດ 2.500.000 ໂດລາສະຫະລັດ ແລະ ຈະດຳເນີນໂຄງການເປັນໄລຍະເວລາ 48 ເດືອນ.

ສຳລັບ 2 ແຂວງເປົ້າໝາຍ ໃນການດຳເນີນໂຄງການ ປະກອບມີ:

ແຂວງອຸດົມໄຊ

ແຂວງຫຼວງນໍ້າທາ

ໂຄງການຈະສຸມໃສ່ 4 ກິດຈະກຳຫຼັກ ເພື່ອປົກປ້ອງເດັກ ແລະ ໄວໜຸ່ມ ຈາກຄວາມສ່ຽງທາງສັງຄົມ ປະກອບມີ:

ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ຜູ້ນຳທ້ອງຖິ່ນ

ສົ່ງເສີມການຮັບຮູ້ ແລະ ປ້ອງກັນການຄ້າເດັກ-ການຄ້າມະນຸດ

ຊ່ວຍໃຫ້ຊຸມຊົນເຂົ້າເຖິງຂໍ້ມູນ ແລະ ບໍລິການຊ່ວຍເຫຼືອ

ພັດທະນາທັກສະດິຈີຕອນ ແລະ ການມີສ່ວນຮ່ວມຂອງໄວໜຸ່ມ.

ການຮ່ວມມືໃນຄັ້ງນີ້ ຖືເປັນອີກກ້າວສຳຄັນ ໃນການປົກປ້ອງສິດທິ ແລະ ສ້າງອະນາຄົດທີ່ປອດໄພໃຫ້ເດັກ ແລະ ໄວໜຸ່ມລາວ ໂດຍສະເພາະໃນເຂດທີ່ມີຄວາມສ່ຽງ ໃຫ້ມີໂອກາດໃນການດຳລົງຊີວິດຢ່າງປອດໄພ ແລະ ມີຄຸນນະພາບ.

ທີ່ມາ: ວຽງຈັນໃຫມ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles