ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ອົງການປົກຄອງ ນະຄອນດານັງ ສສ ຫວຽດນາມ.
ໃນລະຫວ່າງວັນທີ 26-27 ພຶດສະພາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ອົງການປົກຄອງ ນະຄອນດານັງ ສສ ຫວຽດນາມ. ການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ໂດຍໃຫ້ການຕອນຮັບຂອງ ທ່ານ ເລ ກວາງ ນາມ ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນດານັງ ພ້ອມດ້ວຍຄະນະ.
ທ່ານ ເລ ກວາງ ນາມ ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນດານັງ ສະແດງຄວາມຍິນດີ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ຄະນະຜູ້ແທນຈາກກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ພ້ອມທັງໄດ້ລາຍງານສະພາບລວມຂອງການພັດທະນາວຽກງານດ້ານຕ່າງໆຂອງອົງການປົກຄອງ ນະຄອນດານັງ ຕໍ່ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຊາບ ພ້ອມກັນນັ້ນທາງຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ແລກປ່ຽນບົດຮຽນວຽກງານການຄຸ້ມຄອງ ຂອງໜ່ວຍງານບຳລຸງຮັກສາທາງບົກ, ແຜນງານການພັດທະນາຕົວເມືອງ ຢູ່ນະຄອນດານັງ, ໂຄງການເຊື່ອມຈອດຄົມມະນາຄົມ ຜ່ານດ່ານຊາຍແດນສາກົນ ນໍ້າຢາງ-ເຕີຍຢາງ ແລະ ໂຄງການທາງຫຼວງແຫ່ງຊາດ 14D ແລະ ວຽກອື່ນໆ.
ຈາກນັ້ນ, ຄະນະຜູ້ແທນຂອງກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍ ການນໍາຂອງ ອົງການປົກຄອງ ນະຄອນດານັງ ຍັງໄດ້ໄປຢ້ຽມຢາມ ບໍລິສັດຫຸ້ນສ່ວນ ທ່າເຮືອດານັງ ພ້ອມທັງໄດ້ສໍາຫຼວດພື້ນທີ່ຕົວຈິງ ຢູ່ທ່າເຮືອດານັງ ແລະ ແລກປ່ຽນບົດຮຽນ ກ່ຽວກັບລະບົບໂລຈິສຕິກ ແລະ ວຽກງານທ່າເຮືອທາງທະເລ.
ໃນໂດກາດນີ້, ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນດານັງ ພ້ອມດ້ວຍຄະນະ, ແລະ ຕີລາຄາສູງຕໍ່ຜົນງານການພັດທະນາວຽກງານການຄຸ້ມຄອງ ຂອງໜ່ວຍງານບຳລຸງຮັກສາທາງບົກ, ແຜນງານການພັດທະນາຕົວເມືອງ ຢູ່ນະຄອນດານັງ, ລະບົບໂລຈິສຕິກ ແລະ ວຽກງານທ່າເຮືອນໍ້າເລິກ ທີ່ນະຄອນດານັງ ຍາດມາໄດ້ຕະຫຼອດໄລຍະຫຼາຍປີຜ່ານມາ , ສາມາດເຮັດສຳເລັດໜ້າທີ່ ທີ່ກະຊວງກໍ່ສ້າງ ສສ ຫວຽດນາມ ມອບໝາຍໃຫ້ຢ່າງຈົບງາມ, ພ້ອມທັງ ເນັ້ນໃຫ້ສືບຕໍ່ດຳເນີນກິດຈະການ, ວຽກງານ ໃຫ້ຈະເລີນຮຸ່ງເຮືອງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ທີ່ມາ: ກະຊວງ ໂຍທາທິການ ແລະ ຂົນສົ່ງ



