ຫ້າງສັບພະສິນຄ້າແຫ່ງໜຶ່ງໃນເມືອງໜິງໂປ, ມົນທົນເຈີ້ຈຽງ ປະເທດຈີນ ໄດ້ສ້າງກະແສຮືຮາໄປທົ່ວໂລກອອນລາຍ ຫຼັງຈາກຈັດກິດຈະກຳສຸດແປກແນວໃໝ່ໃນຊື່ “ການແຂ່ງຂັນລີ້ກິນ” ໂຄງການນີ້ໄດ້ຮັບຄວາມສົນໃຈຢ່າງຖ້ວມທົ້ນ, ມີຜູ້ສະໝັກເຂົ້າຮ່ວມຫຼາຍກວ່າ 2,000 ຄົນ! ຕັ້ງແຕ່ເດັກນ້ອຍອະນຸບານ ໄປຈົນຮອດຜູ້ສູງອາຍຸ ໄວບໍານານ ໂດຍມີຈຸດມຸ່ງໝາຍດຽວກັນ ຄື: ການລ່າລາງວັນຊະນະເລີດ ເຊິ່ງເປັນ “ຄຳນ້ຳໜັກ 1 ກຣາມ” (ມູນຄ່າປະມານ 1,400 ຢວນ).
ບັນຍາກາດໃນງານໄດ້ຖືກຈຳລອງໃຫ້ເປັນຫ້ອງຮຽນໃນໄວເດັກ ໂດຍຜູ້ເຂົ້າແຂ່ງຂັນທຸກຄົນຕ້ອງໃຊ້ທຸກວິທີທາງໃນການ “ລັກລີ້ກິນເຂົ້າໜົມ ຫຼື ອາຫານ ໃນຫ້ອງຮຽນ” ໂດຍບໍ່ໃຫ້ “ຄູເຫັນເດັດຂາດ” (ເຊິ່ງຄູຈະຢືນຢູ່ໜ້າກະດານ) ຫາກໃຜຖືກຈັບໄດ້ ຈະຕ້ອງຖືກລົງໂທດດ້ວຍການຢືນກັກບໍລິເວນເປັນເວລາ 30 ວິນາທີ.
ກິດຈະກຳນີ້ເລີ່ມຂຶ້ນຕັ້ງແຕ່ທ່ຽງວັນ ໄປຈົນຮອດ 9 ໂມງກາງຄືນ ເຕັມໄປດ້ວຍສຽງຫົວ, ຄວາມຕື່ນເຕັ້ນ ແລະ ຄວາມຄຶກຄື້ນຕະຫຼອດທັງງານ.
ກຸ່ມທີ່ສ້າງຄວາມຮືຮາ ແລະ ຖືກຈຳຕາເບິ່ງຫຼາຍທີ່ສຸດໃນງານນີ້ກໍຄື “ກຸ່ມເດັກນັກຮຽນປະຖົມ” ເຊິ່ງທຸກຄົນຕ່າງຍົກຍ້ອງໃຫ້ເປັນ “ລະດັບມືອາຊີບ” ຂອງການແຂ່ງຂັນນີ້! ຍ້ອນພວກເຂົາມີໄຫວພິບທີ່ດີເລີດ, ການເຄື່ອນໄຫວທີ່ວ່ອງໄວປານສາຍຟ້າແລບ ແລະ ທີ່ສຳຄັນຄື “ບໍ່ມີໃຜຖືກຄູຈັບໄດ້ເລີຍແມ່ນແຕ່ຄົນດຽວ!” (ສົມກັບທີ່ກຳລັງຢູ່ໃນໄວຮຽນແທ້ໆ ).
ໃນຂະນະດຽວກັນ, ຝ່າຍຜູ້ໃຫຍ່ເອງກໍບໍ່ຍອມແພ້! ຫຼາຍຄົນຕັ້ງໃຈເລືອກນັ່ງໂຕະແຖວໜ້າສຸດທີ່ຕິດກັບໂຕະຄູ ເຊິ່ງຮຽກວ່າມັນຄື “ທີ່ນັ່ງທຳເລຄຳ” ທີ່ສະໄໝຕອນເປັນນັກຮຽນແທ້ໆ ບໍ່ມີໃຜກ້ານັ່ງຈັກເທື່ອ ທັງນີ້ກໍເພື່ອເປັນການເຕີມເຕັມຄວາມຝັນ ແລະ ຄວາມຊົງຈຳໃນໄວເດັກ .
ແຕ່ສຸດທ້າຍ… ຜູ້ທີ່ຄວ້າໄຊຊະນະ ແລະ ໄດ້ເປັນແຊ້ມປ້ຽນໃນຄັ້ງນີ້ ໄປຄອງກໍຄື ຊາຍໜຸ່ມໄວ 30 ກວ່າປີຄົນໜຶ່ງ ທີ່ໂຊທັກສະການ “ລັກລີ້ ກິນ” ໄດ້ຢ່າງເໜືອຊັ້ນ, ຫຼົບຫຼີກສາຍຕາຄູໄດ້ຢ່າງແນບນຽນ ສາມາດຫອບລາງວັນຄຳແທ້ກັບບ້ານໄປໄດ້ຢ່າງພາກພູມໃຈ!
ທີ່ມາ: World Forum
Lao Youth Radio FM90MHz



