ພະແນກສະຖິຕິກະສິກຳ ແລະ ສິ່ງແວດລ້ອມ, ກົມແຜນການ ແລະ ການຮ່ວມມື ໄດ້ລາຍງານສະພາບການສົ່ງອອກສິນຄ້າກະສິກຳ ຜ່ານດ່ານສາກົນພູເກືອ ໃນໄລຍະວັນທີ 1-30 ເມສາ 2026 ໂດຍພົບວ່າ ການຄ້າສິນຄ້າກະສິກຳຂອງລາວ ຍັງສືບຕໍ່ຂະຫຍາຍຕົວຢ່າງໜ້າປະທັບໃຈ.
ໃນໄລຍະເວລາ 1 ເດືອນ ມີການສົ່ງອອກພືດ, ຜະລິດຕະພັນພືດ ແລະ ຜະລິດຕະພັນໄມ້ ລວມທັງໝົດ 29,813 ໂຕນ ຄິດເປັນມູນຄ່າສູງເຖິງ 181,020,876.17 ໂດລາສະຫະລັດ ຖືເປັນສັນຍານບວກ ທີ່ສະທ້ອນໃຫ້ເຫັນວ່າ ສິນຄ້າກະສິກຳຂອງລາວ ຍັງຄົງເປັນທີ່ຕ້ອງການສູງໃນຕະຫຼາດສາກົນ.
ສິນຄ້າກະສິກຳສຳຄັນ ທີ່ມີການສົ່ງອອກຫຼາຍ ປະກອບມີ:
ກາເຟ
ໝາກກ້ວຍ
ແປ້ງມັນຕົ້ນ
ໝາກນອດ
ຢາງພາລາ
ກາກນ້ຳຕານ
ເປືອກບົງ
ໝາກມ່ວງຫິມະພານ
ຜະລິດຕະພັນໄມ້ສຳເລັດຮູບ
ສຳລັບຕະຫຼາດປາຍທາງຫຼັກ ທີ່ຮັບຊື້ສິນຄ້າຈາກລາວ ປະກອບມີ: ຫວຽດນາມ
ຈີນ
ຍີ່ປຸ່ນ
ເນເທີແລນ
ຢູເຄຣນ
ຂໍ້ມູນການສົ່ງອອກທີ່ໂດດເດັ່ນ ມີດັ່ງນີ້:
ກາເຟ ສົ່ງອອກໄປ ສສ ຫວຽດນາມ ຈຳນວນ 3,258.93 ໂຕນ ຄິດເປັນມູນຄ່າກວ່າ 8.42 ລ້ານໂດລາ
ໝາກກ້ວຍ ສົ່ງອອກໄປ ສປ ຈີນ ຈຳນວນ 6,523.32 ໂຕນ ແລະ ສົ່ງອອກໄປ ຍີ່ປຸ່ນ ອີກ 280.5 ໂຕນ
ແປ້ງມັນຕົ້ນ ສົ່ງອອກໄປ ສປ ຈີນ 2,320 ໂຕນ ຄິດເປັນມູນຄ່າ 1.13 ລ້ານໂດລາ ແລະ ສົ່ງອອກໄປ ຫວຽດນາມ ອີກ 6,266 ໂຕນ ມູນຄ່າ 2.59 ລ້ານໂດລາ
ຢາງພາລາ ສົ່ງອອກໄປ ຫວຽດນາມ 2,030 ໂຕນ ສ້າງມູນຄ່າກວ່າ 2.85 ລ້ານໂດລາ
ແກ່ນໝາກມ່ວງຫິມະພານ ສົ່ງອອກໄປ ຫວຽດນາມ 111 ໂຕນ ມູນຄ່າ 80,800 ໂດລາ
ກາກນ້ຳຕານ ຖືກສົ່ງອອກໄປຫຼາຍປະເທດ ທັງ ຢູເຄຣນ, ເນເທີແລນ ແລະ ຫວຽດນາມ ລວມຫຼາຍພັນໂຕນ
ສ່ວນຜະລິດຕະພັນໄມ້ສຳເລັດຮູບ ຖືເປັນສິນຄ້າທີ່ສ້າງມູນຄ່າສູງທີ່ສຸດ ໂດຍສົ່ງອອກໄປ ສສ ຫວຽດນາມ 950.23 ໂຕນ ຄິດເປັນມູນຄ່າສູງເຖິງ 155.38 ລ້ານໂດລາສະຫະລັດ.
ຕົວເລກການສົ່ງອອກໃນເດືອນເມສາ 2026 ສະທ້ອນໃຫ້ເຫັນວ່າ ພາກກະສິກຳຂອງລາວ ຍັງຄົງມີທ່າແຮງສູງ ແລະ ສາມາດຂະຫຍາຍຕະຫຼາດໄປສູ່ສາກົນໄດ້ຢ່າງຕໍ່ເນື່ອງ ພ້ອມທັງເປັນແຮງຂັບເຄື່ອນສຳຄັນ ໃນການສ້າງລາຍຮັບ, ການຈ້າງງານ ແລະ ການເຕີບໂຕທາງເສດຖະກິດຂອງປະເທດ.
ພາບ-ຂ່າວ: ພະແນກສະຖິຕິກະສິກຳ ແລະ ສິ່ງແວດລ້ອມ, ກົມແຜນການ ແລະ ການຮ່ວມມື.


