ໃນວັນທີ 7 ກໍລະກົດ 2026 ຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ໄດ້ສັງລວມຄຳຄິດຄຳເຫັນຈາກສະມາຊິກສະພາແຫ່ງຊາດ (ສສຊ) 66 ທ່ານ ຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026 ໂດຍເນັ້ນໜັກໃຫ້ລັດຖະບານສຸມໃສ່ແກ້ໄຂບັນຫາທີ່ເປັນຫ່ວງຂອງສັງຄົມດັ່ງນີ້:
1. ວຽກງານງົບປະມານ ແລະ ການເງິນ:
ການຈັດເກັບລາຍຮັບ: ເນັ້ນໃຫ້ຫັນເປັນທັນສະໄໝ ແລະ ມີຈຸດສຸມ, ໂດຍສະເພາະຢູ່ດ່ານສາກົນ ແລະ ໂຄງການຂຸດຄົ້ນຊັບພະຍາກອນ (ແຮ່ທາດ, ພະລັງງານ) ເພື່ອປ້ອງກັນການຮົ່ວໄຫຼ ພ້ອມທັງສະເໜີສ້າງຕັ້ງຄະນະສະເພາະກິດຕິດຕາມກວດກາຢ່າງໃກ້ຊິດ.
ການບໍລິຫານງົບປະມານ: ສະເໜີໃຫ້ລັດຖະບານພິຈາລະນາປັບປຸງການແບ່ງຂັ້ນຄຸ້ມຄອງ, ໂດຍສະເພາະການເພີ່ມອັດຕາສ່ວນການນຳໃຊ້ງົບປະມານເກີນແຜນໃຫ້ແຂວງ (ຈາກ 50% ເປັນ 70/30 ຫຼື 80/20) ເພື່ອໃຫ້ທ້ອງຖິ່ນມີທຶນຮອນພັດທະນາຕົນເອງ, ກໍ່ສ້າງ ແລະ ບູລະນະເສັ້ນທາງ.
ທີ່ດິນ ແລະ ອາກອນ: ຕ້ອງອອກນິຕິກຳໃຫ້ຊັດເຈນ ແລະ ທັນສະໄໝ ເພື່ອເກັບລາຍຮັບຈາກທີ່ດິນ ແລະ ອາກອນການກໍ່ສ້າງໃຫ້ໄດ້ຢ່າງເຕັມເມັດເຕັມໜ່ວຍ.
2. ວຽກງານເງິນຕາ:
ຮຽກຮ້ອງໃຫ້ມີມາດຕະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ເງິນກີບອ່ອນຄ່າ ຢ່າງເຂັ້ມງວດຕາມກົດໝາຍ, ພ້ອມທັງສົ່ງເສີມການນຳເຂົ້າທຶນ ແລະ ສົ່ງອອກສິນຄ້າຜ່ານລະບົບທະນາຄານ.
3. ການພັດທະນາພື້ນຖານໂຄງລ່າງ:
ການກໍ່ສ້າງ-ສ້ອມແປງທາງ: ເນັ້ນໃຫ້ສຸມໃສ່ທາງຫຼວງແຫ່ງຊາດທີ່ເປ່ເພໜັກ ເຊັ່ນ: ເສັ້ນທາງ 13 ເໜືອ, ພ້ອມໃຫ້ກວດກາຄືນໂຄງການທີ່ບໍ່ມີຄວາມຄືບໜ້າ ແລະ ໃຫ້ຍົກເລີກສັນຍາເພື່ອເປີດປະມູນໃໝ່.
ການຄຸ້ມຄອງລົດບັນທຸກ: ຕ້ອງເຂັ້ມງວດກັບລົດບັນທຸກເກີນນ້ຳໜັກ ໂດຍການນຳໃຊ້ລະບົບເຕັກໂນໂລຊີດິຈິຕອນ ເຊື່ອມໂຍງຂໍ້ມູນສະຖານີຊັ່ງນ້ຳໜັກທົ່ວປະເທດ ເພື່ອຄວາມໂປ່ງໃສ.
4. ການສົ່ງເສີມການຜະລິດ ແລະ ກະສິກຳ:
ສະເໜີໃຫ້ລັດຖະບານມີນະໂຍບາຍສະໜອງແນວພັນ ແລະ ຕົ້ນທຶນການຜະລິດໃຫ້ປະຊາຊົນ, ສົ່ງເສີມການລົງທຶນດ້ານການປຸງແຕ່ງກະສິກຳເພື່ອທົດແທນການນຳເຂົ້າ ແລະ ເພີ່ມມູນຄ່າສິນຄ້າສົ່ງອອກ, ພ້ອມທັງໃຊ້ມາດຕະການທີ່ບໍ່ແມ່ນພາສີ ເພື່ອປົກປ້ອງການຜະລິດພາຍໃນໃຫ້ສາມາດແຂ່ງຂັນໄດ້.
ສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ລັດຖະບານ ຕັ້ງໜ້າແກ້ໄຂບັນຫາເຫຼົ່ານີ້ຢ່າງເປັນຮູບປະທຳ ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີສະຖຽນລະພາບ ແລະ ຍືນຍົງ.
ທີ່ມາຂໍ້ມູນ: ຂ່າວຜູ້ແທນປະຊາຊົນ


