ນາງ ວິນນາລີ ວັນທະລັງສີ ນັກກິລາລົດຖີບຄົນພິການຕາ ທີມຊາດລາວ ຊຶ່ງມີ ນາງ ໂບຕັນ ວິໄຊ ສາວນັກກິລາລົດຖີບຄົນປົກກະຕິ ທີ່ຖີບນຳທາງ ສາມາດສ້າງຜົນງານທີ່ພົ້ນເດັ່ນຄວ້າຫຼຽນທອງແດງ ໄລຍະ 1.000 ແມັດຍິງ ປະເພດລູ້ ໃນຂອບສະໜາມ ການແຂ່ງຂັນລົດຖີບຍິງຄົນພິການສາກົນ ລາຍການ Yangyang ຈັດຂຶ້ນ ທີ່ເມືອງຢາງຢາງ ສາທາລະນະລັດເກົາຫຼີ ລະຫວ່າງວັນທີ 7-9 ກໍລະກົດ 2026.
ວັນທີ 9 ກໍລະກົດ 2026 ນີ້ ນັກກິລາລົດຖີບຄົນພິການຍິງລາວ ຍັງຈະສືບຕໍ່ລົງແຂ່ງຂັນອີກໜຶ່ງລາຍການ.
ສຳລັບການເຂົ້າຮ່ວມໃນງານຄັ້ງນີ້ ສປປ ລາວ ໄດ້ສົ່ງຄະນະນັກກິລາ 3 ຄົນເຂົ້າຮ່ວມ ປະກອບມີ ທ່ານ ນິລັນຮັກ ສົມຈັນມະວົງ ຄູຝຶກ, ນາງ ໂບຕັນ ວິໄຊ ນັກປັ່ນຜູ້ນຳທາງນັກກິລາ ແລະ ນາງ ວິນນາລີ ວັນທະລັງສີ ນັກກິລາລົດຖີບຄົນພິການຕາລາວ ໃນໂອກາດຮ່ວມແຂ່ງຂັນ ທັງ 3 ທ່ານ ກໍໄດ້ເກັບຕົວຝຶກຊ້ອມ ຮ່ວມກັບແຄ້ມຝຶກຊ້ອມລະດັບໂລກ ທີ່ປະເທດດັ່ງກ່າວ.
ທີ່ມາ: ຂ່າວກິລາ ໂທລະພາບແຫ່ງຊາດລາວ


