ຢ່າຕົກເປັນເຫຍື່ອ ຂະບວນການຄ້າມະນຸດ ດ້ວຍການຖືພາແທນ )ອຸ້ມບຸນ)

ປັດຈຸບັນນີ້ ໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ໂຄສະນາຜ່ານສື່ອອນລາຍວ່າ: ຮັບສະໝັກຜູ້ຍິງມາຖືພາແທນ ຫຼື ອຸ້ມບຸນ ໂດຍມີເງື່ອນໄຂຕ່າງໆນາໆ ມາລໍ້ຕາລໍ້ໃຈ ໂດຍສະເພາະເມັດເງິນທີ່ສູງເຖິງ 200​ ລ້ານກີບ​ ຕໍ່ການຖືພາ 9 ເດືອນ.

ຕໍ່ກັບການໂຄສະນາດັ່ງກ່າວ ເປັນການໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ​ ຖ້າທ່ານໄປຮັບຈ້າງຖືພາ ທ່ານອາດຈະກາຍເປັນຜູ້ກະທໍາຜິດ ຫຼື ມີຄວາມສ່ຽງທີ່ຈະຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ສະນັ້ນ, ຈຶ່ງຮ້ຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ ຢ່າໄປຫຼົງເຊື່ອ ຕໍ່ກັບການໂຄສະນາດັ່ງກ່າວ.​

ການຖືພາແທນແບບຖືກຕ້ອງ ແມ່ນຕ້ອງປະຕິບັດຕາມຂັ້ນຕອນຕ່າງໆ ທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງຂອງກະຊວງ ສະທາລະນະສຸກ ສະບັບເລກທີ 2077/ສທ ລົງວັນທີ 08 ກໍລະກົດ 2020 ແລະ ຕ້ອງໄດ້ດຳເນີນການທາງດ້ານການແພດຢູ່ໂຮງໝໍຂອງລັດທີ່ໄດ້ຮັບການອະນຸຍາດ ຈາກກະຊວງສາທາ ລະນະສຸກເທົ່ານັ້ນ.

ຂໍໃຫ້ບັນດາທ່ານຈົ່ງພິຈາລະນາໃຫ້ດີ ກ່ອນຕັດສິນໃຈໄປຮັບສະມັກຖືພາ ຫຼື ຮັບຈ້າງຖືພາ; ຖ້າຫາກທ່ານມີຈຸດປະສົງຢາກມີລູກ ໂດຍຈະນໍາໃຊ້ຮູບແບບຖືພາແທນນັ້ນ ຕ້ອງເຂົ້າໄປປຶກສານໍາແພດຢູ່ໂຮງໝໍຂອງລັດ ເທົ່ານັ້ນ.

ຖ້າທ່ານພົບເຫັນຂະບວນການຄ້າມະນຸດ​ ໂທສາຍດ່ວນ 1300 ຫຼື​ ວັອດແອັບ 020 22881300.

ທີ່ມາ: ຄວາມສະຫງົບ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles