ໃນວາລະກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 8 ກໍລະກົດ 2026 ຜ່ານມາ, ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ແລະ ທິດທາງການພັດທະນາເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ.
ທ່ານລັດຖະມົນຕີ ຢືນຢັນວ່າ ຂະແໜງສາທາລະນະສຸກ ຍຶດໝັ້ນທິດນຳ “ຖືເອົາວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ການບໍລິການປິ່ນປົວຕ້ອງທົ່ວເຖິງ, ມີຄຸນນະພາບ, ສະເໝີພາບ ແລະ ຍຸຕິທຳ” ໂດຍມີແຜນຍຸດທະສາດສຳຄັນດັ່ງນີ້:
1) ການພັດທະນາໂຄງລ່າງ: ສືບຕໍ່ຍົກລະດັບໂຮງໝໍສູນກາງ ແລະ ແຂວງ ໃຫ້ມີຄວາມທັນສະໄໝ, ກຸ້ມຕົນເອງຕາມທິດ ສອຈ (ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ) ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງສາທາລະນະສຸກຮາກຖານ (ເມືອງ ແລະ ສຸກສາລາ) ໂດຍສົມທົບກັບອາສາສະໝັກສາທາລະນະສຸກບ້ານ (ອສບ) ເພື່ອກວດພະຍາດ ແລະ ໃຫ້ບໍລິການຢູ່ເຂດຫ່າງໄກ.
2) ນະໂຍບາຍສັງຄົມ: ສືບຕໍ່ປົກປ້ອງຄອບຄົວຜູ້ທຸກຍາກດ້ວຍບັດປະກັນສຸຂະພາບໂດຍບໍ່ເສຍຄ່າ, ພ້ອມທັງສະເໜີລັດຖະບານຄົ້ນຄວ້າສົມທົບຄ່າບໍລິການໃຫ້ຜູ້ມີອາຊີບອິດສະລະ ເພື່ອຫຼຸດຜ່ອນການຈ່າຍຄ່າບໍລິການດ້ວຍຕົນເອງ.
3) ການສະໜອງຢາ ແລະ ອຸປະກອນ: ສຸມໃສ່ການຜະລິດຢາພາຍໃນໃຫ້ເຂັ້ມແຂງ, ກຳນົດລາຍການຢາທີ່ຈຳເປັນ ແລະ ມອບສິດໃຫ້ທ້ອງຖິ່ນຈັດຊື້ໂດຍກົງ ເພື່ອຄວາມວ່ອງໄວ ແລະ ພຽງພໍ.
ໃນໄລຍະຜ່ານມາ, ຂະແໜງສາທາລະນະສຸກ ຍັງປະສົບກັບບັນຫາການຂາດແຄນບຸກຄະລາກອນ ຍ້ອນໂກຕ້າບັນຈຸບໍ່ສົມຄູ່ກັບພະນັກງານທີ່ອອກການ, ເຮັດໃຫ້ປັດຈຸບັນຕ້ອງອາໄສອາສາສະໝັກກວ່າ 6.000 ຄົນ. ນອກຈາກນັ້ນ, ງົບປະມານອຸດໜູນປະກັນສຸຂະພາບຈາກລັດຖະບານ ຍັງບໍ່ທັນກຸ້ມກັບການນຳໃຊ້ຕົວຈິງ. ດັ່ງນັ້ນ, ທ່ານລັດຖະມົນຕີ ຈຶ່ງສະເໜີໃຫ້ສະພາແຫ່ງຊາດ ແລະ ລັດຖະບານ ພິຈາລະນາອະນຸມັດໂກຕ້າພະນັກງານເພີ່ມຕື່ມໃນແຕ່ລະປີ ແລະ ເພີ່ມງົບປະມານປະກັນສຸຂະພາບ ເພື່ອຮັບປະກັນການບໍລິການທີ່ມີປະສິດທິພາບ.
ປັດຈຸບັນ ທົ່ວປະເທດມີ ໂຮງໝໍເມືອງ 135 ແຫ່ງ, ສຸກສາລາ 1.080 ແຫ່ງ, ມີບຸກຄະລາກອນຂັ້ນເມືອງ 6.892 ຄົນ, ຂັ້ນສຸກສາລາ ແລະ ຂັ້ນບ້ານ 3.105 ຄົນ, ນອກນັ້ນ ຍັງມີອາສາສະໝັກສາທາລະນະສຸກ ບ້ານ (ອສບ) ຫລາຍກວ່າ 20.000 ຄົນ ທີ່ກຳລັງປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນການເບິ່ງແຍງສຸຂະພາບປະຊາຊົນໃນທົ່ວປະເທດ.
ທີ່ມາ: ຂ່າວສານປະເທດລາວ


