Home Flash news ຂ່າວດີສຳລັບຊາວນະຄອນຫຼວງວຽງຈັນ! ລົດເມ “ຟຣີ” 5 ສາຍທາງ ເນື່ອງໃນວັນປູກຕົ້ນໄມ້ ແລະ ວັນເດັກນ້ອຍສາກົນ

ຂ່າວດີສຳລັບຊາວນະຄອນຫຼວງວຽງຈັນ! ລົດເມ “ຟຣີ” 5 ສາຍທາງ ເນື່ອງໃນວັນປູກຕົ້ນໄມ້ ແລະ ວັນເດັກນ້ອຍສາກົນ

0
12

ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດລາວເວີນ ໄດ້ປະກາດຂ່າວດີ ເພື່ອສົ່ງເສີມການໃຊ້ລົດເມສາທາລະນະ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນ ໂດຍຈະເປີດໃຫ້ບໍລິການ “ຟຣີ” ຈຳນວນ 5 ສາຍທາງ.

ກິດຈະກຳດັ່ງກ່າວ ຈະເລີ່ມໃນລະຫວ່າງວັນທີ 31 ພຶດສະພາ – 1 ມິຖຸນາ 2026 ເນື່ອງໃນໂອກາດ: ວັນປູກຕົ້ນໄມ້

ວັນເດັກນ້ອຍສາກົນ.

ສຳລັບ 5 ສາຍທາງທີ່ເປີດໃຫ້ນັ່ງຟຣີ ປະກອບມີ:

ໄອເຕັກ – ສາຍໃຕ້ – ດົງໂດກ

ໄອເຕັກ – ຕາດເຊົ້າ

ໄອເຕັກ – ໜອງໄຮ

ໄອເຕັກ – ດົງຄຳຊ້າງ

ໄອເຕັກ – ໂພນທັນ – ດອນປ່າໃໝ່ – ຈອມເຜັດ – ບ້ານຫ່ອມ

ທຸກສາຍທາງ ຈະເລີ່ມໃຫ້ບໍລິການອອກຈາກ “ໄອເຕັກ” ຕັ້ງແຕ່ເວລາ 09:00 ໂມງ ຫາ 18:00 ໂມງ ໂດຍ “ບໍ່ເສຍຄ່າ” ຕະຫຼອດການໃຫ້ບໍລິການ

ສຳລັບຜູ້ທີ່ຕ້ອງການສອບຖາມລາຍລະອຽດເພີ່ມເຕີມ ສາມາດຕິດຕໍ່ໄດ້ທີ່:

020 7692 8415

020 5164 0994

020 9683 4578

ທາງຜູ້ຈັດ ຂໍເຊີນຊວນພີ່ນ້ອງປະຊາຊົນ ຫັນມາໃຊ້ບໍລິການລົດເມສາທາລະນະ ເພື່ອຊ່ວຍຫຼຸດຜ່ອນການຈະລາຈອນ, ປະຢັດພະລັງງານ ແລະ ຮ່ວມກັນຮັກສາສິ່ງແວດລ້ອມ

ທີ່ມາ: ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here