ພະລັງໄວໜຸ່ມສາລະວັນ ລຸກຂຶ້ນປ່ຽນເມືອງ ຜ່ານໂຄງການ “ມື້ລະຖົງ”

ໄວໜຸ່ມແຂວງສາລະວັນ ໄດ້ຮ່ວມແຮງຮ່ວມໃຈກັນ ຈັດກິດຈະກຳອາສາສະໝັກເກັບຂີ້ເຫຍື້ອ ພາຍໃຕ້ໂຄງການ “ມື້ລະຖົງ” (One Bag A Day) ເພື່ອປູກຈິດສຳນຶກການຮັກສາສິ່ງແວດລ້ອມ ແລະ ສ້າງຄວາມສະອາດໃຫ້ຊຸມຊົນ ດ້ວຍການລົງມືເຮັດຕົວຈິງ ໂດຍບໍ່ຫວັງຜົນຕອບແທນ.

ກິດຈະກຳນີ້ ເລີ່ມຕົ້ນມາແຕ່ວັນທີ 10 ພຶດສະພາ 2026 ໂດຍໃນໄລຍະທຳອິດ ມີໄວໜຸ່ມພຽງ 2 ຄົນ ເລີ່ມເກັບຂີ້ເຫຍື້ອຢູ່ບໍລິເວນອະນຸສາວະລີອົງແກ້ວ ເມືອງສາລະວັນ ເພື່ອໃຫ້ສະຖານທີ່ມີຄວາມສະອາດ ແລະ ສວຍງາມ. ຕໍ່ມາ ກິດຈະກຳໄດ້ຮັບຄວາມສົນໃຈຈາກໄວໜຸ່ມໃນພື້ນທີ່ ເຂົ້າຮ່ວມເພີ່ມຂຶ້ນຢ່າງຕໍ່ເນື່ອງ ກາຍເປັນການເຕົ້າໂຮມຂອງຄົນຮຸ່ນໃໝ່ ທີ່ມີຈິດອາສາ ແລະ ຢາກເຮັດປະໂຫຍດໃຫ້ສັງຄົມ.

ນ້ອງສົດໃສ ວິໄລຄຳ ຫຼື “ນ້ອງແຈັກ” ຢູ່ບ້ານໂພນໄຜ່ ເມືອງສາລະວັນ ໄດ້ໃຫ້ສຳພາດວ່າ ແຮງບັນດານໃຈຂອງໂຄງການນີ້ ເກີດຈາກການເຫັນໂຄງການ “ມື້ລະຖົງ” ຢູ່ນະຄອນປາກເຊ ແລະ ເຫັນວ່າ ໄວໜຸ່ມແຂວງອື່ນເຮັດໄດ້ ສາລະວັນກໍຕ້ອງເຮັດໄດ້ເຊັ່ນກັນ. ນ້ອງແຈັກ ຍັງເນັ້ນວ່າ ການເລີ່ມຕົ້ນຈາກຕົນເອງ ເປັນສິ່ງສຳຄັນ ໂດຍບໍ່ຈຳເປັນຕ້ອງລໍຖ້າຄຳສັ່ງ ຫຼື ການຊັກຊວນຈາກຜູ້ອື່ນ.

ສຳລັບອຸປະກອນທີ່ໃຊ້ໃນການເກັບຂີ້ເຫຍື້ອ ເຊັ່ນ ຖົງມື ແລະ ຖົງຢາງດຳ ສ່ວນໃຫຍ່ໄດ້ມາຈາກການປະກອບສ່ວນຂອງສັງຄົມ ແຕ່ກໍຍັງບໍ່ພຽງພໍຕໍ່ຄວາມຕ້ອງການ. ຜູ້ໃດທີ່ຕ້ອງການສະໜັບສະໜູນ ສາມາດປະສານໄດ້ທີ່ເບີ 020 99 774 029.

ນ້ອງສຸມິນຕາ ຫຼື “ມີ່ມີ້” ສະມາຊິກຜູ້ຍິງຄົນທຳອິດຂອງກຸ່ມ ໄດ້ກ່າວວ່າ ຮູ້ສຶກດີໃຈທີ່ໄດ້ເປັນສ່ວນໜຶ່ງຂອງໂຄງການ ແລະ ໄດ້ເຮັດປະໂຫຍດໃຫ້ສ່ວນລວມ. ພ້ອມທັງເຫັນວ່າ ກິດຈະກຳນີ້ເປັນການປຸກຈິດສຳນຶກໃຫ້ໄວໜຸ່ມ ຫັນມາໃສ່ໃຈສິ່ງແວດລ້ອມ ບໍ່ຖິ້ມຂີ້ເຫຍື້ອຊະຊາຍ ແລະ ຮ່ວມກັນຮັກສາຄວາມສະອາດຂອງແຂວງ.

ທັງນີ້ ນ້ອງແຈັກ, ນ້ອງສຸມິນຕາ ແລະ ສະມາຊິກຄົນອື່ນໆ ຍັງໄດ້ເຊີນຊວນໄວໜຸ່ມສາລະວັນ ເຂົ້າຮ່ວມໂຄງການ “ມື້ລະຖົງ” ດ້ວຍຄວາມສະໝັກໃຈ ແລະ ເຮັດດ້ວຍຫົວໃຈຮັກສິ່ງແວດລ້ອມແທ້ໆ. ສະມາຊິກໃນກຸ່ມ ພ້ອມເສຍສະຫຼະເວລາສ່ວນຕົວ ມື້ລະ 1 ຊົ່ວໂມງ ເພື່ອອອກເກັບຂີ້ເຫຍື້ອຕາມສະຖານທີ່ສຳຄັນຕ່າງໆ ຂອງແຂວງ ໃຫ້ສະອາດ ແລະ ສວຍງາມ.

ໂຄງການ “ມື້ລະຖົງ” ຂອງແຂວງສາລະວັນ ຖືເປັນຕົວຢ່າງອັນດີຂອງພະລັງໄວໜຸ່ມຍຸກໃໝ່ ທີ່ກ້າຄິດ, ກ້າເຮັດ ແລະ ກ້າລົງມືປະຕິບັດເພື່ອສ່ວນລວມ. ນອກຈາກຊ່ວຍສ້າງຄວາມສະອາດໃຫ້ສັງຄົມແລ້ວ ຍັງເປັນການປູກຝັງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ສົ່ງເສີມໃຫ້ໄວໜຸ່ມໃຊ້ເວລາວ່າງໃຫ້ເກີດປະໂຫຍດຕໍ່ສັງຄົມ.

ທີ່ມາ: ໜັງສືພິມ ສາລະວັນ

: Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles