ຈີນ ພັດທະນາ “ໂຮງຮຽນອັດສະລິຍະ” ໃຊ້ AI ຕິດຕາມພຶດຕິກຳນັກຮຽນ

ສື່ຕ່າງປະເທດລາຍງານວ່າ ປະເທດຈີນກຳລັງເລັ່ງຜັກດັນໂຄງການ “ໂຮງຮຽນອັດສະລິຍະ” (Smart Campus) ໂດຍນຳເທັກໂນໂລຢີ AI ແລະ Big Data ມານຳໃຊ້ໃນການຄວບຄຸມ ແລະ ວິເຄາະພຶດຕິກຳຂອງນັກຮຽນໃນຫ້ອງຮຽນ ຢ່າງລະອຽດແບບເວລາຈິງ.

ລະບົບດັ່ງກ່າວ ບໍ່ພຽງແຕ່ກວດສອບການເຂົ້າ-ຂາດຮຽນ ແຕ່ຍັງສາມາດກວດຈັບພຶດຕິກຳຕ່າງໆ ເຊັ່ນ ການກົ້ມໜ້າ, ການເງີຍໜ້າຟັງບົດຮຽນ, ສີໜ້າ ແລະ ລະດັບຄວາມຈົດຈໍ່ຂອງນັກຮຽນໄດ້ຢ່າງແມ່ນຍຳ.

ຂໍ້ມູນລ່າສຸດລະບຸວ່າ ປັດຈຸບັນມີໂຮງຮຽນມັດທະຍົມໃນຈີນປະມານ 68% ໄດ້ນຳໃຊ້ລະບົບນີ້ແລ້ວ ແລະ ທາງການຈີນວາງແຜນຂະຫຍາຍໃຫ້ຄອບຄຸມທົ່ວປະເທດພາຍໃນປີ 2030.

ອີງຕາມ “ປື້ມຂາວການສຶກສາອັດສະລິຍະ” ຂອງກະຊວງສຶກສາທິການຈີນ ລະບຸວ່າ ນະໂຍບາຍນີ້ເລີ່ມມາຕັ້ງແຕ່ປີ 2018 ພາຍໃຕ້ “ແຜນພັດທະນາຂໍ້ມູນຂ່າວສານການສຶກສາ 2.0” ໂດຍໃນໄລຍະແລກ ໄດ້ນຳໃຊ້ເທັກໂນໂລຢີຈົດຈຳໃບໜ້າເພື່ອຄວບຄຸມການເຂົ້າ-ອອກໂຮງຮຽນ ແລະ ຫໍພັກນັກຮຽນ.

ຕໍ່ມາ ລະບົບໄດ້ຖືກພັດທະນາໃຫ້ກາຍເປັນ AI ອັດສະລິຍະແບບຄົບວົງຈອນ ໂດຍຮອດເດືອນຕຸລາ 2025 ຈີນໄດ້ສ້າງ “ຫ້ອງຮຽນອັດສະລິຍະ” ແລ້ວ 469 ຫ້ອງ

ຝ່າຍບໍລິຫານໂຮງຮຽນ ສາມາດຕິດຕາມຂໍ້ມູນຜ່ານລະບົບ “ບັນທຶກການສອນແບບປົກກະຕິ” ເພື່ອກວດສອບ “4 ອັດຕາໃນຫ້ອງຮຽນ” ປະກອບມີ:

ອັດຕາການເຂົ້າຮຽນ

ອັດຕາການເງີຍໜ້າຟັງບົດຮຽນ

ອັດຕາການນັ່ງແຖວໜ້າ

ອັດຕາການມີສ່ວນຮ່ວມໃນຫ້ອງຮຽນ

ປັດຈຸບັນ ໂຮງຮຽນໃນຈີນມີການຕິດຕັ້ງກ້ອງວົງຈອນປິດຢ່າງໜ້ອຍ 2 ຈຸດໃນແຕ່ລະຫ້ອງຮຽນ ເພື່ອກວດຈັບພຶດຕິກຳ ແລະ ໃຫ້ຄະແນນຄວາມຕັ້ງໃຈຂອງນັກຮຽນ ຖ້າຂາດຄວາມຈົດຈໍ່ ອາດຖືກຫັກຄະແນນ.

ນອກຈາກນັ້ນ AI ຍັງຖືກນຳໃຊ້ໃນການສອບເສັງລະດັບຊາດ “Gaokao” ຫຼື ການສອບເສັງເຂົ້າມະຫາວິທະຍາໄລຂອງຈີນ ໂດຍມີລະບົບ AI ກວດກາອັດສະລິຍະ ຮ່ວມກັບປະຕູກວດຄວາມປອດໄພ ແລະ ລະບົບຢືນຢັນຕົວຕົນດ້ວຍຂໍ້ມູນຊີວະພາບ ເພື່ອກວດຈັບພຶດຕິກຳຜິດປົກກະຕິໃນຫ້ອງສອບເສັງ.

ຂໍ້ມູນຈາກ: hkepc

ຮຽບຮຽງ: Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles