ການນຳເຂົ້າໝາກໄມ້ຜ່ານລົດໄຟລາວ-ຈີນ ທະລຸ 1 ແສນໂຕນ ເຕີບໂຕກວ່າ 30%.

ກຸ່ມບໍລິສັດເສັ້ນທາງລົດໄຟແຫ່ງຊາດຈີນ ສາຂາຄຸນໝິງ ຈຳກັດ ແຈ້ງໃຫ້ຮູ້ວ່າ ນັບຮອດວັນທີ 25 ພຶດສະພາ 2026 ນີ້, ການນຳເຂົ້າໝາກໄມ້ຂອງຈີນ ຜ່ານເສັ້ນທາງລົດໄຟລາວ-ຈີນ ໃນປີນີ້ ບັນລຸ 107.900 ໂຕນ ເພີ່ມຂຶ້ນຫຼາຍກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.

ສະຖານີບໍ່ຫານ ເຊິ່ງເປັນດ່ານທາງລົດໄຟລະດັບຊາດພຽງແຫ່ງດຽວ ທີ່ເຊື່ອມຕໍ່ລາວ-ຈີນ ກຳລັງກາຍເປັນສູນກາງສຳຄັນ ສຳລັບການຂົນສົ່ງໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ ເຂົ້າສູ່ຕະຫຼາດຈີນ.

ຕັ້ງແຕ່ຕົ້ນປີ 2026 ເປັນຕົ້ນມາ, ປະລິມານໝາກໄມ້ເຂດຮ້ອນຈາກອາຊີຕາເວັນອອກສຽງໃຕ້ ທີ່ຂົນສົ່ງເຂົ້າຈີນຜ່ານເສັ້ນທາງລົດໄຟ ມີປະລິມານເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະຖິຕິສູງສຸດໃນ 1 ມື້ ບັນລຸເຖິງ 3.665,1 ໂຕນ ສ້າງສະຖິຕິໃໝ່ໃນການຂົນສົ່ງໝາກໄມ້ຂ້າມຊາດ.

ປັດຈຸບັນ ຂະບວນລົດໄຟຕູ້ແຊ່ເຢັນ ຕາມເສັ້ນທາງ ຈີນ-ລາວ-ໄທ ໄດ້ໃຫ້ບໍລິການເປັນປົກກະຕິ ເຮັດໃຫ້ໝາກໄມ້ຄຸນນະພາບດີ ຈາກປະເທດໃນອາຊີຕາເວັນອອກສຽງໃຕ້ ສາມາດເຂົ້າເຖິງຕະຫຼາດຈີນໄດ້ພາຍໃນເວລາພຽງ 3 ວັນ.

ຄວາມເຕີບໂຕຂອງການຂົນສົ່ງຜ່ານລົດໄຟລາວ-ຈີນ ບໍ່ພຽງແຕ່ຊ່ວຍຫຼຸດເວລາ ແລະ ຕົ້ນທຶນດ້ານໂລຈິສຕິກເທົ່ານັ້ນ ແຕ່ຍັງເປັນກຳລັງສຳຄັນ ໃນການຜັກດັນການຄ້າ ແລະ ການເຊື່ອມໂຍງເສດຖະກິດລະຫວ່າງ ລາວ-ຈີນ-ອາຊຽນ ໃຫ້ຂະຫຍາຍຕົວຫຼາຍຂຶ້ນ.

ທີ່ມາ: CMG FM 93

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles