ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງໄຊສົມບູນ ອອກແຈ້ງການເຖິງ ຫ້ອງການ ຮສສ ເມືອງອານຸວົງ ແລະ ເມືອງລ້ອງຊານ ກ່ຽວກັບການຮັບສະໝັກ ແລະ ຄັດເລືອກແຮງງານລາວ ເພື່ອໄປເຮັດວຽກຕາມລະດູການ ໄລຍະ 05 ເດືອນ ຢູ່ເມືອງ ມ່ວນ, ແຂວງ ຈອນລານໍາໂດ, ສ. ເກົາຫຼີ ໃນປີ 2026 ນີ້.
ຕ້ອງການທັງໝົດ: 800 ຄົນ (ຍິງ 200 ຄົນ ແລະ ຄູ່ຜົວເມຍ 100 ຄູ່):
ເມືອງອານຸວົງ: ຕ້ອງການແຮງງານ 400 ຄົນ (ຍິງ 100 ຄົນ, ຄູ່ຜົວເມຍ 50 ຄູ່).
ວັນທີລົງສໍາພາດ: 15 – 16 ມິຖຸນາ 2026 (ເວລາ 08:30 – 16:00 ໂມງ).
ເມືອງລ້ອງຊານ: ຕ້ອງການແຮງງານ 400 ຄົນ (ຍິງ 100 ຄົນ, ຄູ່ຜົວເມຍ 50 ຄູ່).
ວັນທີລົງສໍາພາດ: 17 – 18 ມິຖຸນາ 2026 (ເວລາ 08:30 – 16:00 ໂມງ).
ໝາຍເຫດ: ສໍາລັບສະຖານທີ່ສໍາພາດ ແມ່ນມອບໃຫ້ທາງເມືອງເປັນຜູ້ປະສານງານ ແລະ ແຈ້ງໃຫ້ຜູ້ສະໝັກຊາບຕື່ມ.
ເງື່ອນໄຂຂອງຜູ້ສະໝັກ:
ເປັນພົນລະເມືອງລາວ ແລະ ອາໄສຢູ່ເມືອງກ່ຽວຂ້ອງຢ່າງໜ້ອຍ 1 ປີ.
ເພດຊາຍ ແລະ ເພດຍິງ ອາຍຸລະຫວ່າງ 25 – 39 ປີ (ສໍາລັບເພດຍິງ ຕ້ອງບໍ່ຢູ່ໃນໄລຍະຖືພາ ແລະ ບໍ່ມີລູກນ້ອຍຕໍ່າກວ່າ 1 ປີ).
ລວງສູງ 150 ຊັງຕີແມັດຂຶ້ນໄປ.
ເປັນຜູ້ປະກອບອາຊີບໃນຂະແໜງການກະສິກໍາ ເປັນພື້ນຖານ (ເຮັດໄຮ່, ເຮັດນາ, ເຮັດສວນ).
ມີສຸຂະພາບແຂງແຮງ, ຕາບໍ່ບອດສີ, ບໍ່ເປັນພະຍາດຕ້ອງຫ້າມ (ເຊັ່ນ: ໄວຣັດຕັບບີ, ວັນນະໂລກ, ໂຄວິດ-19, ປອດແຫ້ງ, ຊີຟີລິສ ແລະ ບໍ່ຕິດຢາເສບຕິດ).
ບໍ່ມີຄະດີຄວາມ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫຼີ ຫຼື ຖືກຈໍາກັດການເດີນທາງອອກນອກປະເທດ.
ຈົບການສຶກສາຊັ້ນປະຖົມຂຶ້ນໄປ (ສາມາດອ່ານ ແລະ ຂຽນພາສາລາວໄດ້).
ສາມາດຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງໄດ້.
ຕ້ອງມີໂທລະສັບ ສະມາດໂຟນ ເພື່ອໃຊ້ລົງທະບຽນຢູ່ ສ.ເກົາຫຼີ.
ເອກະສານທີ່ຕ້ອງກຽມມາໃນວັນສໍາພາດ:
ພາດສະປອດ (Passport) ສະບັບແທ້ ພ້ອມກອບປີ້ 02 ສະບັບ (ສໍາຄັນ! ຖ້າບໍ່ມີພາດສະປອດຈະບໍ່ຮັບເອກະສານເຂົ້າສໍາພາດ).
ໃບຢັ້ງຢືນທີ່ຢູ່ຈາກນາຍບ້ານທີ່ຕົນເອງອາໄສຢູ່.
ກອບປີ້ສໍາມະໂນຄົວ 02 ສະບັບ.
ກອບປີ້ບັດປະຈໍາຕົວ 02 ສະບັບ.
ຮູບຖ່າຍຂະໜາດ 3 x 4 (ພື້ນຂາວ) ຈໍານວນ 06 ໃບ.
ຮູບຖ່າຍຂະໜາດ 3.5 x 4.5 (ພື້ນຂາວ) ຈໍານວນ 06 ໃບ (ຮູບຖ່າຍທັງສອງຂະໜາດຕ້ອງຖ່າຍບໍ່ເກີນ 3 ເດືອນ).
ໃບຕາດິນຂອບທອງ ສະບັບແທ້ ພ້ອມກອບປີ້ 02 ສະບັບ (ຕ້ອງຖືມານໍາໃນມື້ສໍາພາດ).
ຮູບຖ່າຍດິນຕອນທີ່ຈະເອົາມາຄໍ້າປະກັນ.
ຄຳເຕືອນ: ສໍາລັບແບບຟອມສະໝັກ, ຄ່າລົງທະບຽນ, ຄ່າສະໝັກ ແລະ ຄັດເລືອກ ແມ່ນ “ບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆທັງສິ້ນ”
ຊ່ອງທາງການຕິດຕໍ່ສອບຖາມເພີ່ມເຕີມ: ທ່ານສາມາດພົວພັນນາຍບ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອຂຶ້ນທະບຽນ ຫຼື ຕິດຕໍ່ໂດຍກົງທີ່ ພະແນກ ຮສສ ແຂວງໄຊສົມບູນ ໂທ: 020 29712803 (ນາງ ໄນຈໍ).

