ຫວຽດນາມ ກຽມອອກກົດໝາຍສຸດເດັດຂາດ! ຫ້າມຜູ້ເກີດຫຼັງປີ 2010 ຊື້-ເສບຢາສູບຕະຫຼອດຊີວິດ

ກາຍເປັນກະແສຮືຮາ ແລະ ໄດ້ຮັບການສະໜັບສະໜູນຢ່າງລົ້ນເຫຼືອ! ກະຊວງສາທາລະນະສຸກ ປະເທດຫວຽດນາມ ກຳລັງຮ່າງກົດໝາຍສະເໜີມາດຕະການສຸດເຂັ້ມງວດ “ຫ້າມບຸກຄົນທີ່ເກີດຕັ້ງແຕ່ວັນທີ 1 ມັງກອນ 2010 ເປັນຕົ້ນໄປ ຊື້ ແລະ ເສບຢາສູບຢ່າງເດັດຂາດຕະຫຼອດຊີວິດ” ເພື່ອມຸ່ງໝັ້ນສ້າງ “ຄົນຮຸ່ນໃໝ່ທີ່ປອດຄວັນຢາສູບ” (Smoke-Free Generation) ໃຫ້ເກີດຂຶ້ນຈິງໃນອະນາຄົດ.

ເຫດຜົນທາງວິທະຍາສາດ: ປົກປ້ອງສະໝອງເດັກກ່ອນສາຍເກີນໄປ

ນັກວິທະຍາສາດ ແລະ ຊ່ຽວຊານດ້ານສາທາລະນະສຸກລະບຸວ່າ ສະໝອງຂອງມະນຸດ ໂດຍສະເພາະສ່ວນໜ້າ ທີ່ເຮັດໜ້າທີ່ຄວບຄຸມຄວາມຄິດ ແລະ ອາລົມ ຈະມີການພັດທະນາຢ່າງຕໍ່ເນື່ອງໄປຈົນຮອດອາຍຸ 25 ປີ.

1. ການໃຫ້ຊາວໜຸ່ມໄດ້ຮັບສານນິໂຄຕິນ (Nicotine) ຕັ້ງແຕ່ອາຍຸຍັງນ້ອຍ ຈະເຮັດໃຫ້ເກີດການຕິດຢາໄດ້ງ່າຍກວ່າຜູ້ໃຫຍ່.

2. ນິໂຄຕິນຈະເຂົ້າໄປທຳລາຍລະບົບປະສາດ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສະໝອງໃນໄລຍະຍາວແບບທີ່ບໍ່ສາມາດຟື້ນຟູຄືນມາໄດ້.

3. ມາດຕະການນີ້ ຍັງມີເປົ້າໝາຍເພື່ອຢຸດຢັ້ງການແຜ່ລະບາດຂອງຢາສູບໄຟຟ້າ (E-cigarettes) ໃນກຸ່ມໄວຮຽນ ເຊິ່ງພົບວ່າມີອັດຕາການເສບເພີ່ມຂຶ້ນຢ່າງກ້າວກະໂດດຈາກ 2.6% ໃນປີ 2019 ມາເປັນ 8.1% ໃນປີ 2023.

ຫຼຸດຜ່ອນຄວາມສູນເສຍທາງເສດຖະກິດ ແລະ ສາທາລະນະສຸກ

ນອກຈາກການຕັດວົງຈອນການຕິດນິໂຄຕິນ ແລະ ປົກປ້ອງປະຊາຊົນຈາກຄວັນຢາສູບມືສອງແລ້ວ, ຜົນການວິໄຈ ແລະ ຂໍ້ມູນສະຖິຕິຍັງຊີ້ໃຫ້ເຫັນຕົວເລກທີ່ໜ້າຕົກໃຈວ່າ:

1. ອັດຕາການເສຍຊີວິດ: ໃນແຕ່ລະປີ ມີປະຊາຊົນຫວຽດນາມເສຍຊີວິດຍ້ອນພະຍາດທີ່ກ່ຽວຂ້ອງກັບຢາສູບ (ເຊັ່ນ: ມະເຮັງ, ພະຍາດຫົວໃຈ ແລະ ຫຼອດເລືອດ) ສູງເຖິງ 103,000 ຄົນຕໍ່ປີ.

2. ມູນຄ່າຄວາມສູນເສຍ: ຄ່າໃຊ້ຈ່າຍໃນການປິ່ນປົວປ່ວຍ ແລະ ຄວາມສູນເສຍທາງດ້ານສະມັດຖະພາບການເຮັດວຽກ ມີມູນຄ່າສູງເຖິງ 108.7 ແສນລ້ານດົ່ງ (ປະມານ 94,000,000,000,000 ກີບ ) ຕໍ່ປີ ເຊິ່ງຄິດເປັນ 1.14% ຂອງ GDP ຂອງປະເທດເລີຍ.

ດັ່ງນັ້ນ, ການປະກາດແນວທາງ “ຫ້າມຄົນຮຸ່ນໃໝ່ເສບຢາສູບ” ຈຶ່ງຖືເປັນການລົງທຶນໄລຍະຍາວທີ່ຄຸ້ມຄ່າ ເພື່ອປ່ຽນງົບປະມານການປິ່ນປົວພະຍາດ ໃຫ້ກາຍມາເປັນງົບພັດທະນາການສຶກສາ ແລະ ເສດຖະກິດແທນ.

ແຫຼ່ງຂໍ້ມູນອ້າງອີງ: VnExpress, VietNamNet, Tuoi Tre News ແລະ SEATCA (Southeast Asia Tobacco Control Alliance)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles