ທຳມະຊາດມັກສ້າງສິ່ງມະຫັດສະຈັນໃຫ້ເຮົາໄດ້ຕື່ນຕາຕື່ນໃຈສະເໝີ ມື້ນີ້ຈະພາທຸກຄົນໄປຮູ້ຈັກກັບ “Tsitakakantsa” ຕົ້ນເບົາບັບ (Baobab) ທີ່ໄດ້ຮັບການຍອມຮັບວ່າ ມີຂະໜາດໃຫຍ່ທີ່ສຸດໃນໂລກ ແລະ ມີອາຍຸຍືນຍາວມາກວ່າ 1,200 ປີ ແຕ່ໜ້າເສຍດາຍທີ່ປັດຈຸບັນ ຍັກໃຫຍ່ຕົນນີ້ກຳລັງນັບຖອຍຫຼັງເຂົ້າສູ່ຊ່ວງເວລາສຸດທ້າຍຂອງຊີວິດແລ້ວ.
ເປີດພິກັດຍັກໃຫຍ່ແຫ່ງມາດາກັສກາ
ຕົ້ນເບົາບັບ Tsitakakantsa ຕັ້ງຢູ່ໃກ້ກັບເມືອງ ໂມຣົມເບ (Morombe) ໃນແຄວ້ນ ອັດຊິໂມ-ອານເດຣຟານາ (Atsimo-Andrefana) ເທິງເກາະມາດາກັສກາ. ຄວາມມະຫັດສະຈັນຂອງມັນມີດັ່ງນີ້:
• ຂະໜາດມະໂຫລານ: ມີເສັ້ນຮອບວົງຍາວເຖິງ 29 ແມັດ ແລະ ສູງເຖິງ 25 ແມັດ ທີ່ມາຂອງຊື່ສຸດແປກ: ຄຳວ່າ Tsitakakantsa ໃນພາສາທ້ອງຖິ່ນມີຄວາມໝາຍວ່າ “ຖ້າມີໃຜຮ້ອງເພງຢູ່ອີກຟາກໜຶ່ງຂອງຕົ້ນໄມ້ນີ້, ຄົນທີ່ຢູ່ຟາກກົງກັນຂ້າມຈະບໍ່ໄດ້ຍິນເລີຍ” ເພາະຮ່າງກາຍຂອງມັນໃຫຍ່ໂຕຈົນບັງສຽງໄດ້ມິດສະໜິດ.
ສິ່ງສັກສິດຂອງຊຸມຊົນ: ນອກຈາກຈະມີຄຸນຄ່າທາງວິທະຍາສາດທີ່ໃຫ້ນັກນິເວດວິທະຍາ (Ecologists) ໄດ້ສຶກສາແລ້ວ, ຕົ້ນເບົາບັບຍັກຕົນນີ້ ຍັງເປັນດັ່ງສິ່ງສັກສິດທີ່ຊາວພື້ນເມືອງໃຫ້ຄວາມເຄົາລົບນັບຖືຢ່າງສູງອີກດ້ວຍ.
ເມື່ອຍັກໃຫຍ່ຕ້ອງພ່າຍແພ້ໃຫ້ແກ່ “ກະລາເວລາ” ແລະ “ໂລກຮ້ອນ”
ເຖິງວ່າຈະຜ່ານຮ້ອນຜ່ານໜາວ ແລະ ຢັດຢືນມາໄດ້ດົນກວ່າພັນປີ, ແຕ່ຫຼ້າສຸດມີລາຍງານວ່າ ສະພາບຂອງ Tsitakakantsa ກຳລັງຄ່ອຍໆສະຫຼາຍ ແລະ ຜຸພັງໄປ ເຊິ່ງນັກວິຊາການໄດ້ວິເຄາະສາເຫດໄວ້ 2 ປັດໄຈຫຼັກ:
1. ວົງຈອນຊີວິດຕາມທຳມະຊາດ: ມັນເປັນເລື່ອງປົກກະຕິຂອງຕົ້ນເບົາບັບ ເມື່ອຮອດອາຍຸໄຂກໍຕ້ອງເສື່ອມສະພາບໄປ.
2. ພາວະໂລກຮ້ອນ: ຖືເປັນປັດໄຈເລັ່ງທີ່ໜ້າຢ້ານ ເພາະການປ່ຽນແປງຂອງສະພາບອາກາດ ເຮັດໃຫ້ວົງຈອນການສະຫຼາຍຕົວນີ້ເກີດຂຶ້ນໄວ ແລະ ຮຸນແຮງກວ່າເກົ່າ.
ອີກ 2-3 ປີ ຈະເຫຼືອພຽງຕຳນານ
ນັກວິຊາການຄາດວ່າ Tsitakakantsa ຈະໃຊ້ເວລາໃນການສະຫຼາຍຕົວຈົນໝົດສິ້ນພາຍໃນ 2-3 ປີຂ້າງໜ້າ ຫຼັງຈາກນັ້ນ ກໍຈະມີຕົ້ນໃໝ່ເກີດຂຶ້ນມາປ່ຽນແທນ. ແນວໃດກໍຕາມ, ກວ່າທີ່ຕົ້ນອ່ອນຕົ້ນໃໝ່ຈະເຕີບໃຫຍ່ຈົນມີຂະໜາດມະໂຫລານເທົ່າກັບຕົ້ນເດີມໄດ້ນັ້ນ… ພວກເຮົາອາດຈະຕ້ອງລໍຖ້າອີກດົນເຖິງ 1,000 ປີ.
ບົດຮຽນຈາກທຳມະຊາດ: ເລື່ອງລາວຂອງ Tsitakakantsa ເປັນສິ່ງເຕືອນໃຈຢ່າງດີວ່າ ບໍ່ມີສິ່ງໃດຄົງທົນຢູ່ໄດ້ຕະຫຼອດໄປ ແລະ ບັນຫາໂລກຮ້ອນບໍ່ໄດ້ເຮັດຮ້າຍແຕ່ມະນຸດ ເຮົາເທົ່ານັ້ນ ແຕ່ຍັງກຳລັງກືນກິນສິ່ງມະຫັດສະຈັນຂອງໂລກໃຫ້ຫາຍໄປເທື່ອລະໜ້ອຍນຳອີກ.
ທີ່ມາ: IUCN Red List, Nature Plants, MDPI – Diversity

