ທຸກຄົນຮູ້ ຫຼື ບໍ່? ວ່າກິ່ນຫອມຊ່ວຍໃຫ້ຜ່ອນຄາຍ ແຕ່ຫຼ້າສຸດ! ນັກວິໄຈຈາກແດນປາດິບ (ຍີ່ປຸ່ນ) ໄດ້ຄົ້ນພົບຄວາມລັບທີ່ໜ້າຕື່ນເຕັ້ນກວ່ານັ້ນ ເພາະການດົມກິ່ນຫອມບາງຊະນິດ ອາດສົ່ງຜົນຕໍ່ໂຄງສ້າງສະໝອງຂອງພວກເຮົາຫຼາຍກວ່າທີ່ຄິດ.
ການທົດລອງສຸດວ້າວ: ທີມນັກວິໄຈຈາກ ມະຫາວິທະຍາໄລກຽວໂຕ (Kyoto University) ແລະ ມະຫາວິທະຍາໄລສຶຄຸບະ (University of Tsukuba) ໄດ້ເຮັດການທົດລອງກັບອາສາສະໝັກຜູ້ຍິງ 50 ຄົນ ເປັນເວລາ 1 ເດືອນເຕັມ:
1. ກຸ່ມທີ 1 (28 ຄົນ): ໃຫ້ໃສ່ເສື້ອຜ້າທີ່ມີການຢອດນ້ຳມັນຫອມລະເຫີຍ “ກິ່ນກຸຫຼາບ” ຢ່າງຕໍ່ເນື່ອງ.
2. ກຸ່ມທີ 2 (22 ຄົນ): ເປັນກຸ່ມຄວບຄຸມ ໂດຍໃຊ້ນ້ຳຫຼ້າແທນ.
ເມື່ອສິ້ນສຸດການທົດລອງ ແລະ ນຳທຸກຄົນໄປສະແກນສະໝອງດ້ວຍເຄື່ອງ MRI ກໍພົບກັບຜົນລົບທີ່ໜ້າອັດສະຈັນ ກຸ່ມທີ່ໄດ້ດົມກິ່ນກຸຫຼາບມີ “ເນື້ອສະໝອງສີເທົາ” ເພີ່ມຂຶ້ນຢ່າງເຫັນໄດ້ຊັດ ເຊິ່ງເນື້ອສະໝອງສ່ວນນີ້ແມ່ນຫົວໃຈຫຼັກໃນການປະມວນຜົນຂໍ້ມູນ, ຄວາມຈຳ ແລະ ການຮຽນຮູ້.
ເປັນຫຍັງຕ້ອງເປັນ “ກິ່ນກຸຫຼາບ” ແລ້ວມັນໄປປ່ຽນສະໝອງໄດ້ແນວໃດ?
ນັກວິໄຈພົບວ່າ ບໍລິເວນສະໝອງທີ່ມີການປ່ຽນແປງຫຼາຍທີ່ສຸດຄື PCC (Posterior Cingulate Cortex) ເຊິ່ງເປັນສ່ວນທີ່ເຮັດໜ້າທີ່ກ່ຽວກັບຄວາມຈຳ ແລະ ການເອີ້ນຄືນຄວາມຊົງຈຳກ່ຽວກັບກິ່ນ.
• ສົມມຸດຕິຖານທີ 1: ສະໝອງມີການປັບຕົວຕໍ່ກິ່ນກຸຫຼາບທີ່ໄດ້ຮັບຕະຫຼອດເວລາ ສົ່ງຜົນໃຫ້ສະໝອງສ່ວນ PCC ຕ້ອງເຮັດວຽກຢ່າງຕໍ່ເນື່ອງເພື່ອປະມວນຜົນ ແລະ ຈັດເກັບຄວາມຊົງຈຳ ຈົນເຮັດໃຫ້ມັນມີບໍລິມາດເພີ່ມຂຶ້ນ.
• ສົມມຸດຕິຖານທີ 2: ສະໝອງອາດບໍ່ໄດ້ເບິ່ງວ່າກິ່ນກຸຫຼາບເປັນສິ່ງທີ່ເພີດເພີນສະເໝີໄປ ແຕ່ອາດເບິ່ງເປັນ “ສິ່ງລົບກວນເລັກນ້ອຍ” ເຮັດໃຫ້ສະໝອງຕ້ອງເຮັດວຽກໜັກຂຶ້ນໃນການຄວບຄຸມອາລົມ ຈົນເກີດການພັດທະນາໂຄງສ້າງ.
ໝາຍເຫດ: ການມີເນື້ອສະໝອງສີເທົາເພີ່ມຂຶ້ນ ບໍ່ໄດ້ໝາຍຄວາມວ່າຈະເຮັດໃຫ້ເຮົາ “ສະຫຼາດຂຶ້ນ” ໂດຍກົງ, ແຕ່ມັນມີຄວາມສຳຄັນຫຼາຍໃນການ “ຊະລໍການເສື່ອມຂອງສະໝອງ”
ຄວາມຫວັງໃໝ່ໃນການຕ້ານ “Alzheimer”
ຂ່າວດີຄື ສະໝອງສ່ວນ PCC ທີ່ເພີ່ມຂຶ້ນນີ້ ມັກຈະເປັນສ່ວນທຳອິດທີ່ “ຫົດຕົວລົງ” ໃນຜູ້ປ່ວຍໂລກສະໝອງເສື່ອມ ຫຼື ອັລໄຊເມີ (Alzheimer’s). ດັ່ງນັ້ນ, ການກະຕຸ້ນສະໝອງສ່ວນນີ້ດ້ວຍກິ່ນຫອມ ຈຶ່ງອາດເປັນແນວທາງໃໝ່ໃນການປ້ອງກັນໂລກສະໝອງເສື່ອມໃນອະນາຄົດ. ຂັ້ນຕອນກໍງ່າຍ, ຕົ້ນທຶນຕໍ່າ ແລະ ເຮັດໄດ້ໃນຊີວິດປະຈຳວັນ ບໍ່ວ່າຈະເປັນການທານ້ຳຫອມ, ໃຊ້ຄຣີມບຳລຸງຜິວ ຫຼື ການຈຸດອາໂຣມາໃນເຮືອນ.
ຮູບແບບການບຳບັດດ້ວຍກິ່ນ (Aromatherapy) ອາດບໍ່ແມ່ນພະຍາກອນເລື່ອນລອຍອີກຕໍ່ໄປ ແຕ່ແມ່ນວິທະຍາສາດທີ່ພິສູດໄດ້ ໃຜຢາກບຳລຸງສະໝອງ ແບບບໍ່ຕ້ອງເຈັບໂຕ ແນະນຳໃຫ້ໄປຊອກກິ່ນກຸຫຼາບມາຕິດໂຕໄວ້ເລີຍເດີ້.
ແຫຼ່ງຂໍ້ມູນອ້າງອີງ:
Kyoto University, University of Tsukuba

