ກຽມກ້ອງຊ່ອງ ແລະ ສະຫຼະເວລາອອກມາແນມເບິ່ງທ້ອງຟ້າກັນໃຫ້ດີ! ເພາະໃນຄືນວັນທີ 31 ພຶດສະພາ 2026 ນີ້ ຈະເກີດປາກົດການທາງດາລາສາດທີ່ຫາເບິ່ງໄດ້ຍາກ ແລະ ມີຄວາມພິເສດເຖິງ 2 ຢ່າງໃນຄືນດຽວ ນັ້ນກໍຄື “ໄມໂຄຣບຣູມູນ” (Micro Blue Moon) ຫຼື ດວງຈັນເຕັມດວງໄກໂລກທີ່ເປັນບຣູມູນນັ້ນເອງ.
ຄວາມພິເສດຢ່າງທີ 1 ໃນຄືນວັນທີ 31: ແມ່ນ “Blue Moon” (ບຣູມູນ) ຄຳວ່າ ບຣູມູນ ໃນທາງດາລາສາດບໍ່ໄດ້ໝາຍຄວາມວ່າດວງຈັນຈະກາຍເປັນສີຟ້າເດີ້ເຈົ້າ! ແຕ່ມັນຄືປາກົດການ “ດວງຈັນເຕັມດວງຄັ້ງທີ 2 ຂອງເດືອນ” (ປົກກະຕິແລ້ວໃນໜຶ່ງເດືອນຈະມີດວງຈັນເຕັມດວງພຽງຄັ້ງດຽວ ແຕ່ເດືອນພຶດສະພານີ້ມີເຖິງ 2 ຄັ້ງ ຄັ້ງທຳອິດແມ່ນວັນທີ 1 ພຶດສະພາ ແລະ ຄັ້ງທີສອງແມ່ນວັນທີ 31 ພຶດສະພາ).
ຄວາມພິເສດຢ່າງທີ 2 ໃນຄືນວັນທີ 31: ແມ່ນ “Micro Moon” (ໄມໂຄຣມູນ) ໃນຄືນດຽວກັນນີ້ ດວງຈັນຈະໂຄຈອນຢູ່ໃນຈຸດທີ່ ໄກຈາກໂລກທີ່ສຸດໃນຮອບປີ (Apogee) ດ້ວຍໄລຍະຫ່າງປະມານ 405,000 ກິໂລແມັດ. ເຮັດໃຫ້ພວກເຮົາແນມເຫັນດວງຈັນມີຂະໜາດ ນ້ອຍລົງກວ່າປົກກະຕິປະມານ 14% ແລະ ມີຄວາມສະຫວ່າງຫຼຸດລົງປະມານ 30% ເມື່ອທຽບກັບຕອນທີ່ດວງຈັນໃກ້ໂລກທີ່ສຸດ.
ເວລາໃດທີ່ຄວນເບິ່ງ?
ພວກເຮົາສາມາດເລີ່ມເບິ່ງດວງຈັນເຕັມດວງດວງນ້ອຍໆນີ້ໄດ້ດ້ວຍຕາເປົ່າ ຕັ້ງແຕ່ ຊ່ວງຄ່ຳຂອງວັນທີ 31 ພຶດສະພາ 2026 ເປັນຕົ້ນໄປ ທາງທິດຕາເວັນອອກ ຖ້າຟ້າເປີດ ແລະ ບໍ່ມີເມກຝົນບັງ ແມ່ນຈະສາມາດເຫັນໄດ້ຢ່າງຈະແຈ້ງທົ່ວປະເທດເລີຍ
Thai PBS News
Lao Youth Radio FM90MHz

