ໂດຍປະຕິບັດຕາມຂໍ້ຕົກລົງຂອງຄະນະກຳມະການປົກຄອງ ແຂວງສະຫວັນນະເຂດ ສະບັບເລກທີ 965/ຄປຂ ລົງວັນທີ 15 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຕິດຕາມ, ກວດກາ ແລະ ສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ ແລະ ໄມ້) ຂັ້ນແຂວງ, ໃນລະຫວ່າງວັນທີ 20-23 ພຶດສະພາ 2026, ທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ຫົວໜ້າຄະນະກວດກາ ໄດ້ນຳພາຄະນະພ້ອມພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາຢູ່ເຂດເມືອງພີນ ແລະ ເມືອງເຊໂປນ.
ການປະຕິບັດງານໃນຄັ້ງນີ້ ໄດ້ສົມທົບກຳລັງ ປກຊ-ປກສ ຂັ້ນແຂວງ ແລະ ອຳນາດການປົກຄອງ 3 ເມືອງເປົ້າໝາຍ ລວມມີຜູ້ເຂົ້າຮ່ວມປະມານ 180 ທ່ານ ແບ່ງອອກເປັນ 6 ຈຸງານ ເພື່ອເຂົ້າກວດກາ, ຕິດຕາມ ແລະ ສະກັດກັ້ນການຂຸດຄົ້ນແຮ່ທາດ ແລະ ຕັດໄມ້ຜິດກົດໝາຍຢ່າງເຂັ້ມງວດ.
ຜ່ານການກວດກາ ສາມາດພົບເຫັນ ແລະ ທັບມ້າງການລັກລອບຂຸດຄົ້ນແຮ່ຄຳ ແລະ ຕັດໄມ້ ຢູ່ 8 ຈຸດສຳຄັນ ຄື: ເມືອງເຊໂປນ 5 ຈຸດ ແລະ ເມືອງພີນ 3 ຈຸດ.
ຈຸດທີ 1: ເຂດບ້ານສອງແຄ (ສົບມີ້) ເມືອງເຊໂປນ
ເຈົ້າໜ້າທີ່ກັກຕົວຜູ້ກະທຳຜິດ 8 ຄົນ, ໃນນັ້ນ ສັນຊາດຫວຽດນາມ 4 ຄົນ ແລະ ສັນຊາດລາວ 4 ຄົນ.
ຈຸດທີ 2: ເຂດບ້ານໂພນໄຮ່
ຍຶດໄດ້ຖັງນ້ຳມັນກາຊວນ 6 ຖັງ, Passport ຄົນຫວຽດນາມ 16 ຫົວ, ໂທລະສັບ 10 ໜ່ວຍ ແລະ ລົດກະບະ 2 ຄັນ ພ້ອມອຸປະກອນຂຸດຄົ້ນຈຳນວນຫຼາຍ.
ຈຸດທີ 3: ບ້ານສອງແຄ (ສົບມີ້) ຈຸດທີ 2
ກັກຕົວຜູ້ຖືກຫາ 1 ຄົນ, ຍຶດຫີນຂຽວ 28 ໂຕນ, ລົດ Ford Ranger 1 ຄັນ ແລະ ກ້ອງວົງຈອນປິດ 2 ໜ່ວຍ.
ຈຸດທີ 4: ບ້ານຫ້ວຍຈັງ ເມືອງເຊໂປນ
ກັກຕົວຄົນຫວຽດນາມ 2 ຄົນ ແລະ ຍຶດລົດຈົກ Kobelco SK200 2 ຄັນ, ລົດບັນທຸກ 10 ລໍ້ 1 ຄັນ, ລົດຈັກ 1 ຄັນ ພ້ອມອຸປະກອນຂຸດຄົ້ນຈຳນວນຫຼາຍ.
ຈຸດທີ 5: ເຂດບ້ານນາ (ຄຸ້ມໂມ່ງ) ກຸ່ມບ້ານຈຽງຕູບ
ຍຶດລົດຈົກ 4 ຄັນ, ເຮືອຕິດເຄື່ອງ 5 ລຳ, ຈັກປັ່ນໄຟ, ຈັກດູດນ້ຳ ແລະ ອຸປະກອນຮ່ອນຄຳຈຳນວນຫຼາຍ.
ຈຸດທີ 6: ບ້ານພະລອງ ເມືອງພີນ
ພົບການຂຸດຄົ້ນແຮ່ຄຳຜິດກົດໝາຍ ແລະ ຍຶດອຸປະກອນຂຸດຄົ້ນທັງໝົດ. ນອກຈາກນັ້ນ ຍັງກວດພົບການລັກລອບຕັດໄມ້ ຢູ່ເຂດປ່າສະຫງວນ ໂດຍຍຶດໄມ້ຍາງ 35 ທ່ອນ ປະລິມາດ 46,231 ແມັດກ້ອນ ແລະ ໄມ້ຮາວ 1 ຕັບ ປະລິມາດ 1,100 ແມັດກ້ອນ.
ຈຸດທີ 7: ຫ້ວຍກະສາງ ເມືອງພີນ
ພົບຮ່ອງຮອຍການເຈາະຕີນພູ ແລະ ຂຸດຄົ້ນແຮ່ຄຳ ຈົນເຮັດໃຫ້ດິນເຈື່ອນ, ລະບົບນິເວດເສຍຫາຍ ແລະ ສາຍນ້ຳທຳມະຊາດຖືກທຳລາຍ.
ຈຸດທີ 8: ບ້ານແກ້ງລະແທງ ເມືອງພີນ
ພົບເຮືອບັກດູດຊາຍຂະໜາດໃຫຍ່ 1 ລຳ, ເຮືອດູດຊາຍຂະໜາດນ້ອຍ 1 ລຳ ແລະ ເຮືອດູດຊາຍແບບປະດິດອີກຫຼາຍກວ່າ 10 ລຳ ພ້ອມອຸປະກອນຂຸດຄົ້ນຄຳຈຳນວນຫຼາຍ.
ສຳລັບເຂດບ້ານສົບມີ່ ເມືອງເຊໂປນ ຖືວ່າເປັນຈຸດທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ພົບວ່າມີເນື້ອທີ່ເສຍຫາຍລວມ 4.6 ເຮັກຕາ, ຖືກຂຸດຄົ້ນຕາມແນວລຳນ້ຳຍາວ 1.1 ກິໂລແມັດ, ທຳລາຍພືດພັນທຳມະຊາດ 3.5 ເຮັກຕາ, ເກີດໜອງນ້ຳ 11 ຈຸດ ແລະ ມີດິນຖືກຂຸດຍ້າຍປະມານ 40,000-60,000 ແມັດກ້ອນ.
ນອກຈາກນີ້ ຍັງພົບວ່າການຂຸດຄົ້ນໄດ້ສົ່ງຜົນໃຫ້ທິດທາງການໄຫຼຂອງສາຍນ້ຳປ່ຽນແປງ, ເພີ່ມຄວາມສ່ຽງຕໍ່ການເຊາະເຈື່ອນຂອງຕາຝັ່ງ ແລະ ດິນຖົ່ມ ພ້ອມທັງທຳລາຍພືດພັນທ້ອງຖິ່ນ ເຊັ່ນ: ຕົ້ນໄຄ້, ຂີ້ເຫຼັກ ແລະ ກໍໄຜ່.
ຜູ້ຊ່ຽວຊານຄາດຄະເນວ່າ ການຟື້ນຟູລະບົບນິເວດໃຫ້ກັບຄືນສູ່ສະພາບເດີມ ອາດໃຊ້ເວລາ 15-20 ປີ ຫຼື ຫຼາຍກວ່ານັ້ນ.
ປັດຈຸບັນ ເຄື່ອງຂອງກາງ ແລະ ພາຫະນະທີ່ຢຶດໄດ້ທັງໝົດ ໄດ້ຖືກນຳໄປເກັບຮັກສາໄວ້ຢູ່ 4 ຈຸດຫຼັກ ຄື: ກອງບັນຊາການ ປກສ ເມືອງເຊໂປນ, ຄ້າຍຄຸມຂັງພາກໃຕ້ແກ້ງຄັນ, ກອງບັນຊາການ ປກຊ ເມືອງພີນ ແລະ ບາງສ່ວນຍັງຄຸ້ມກັນໄວ້ຢູ່ພາກສະໜາມ.
ທີ່ມາ: Savanhphathana News

