ໃນວັນທີ 25 ພຶດສະພາ 2026 ຜ່ານມາ, ບໍລິສັດ MOK ຈຳກັດ ໄດ້ຈັດພິທີສົ່ງມອບລົດ BYD SEALION 6 EV ໃຫ້ແກ່ເຈົ້າຂອງລົດ BYD ຈຳນວນ 103 ທ່ານ ຢູ່ທີ່ສູນປະຊຸມແຫ່ງຊາດລາວ, ນະຄອນຫຼວງວຽງຈັນ.
ກິດຈະກຳຂະໜາດໃຫຍ່ໃນຄັ້ງນີ້ ເປັນການມອບປະສົບການອັນໜ້າປະທັບໃຈ ແລະ ສົມກຽດໃຫ້ແກ່ບັນດາລູກຄ້າຜູ້ເປັນເຈົ້າຂອງລົດ. ນອກຈາກນີ້ ຍັງຖືເປັນການເລີ່ມຕົ້ນວິຖີຊີວິດການເດີນທາງສີຂຽວ ສຳລັບເຈົ້າຂອງລົດໃໝ່ທັງ 103 ທ່ານ.
ພາຍໃນງານມີເຈົ້າຂອງລົດ BYD, ແຂກຜູ້ມີກຽດ, ຄູ່ຮ່ວມມື ແລະ ທີມງານ MOK ເຂົ້າຮ່ວມຢ່າງພ້ອມພຽງ. ບັນຍາກາດພາຍໃນງານເປັນໄປຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມປິຕິຍິນດີຂອງລູກຄ້າທຸກທ່ານ.

ພາຍໃນງານມີກິດຈະກຳຫຼາກຫຼາຍ ເຊັ່ນ: ການລົງທະບຽນ, ການດຳເນີນເອກະສານຮັບມອບລົດ, ພິທີສົ່ງມອບລົດ, ການຖ່າຍຮູບລວມ, ການແນະນຳຟັງຊັນການໃຊ້ງານຂອງລົດ, ການແນະນຳບໍລິການຫຼັງການຂາຍ ແລະ ງານລ້ຽງຂອບໃຈເຈົ້າຂອງລົດ.
ຕົວແທນຈາກບໍລິສັດ MOK ໄດ້ກ່າວວ່າ ການທີ່ລູກຄ້າເລືອກ BYD ແລະ MOK ແມ່ນການສະທ້ອນເຖິງຄວາມໄວ້ວາງໃຈທີ່ມີຕໍ່ຜະລິດຕະພັນ ແລະ ການບໍລິການ. ການສົ່ງມອບລົດໃນຄັ້ງນີ້ ບໍ່ແມ່ນພຽງການສົ່ງມອບຍານພາຫະນະ ແຕ່ຍັງເປັນການສົ່ງມອບຄວາມໄວ້ວາງໃຈ, ຄວາມຮັບຜິດຊອບ ແລະ ເປັນຈຸດເລີ່ມຕົ້ນຂອງການບໍລິການ.
ບໍລິສັດ MOK ຍັງໄດ້ເນັ້ນຢ້ຳວ່າ “ການສົ່ງມອບລົດບໍ່ແມ່ນຈຸດສິ້ນສຸດ ແຕ່ແມ່ນຈຸດເລີ່ມຕົ້ນຂອງການບໍລິການ” ແລະ ບໍລິສັດຈະສືບຕໍ່ມອບການບໍລິການທີ່ດີ, ມີຄຸນນະພາບ, ທັນເວລາ ແລະ ມີຄວາມຮັບຜິດຊອບ ໃຫ້ແກ່ລູກຄ້າ BYD ທຸກທ່ານ.
ການສົ່ງມອບລົດ BYD SEALION 6 EV ຈຳນວນ 103 ຄັນໃນຄັ້ງນີ້ ຍັງສະທ້ອນເຖິງຄວາມນິຍົມຂອງ BYD ໃນຕະຫຼາດລາວ ແລະ ເປັນອີກກ້າວສຳຄັນຂອງ MOK ໃນການຜັກດັນການເດີນທາງສີຂຽວໃນປະເທດລາວ.

ຈຸດເດັ່ນພາຍໃນງານສົ່ງມອບ
ພາຍໃນພິທີ ທີມງານ MOK ໄດ້ຈັດໃຫ້ມີການແນະນຳຟັງຊັນຂອງລົດ BYD SEALION 6 EV ເພື່ອໃຫ້ເຈົ້າຂອງລົດໄດ້ເຂົ້າໃຈການໃຊ້ງານລົດຢ່າງຖືກຕ້ອງ. ພ້ອມກັນນັ້ນ ຍັງມີການແນະນຳບໍລິການຫຼັງການຂາຍ ເພື່ອໃຫ້ລູກຄ້າມີຄວາມໝັ້ນໃຈຫຼາຍຂຶ້ນ ຫຼັງຈາກຮັບມອບລົດໄປແລ້ວ.
ບໍລິສັດ MOK ຍັງໄດ້ຂໍສະແດງຄວາມຂອບໃຈໄປຍັງລູກຄ້າ, ຄູ່ຮ່ວມມື, ທີມງານ MOK ແລະ ທຸກພາກສ່ວນທີ່ໃຫ້ການສະໜັບສະໜູນ ເຮັດໃຫ້ພິທີສົ່ງມອບລົດ 103 ຄັນໃນຄັ້ງນີ້ ສຳເລັດລຸລ່ວງຢ່າງງົດງາມ.
ທ້າຍນີ້, MOK ຂໍອວຍພອນໃຫ້ເຈົ້າຂອງລົດ BYD SEALION 6 EV ທຸກທ່ານ ມີຄວາມສຸກກັບລົດຄັນໃໝ່, ຂັບຂີ່ປອດໄພ ແລະ ຮ່ວມເປັນສ່ວນໜຶ່ງໃນການຂັບເຄື່ອນການເດີນທາງສີຂຽວໃນປະເທດລາວ.
ຕິດຕໍ່ສອບຖາມ: ບໍລິສັດ MOK
ໂທ: 020 9846 5102
MOK Company

