ສຊປລ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025

ວັນທີ 26 ພຶດສະພາ 2026 ນີ້, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມມີ ຮອງເລຂາຄະນະບໍລິຫານງານພັກ ສູນກາງຊາວໜຸ່ມ, ກໍາມະການ ຄະນະປະຈໍາພັກ ສູນກາງຊາວໜຸ່ມ, ບັນດາເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກທົ່ວສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມ.

ພິທີດັ່ງກ່າວ, ໄດ້ຮັບຟັງການຂຶ້ນຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ທິດທາງແຜນການ ປີ 2026 ນໍາສະເໜີໂດຍ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ, ໄດ້ລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຕົວຈິງ ໂດຍສະເພາະຍາມໃດບັນດາໜ່ວຍພັກຮາກຖານກໍ່ຖືເອົາວຽກງານການເມືອງແນວຄິດເປັນກົກ ໃນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດຕົວຈິງ, ໄລຍະຜ່ານມາແມ່ນໄດ້ເອົາວຽກງານການຈັດຕັ້ງ ຍຶດໝັ້ນ ແລະປະຕິບັດ 5 ຫຼັກການ 3 ທິດນໍາ ໃນການກໍ່ສ້າງພັກ, ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງຮອບດ້ານ, ມີລະບຽບຫຼັກການ, ມີແບບແຜນການນໍາພາຕິດພັນກັບການປະຕິບັດໜ້າທີ່ການເມືອງຢ່າງມີພາລະວິໃສ ນອກນີ້; ຍັງໄດ້ຕີລາຄາຄືນວຽກງານທີ່ຍັງຄົງຄ້າງ, ບັນດາສາເຫດ, ບົດຮຽນທີ່ຖອດຖອນໄດ້ທີ່ຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ ແລະ ວາງທິດທາງການຈັດຕັ້ງປະຕິບັດໃນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.

ໂອກາດດັ່ງກ່າວ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ບາງບັນຫາທີ່ສໍາຄັນຄື:

1. ໃຫ້ຄະນະໜ່ວຍພັກ ຫັນເອົາແຜນການກໍ່ສ້າງໜ່ວຍພັກ ຂອງຄະນະບໍລິຫານງານພັກ ສ້າງເປັນແຜນ ການລະອຽດໃນການຈັດຕັ້ງປະຕິບັດໃນຄະນະໜ່ວຍພັກຂອງຕົນ ພ້ອມທັງແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍພັກ ແລະ ສະມາຊິກພັກ ຢ່າງຈະແຈ້ງ, ມີການຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ຊອກໃຫ້ເຫັນສະມາຊິກພັກຜູ້ດີເດັ່ນໃນວຽກງານວິຊາສະເພາະ ໃຫ້ໄດ້ 10% ຂອງສະມາຊິກພັກທັງໝົດ;

2. ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງຮັບປະກັນດ້ານຄຸນນະພາບ ຫຼີກລຽງການແລ່ນນໍາປະລິມານ ການຕີລາຄາການຈັດຕັ້ງປະຕິບັດ ໃນ 5 ດ້ານ ຕ້ອງຕີລາຄາຢ່າງພາວະວິໄສ, ກ້າຍອມຮັບຄວາມຈິງ, ອັນໃດທີ່ເຮັດໄດ້, ບັນຫາໃດທີ່ຍັງຄົງຄ້າງ, ຄ້າງຢູ່ຈຸດໃດ, ຄ້າງນໍາບຸກຄົນໃດ ຕ້ອງໄຈ້ແຍກໃຫ້ຊັດເຈນ;

3. ການຈັດຕັ້ງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນຄວາມຮັບຜິດຊອບ ລວມຂອງຄະນະບໍລິຫານງານພັກ, ຄະນະໜ່ວຍພັກຕາມທີ່ໄດ້ຈັບມືແຂ່ງຂັນໃຫ້ປາກົດຜົນເປັນຈິງ;

4. ຄະນະໜ່ວຍພັກ ຕ້ອງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ລັດຖະ ກອນ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ຂອງພັກ, ກົດລະບຽບພັກ, ກົດໝາຍ ຂອງລັດວາງອອກໃນແຕ່ລະໄລຍະ;

5. ຮຽກຮ້ອງມາຍັງບັນດາສະຫາຍ ຄະນະບໍລິຫານງານພັກ, ຄະນະຮັບຜິດຊອບ ໂດຍສະເພາະກົມຈັດຕັ້ງ ແລະ ກົມກວດກາ ລົງເລິກນໍາພາ-ຊີ້ນໍາ ໜ່ວຍພັກຮາກຖານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ການຊຸກຍູ້, ຕິດຕາມ ໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້;

6. ມອບໃຫ້ຄະນະກວດກາພັກ ຂອງອົງຄະນະພັກ ສຊປລ ໃນການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານຂອງບັນດາໜ່ວຍພັກ ແລະ ສະມາຊິກພັກ ໃນການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ ຂອງຄະນະພັກຂັ້ນເທິງ, ກົດໝາຍ, ກົດລະບຽບພັກ ຫາກພົບເຫັນການລະເມີດ ແມ່ນໃຫ້ຮີບຮ້ອນລາຍງານຕໍ່ຄະນະບໍລິຫານງານພັກ ສຊປລ ເພື່ອຄົ້ນຄວ້າມາດຕະການແກ້ໄຂໃຫ້ທັນການ.

ບົດຂ່າວ: ນິງນ໋ອງ ສຽງສະຫວັນ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles