ຄວາມຫວັງໃໝ່ຂອງມະນຸດທັງມວນ ເລີ່ມທົດລອງ “ວັກຊີນມະເຮັງປອດ mRNA” ຄັ້ງທຳອິດໃນມະນຸດ

ຖືເປັນກ້າວກະໂດດຄັ້ງໃຫຍ່ຂອງວົງການການແພດລະດັບໂລກ ເມື່ອແພດໝໍໄດ້ເລີ່ມທົດລອງ “ວັກຊີນປ້ອງກັນ ແລະ ຮັກສາມະເຮັງປອດ” ເປັນຄັ້ງທຳອິດໃນມະນຸດແລ້ວ ໂດຍກຳລັງປູພົມທົດລອງໃນ 7 ປະເທດທົ່ວໂລກ ເຊິ່ງຖືເປັນຄວາມຫວັງທີ່ຈະມາປ່ຽນອະນາຄົດຂອງການຮັກສາພະຍາດຮ້າຍນີ້.

ວັກຊີນນີ້ເຮັດວຽກແນວໃດ?

ວັກຊີນນີ້ມີຊື່ວ່າ BNT116 ຖືກພັດທະນາໂດຍບໍລິສັດ BioNTech (ບໍລິສັດຜູ້ພັດທະນາວັກຊີນໂຄວິດ-19 ຊື່ດັງ).

1. ເປົ້າໝາຍຫຼັກ: ເນັ້ນໂຈມຕີມະເຮັງປອດຊະນິດຈຸລັງບໍ່ທຳມະດາ (Non-Small Cell Lung Cancer – NSCLC) ເຊິ່ງເປັນຊະນິດທີ່ພົບເລື້ອຍທີ່ສຸດ ແລະ ມີອັດຕາການເສຍຊີວິດສູງທີ່ສຸດ.

2. ລະບົບເຮັດວຽກ: ຕົວວັກຊີນຈະໃຊ້ເຕັກໂນໂລຊີ mRNA ເຂົ້າໄປ “ຝຶກອົບຮົມ” ໃຫ້ລະບົບພູມຄຸ້ມກັນໃນຮ່າງກາຍຂອງເຮົາ ຮູ້ຈັກວິທີຊອກຫາ ແລະ ເຂົ້າທຳລາຍຈຸລັງມະເຮັງໂດຍກົງ ໂດຍບໍ່ສ້າງຄວາມເສຍຫາຍໃຫ້ແກ່ຈຸລັງດີສ່ວນອື່ນໆ ທີ່ຢູ່ອ້ອມຂ້າງ.

ປະຫວັດສາດໜ້າໃໝ່: ເລີ່ມສັກເຂັມທຳອິດແລ້ວ

ຜູ້ເຈັບຄົນທຳອິດ ທີ່ໄດ້ຮັບການສີດວັກຊີນປະຫວັດສາດນີ້ຄື ທ່ານ ຢານຸດ ຣາສ (Janusz Racz) ອາຍຸ 67 ປີ ຢູ່ທີ່ໂຮງໝໍມະຫາວິທະຍາໄລ ຄໍເລດ ລອນດອນ (University College London Hospitals) ປະເທດອັງກິດ.

ແຜນການທົດລອງ:

1. ການທົດລອງໃນໄລຍະທີ 1 (Phase 1) ນີ້ ຈະກວມເອົາຜູ້ປ່ວຍປະມານ 130 ຄົນຈາກ 7 ປະເທດທົ່ວໂລກ.

2. ຜູ້ປ່ວຍຈະໄດ້ຮັບວັກຊີນເປັນປະຈຳທຸກອາທິດ ຄວບຄູ່ໄປກັບການປິ່ນປົວດ້ວຍວິທີພູມຄຸ້ມກັນບຳບັດ (Immunotherapy) ເພື່ອເພີ່ມປະສິດທິພາບໃນການຕໍ່ສູ້ກັບມະເຮັງ.

ຄວາມຫວັງໃນການລົບລ້າງ “ມະເຮັງ” ໃຫ້ໝົດໄປ

ສິ່ງທີ່ເຮັດໃຫ້ນັກວິໄຈຕື່ນເຕັ້ນທີ່ສຸດຄື ວັກຊີນນີ້ບໍ່ພຽງແຕ່ເຂົ້າໄປ ທຳລາຍເນື້ອງອກ ທີ່ມີຢູ່ແລ້ວເທົ່ານັ້ນ, ແຕ່ມັນຍັງຖືກອອກແບບມາເພື່ອ “ປ້ອງກັນບໍ່ໃຫ້ມະເຮັງກັບມາເປັນຊ້ຳອີກ” ເຊິ່ງການກັບມາເປັນຊ້ຳ ຖືເປັນອຸປະສັກທີ່ໃຫຍ່ທີ່ສຸດໃນການຮັກສາຊີວິດຂອງຜູ້ປ່ວຍມະເຮັງປອດ.

ຖ້າຫາກການທົດລອງນີ້ປະສົບຜົນສຳເລັດ ມັນຈະເປັນການເປີດສາກຍຸກໃໝ່ຂອງ “ການຮັກສາມະເຮັງແບບສະເພາະບຸກຄົນ” ແລະ ຈະຊ່ວຍຢື້ຊີວິດຂອງຜູ້ຄົນໄດ້ເປັນລ້ານໆຄົນທົ່ວໂລກໃນອະນາຄົດ.

ແຫຼ່ງຂໍ້ມູນອ້າງອີງ:

• BioNTech ແລະ UCLH

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles