ເຕືອນໄພຮ້ານຄຳ! ລະວັງຢັດໃສ້ຂອງປອມແປງທາງໃນ

ສະມາຄົມຄຳ​ ເຄື່ອງປະດັບ​ ແລະ​ ອັນຍະມະນີລາວ​ ເຕື່ອນວ່າ: ຊ່ວງນີ້ ຂໍໃຫ້ທຸກທ່ານເພີ່ມຄວາມລະມັດລະວັງເປັນພິເສດ ເນື່ອງຈາກ​ວ່າ​ ມີກຸ່ມຄົນຕ່າງດ້າວນຳເອົາຄຳຮູບປະພັນຍັດໄສ້ (ປອມແປງທາງໃນ) ມາເລາະຂາຍຕາມຮ້ານຄຳ ເຊິ່ງມີລັກສະນະແນບນຽນຫຼາຍ ຖ້າບໍ່ກວດສອບໃຫ້ດີອາດຕົກເປັນເຫຍື່ອໄດ້.

ກົນໂກງ ແລະ ຈຸດສັງເກດທີ່ຕ້ອງລະວັງ:

ເບິ່ງພາຍນອກແມ່ນຄືຄຳແທ້: ຖ້ານຳເຂົ້າເຄື່ອງກວດສອບຂັ້ນຕົ້ນ ໂດຍທີ່ຍັງບໍ່ທັນໄດ້ຕັດ ຫຼື ຫຼອມ, ຕົວເຄື່ອງຈະສະແດງຜົນວ່າ​ເປັນຄຳບໍລິສຸດສູງເຖິງ 99%.

ຫຼັງຫຼອມເປັນກ້ອນ: ຄ່າຄວາມບໍລິສຸດຂອງຄຳຈະຫຼຸດລົງເຫຼືອປະມານ 97%.

ເມື່ອຕັດເບິ່ງດ້ານໃນ: ເນື້ອຄຳທາງໃນຈະມີລັກສະນະ “ຜຸ່ຍ” ແລະ ຖ້າສົ່ງກວດສອບຢ່າງລະອຽດ ຈະພົບວ່າເນື້ອຄຳແທ້ມີຢູ່ພຽງແຕ່ປະມານ 83% – 86% ເທົ່ານັ້ນ.

ທາດເຄມີທີ່ປອມປົນ: ກວດພົບທາດອື່ນເຈືອປົນ ເຊັ່ນ: ທັງສະເຕນ (W) ແລະ ຣີນຽມ (Re) ເຊິ່ງຖືກນຳມາຍັດໄສ້ທາງໃນເພື່ອເພີ່ມນ້ຳໜັກ ແລະ ຕົວະຕາເຄື່ອງກວດ.

ຂໍ້ແນະນຳ ແລະ ມາດຕະການປ້ອງກັນ:

ຂໍຄວາມຮ່ວມມືຈາກສະມາຊິກທຸກຮ້ານ “ຕ້ອງໄດ້ຕັດ ແລະ ຫຼອມຄຳເບິ່ງເນື້ອໃນກ່ອນຈະມີການຊື້ຂາຍ ຫຼື ຈ່າຍເງິນທຸກຄັ້ງ” ເພື່ອຄວາມແນ່ນອນ ແລະ ປ້ອງກັນຄວາມເສຍຫາຍ.

ຫາກພົບເຫັນບຸກຄົນທີ່ມີພຶດຕິກຳໜ້າສົງໄສ ຫຼື ນຳຄຳທີ່ມີລັກສະນະດັ່ງກ່າວມາຂາຍ, ກະລຸນາແຈ້ງຂໍ້ມູນຂ່າວສານເຂົ້າໃນກຸ່ມສະມາຄົມຄຳທັນທີ ເພື່ອຮ່ວມກັນເຝົ້າລະວັງ ແລະ ແຈ້ງເຕືອນໄພໃຫ້ສັງຄົມ.

ທີ່ມາ: ສະມາຄົມຄຳ​ ເຄື່ອງປະດັບ​ ແລະ​ ອັນຍະມະນີລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles