ນະຄອນຫຼວງວຽງຈັນເຊັນສັນຍາສຳປະທານ ແລະ ລົງທຶນກໍ່ສ້າງໂຮງງານຜະລິດນ້ຳປະປາ ເພີ່ມກຳລັງຜະລິດ 40.000 ແມັດກ້ອນຕໍ່ວັນ

(ນະຄອນຫຼວງວຽງຈັນ): ໃນວັນທີ 22 ພຶດສະພາ 2026, ທີ່ໂຮງແຮມແລນມາກແມ່ຂອງລີເວີໄຊ, ໄດ້ມີພິທີລົງນາມເຊັນສັນຍາສຳປະທານ ແລະ ລົງທຶນກໍ່ສ້າງໂຮງງານຜະລິດນ້ຳປະປາ ລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບໍລິສັດ ທໍ່ນໍ້າລາວ ອຸດສາຫະກຳເທັກໂນໂລຊີ ຈຳກັດຜູ້ດຽວ. ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສີສິລາດທົງສິນ ທອງເພັງ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍການນຳພາກສ່ວນທີ່ກ່ຽວຂ້ອງ.

ໂຄງການດັ່ງກ່າວ ປະກອບດ້ວຍການກໍ່ສ້າງໂຮງງານຜະລິດນ້ຳປະປາ 2 ແຫ່ງຄື:

1. ບ້ານທາດຂາວ, ເມືອງສີສັດຕະນາກ: ກຳລັງການຜະລິດ 20,000 ແມັດກ້ອນຕໍ່ວັນ.

2. ບ້ານຍາພະ, ເມືອງສີໂຄດຕະບອງ: ກຳລັງການຜະລິດ 20,000 ແມັດກ້ອນຕໍ່ວັນ.

ໂຄງການດຳເນີນໃນຮູບແບບ ກໍ່ສ້າງ-ດຳເນີນການ-ມອບໂອນ (BOT), ມີໄລຍະເວລາສຳປະທານ 30 ປີ (ນັບແຕ່ມື້ສຳເລັດການກໍ່ສ້າງ) ໂດຍບໍລິສັດ ທໍ່ນໍ້າລາວ ອຸດສາຫະກຳເທັກໂນໂລຊີ ຈຳກັດຜູ້ດຽວ ເປັນຜູ້ຮັບຜິດຊອບການບໍລິຫານ ແລະ ຄຸ້ມຄອງ.

ເຖິງວ່າສັນຍາກຳນົດໄລຍະເວລາກໍ່ສ້າງໄວ້ 1 ປີ, ແຕ່ທາງບໍລິສັດສາມາດຍາດແຍ່ງເວລາສຳເລັດການກໍ່ສ້າງໄດ້ພາຍໃນ 7 ເດືອນເທົ່ານັ້ນ ໂດຍນຳໃຊ້ເທັກໂນໂລຊີທີ່ທັນສະໄໝ. ປະຈຸບັນ, ທັງສອງໂຮງງານໄດ້ສຳເລັດການກໍ່ສ້າງ ແລະ ພ້ອມເປີດນຳໃຊ້ຢ່າງເປັນທາງການແລ້ວ.

ການຈັດຕັ້ງປະຕິບັດໂຄງການນີ້ ມີຈຸດປະສົງເພື່ອຜະລິດ ແລະ ສະໜອງນ້ຳສະອາດທີ່ມີມາດຕະຖານ ໃຫ້ແກ່ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ເພື່ອກະຈາຍນ້ຳໃຫ້ທົ່ວເຖິງປະຊາຊົນພາຍໃນຂອບເຂດໂຄງການ. ນີ້ຖືເປັນບາດກ້າວອັນສຳຄັນ ໃນການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອຍົກສູງຄຸນນະພາບຊີວິດຂອງປະຊາຊົນ ໃຫ້ສາມາດເຂົ້າເຖິງນ້ຳສະອາດທີ່ປອດໄພ ແລະ ຍືນຍົງ.

ໃນພິທີ, ຕາງໜ້າລົງນາມຝ່າຍລັດໂດຍ ທ່ານ ທະນົງສິນ ແສງພະວົງ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນນະຄອນຫຼວງວຽງຈັນ ແລະ ຝ່າຍບໍລິສັດໂດຍ ທ່ານ ນາງ ສຸຈິນດາ ແສງເພັດ, ຜູ້ອຳນວຍການບໍລິສັດ ທໍ່ນໍ້າລາວ ອຸດສາຫະກຳເທັກໂນໂລຊີ ຈຳກັດຜູ້ດຽວ.

ທີ່ມາ: ວຽງຈັນໃໝ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles