ນະຄອນຫຼວງວຽງຈັນ, ວັນທີ 21 ພຶດສະພາ 2026, ເທດສະການຮູບເງົາເອີຣົບ ປະຈໍາປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ ສະຖາບັນຝຣັ່ງ, ນະຄອນຫຼວງວຽງຈັນ ໂດຍມີຜູ້ຕາງໜ້າຈາກພາກລັດຖະບານ ແຫ່ງ ສປປ ລາວ, ຄະນະຜູ້ແທນທາງການທູດ, ນັກສ້າງຮູບເງົາ, ນັກສຶກສາ ແລະ ຜູ້ທີ່ສົນໃຈດ້ານວັດທະນະທຳ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອສະເຫຼີມສະຫຼອງສິລະປະຮູບເງົາເອີຣົບ ແລະ ພະລັງຂອງຮູບເງົາໃນການເຊື່ອມໂຍງວັດທະນະທຳເຂົ້າກັນ. ເທດສະການໃນປີນີ້ ຈັດຂຶ້ນໂດຍ ຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ສປປ ລາວ ຮ່ວມກັບ ບັນດາປະເທດສະມາຊິກສະຫະພາບ ເອີຣົບ ແລະ ຄູ່ຮ່ວມງານທ້ອງຖິ່ນ ເຊິ່ງໄດ້ນຳເອົາລາຍການຮູບເງົາທີ່ໄດ້ຮັບລາງວັນ, ກອງປະຊຸມສຳມະນາເພື່ອເສີມສ້າງຄວາມສາມາດ ແລະ ຂໍ້ລິເລີ່ມອັນໂດດເດັ່ນຕ່າງໆ ເພື່ອສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງ ລາວ ແລະ ເອີຣົບ.

ເທດສະການໃນປີນີ້ ໄດ້ນຳເອົາຮູບເງົາອັນໂດດເດັ່ນ 8 ເລື່ອງ ຈາກ 8 ປະເທດໃນເອີຣົບມາຈັດສາຍໄດ້ແກ່: ຝຣັ່ງ, ແຟງລັງ, ຮົງກາລີ, ອຽກລັງ, ລຸກຊຳບວກ, ຣູມານີ, ແອັດສະປາຍ ແລະ ສະວິດ ທີ່ແຕ່ລະເລື່ອງຈະເປັນການເປີດມຸມມອງອັນເປັນເອກະລັກໄປສູ່ຄວາມອຸດົມສົມບູນທາງດ້ານວັດທະນະທຳຂອງເອີຣົບ ທີ່ປະກອບດ້ວຍ 27 ປະເທດ ແລະ 24 ພາສາ. ນັບຕັ້ງແຕ່ຮູບເງົາແນວດຣາມາທີ່ຊວນໃຫ້ຄິດ ໄປຈົນເຖິງຮູບເງົາແນວຕະຫຼົກທີ່ສ້າງຮອຍຍິ້ມ ເຊິ່ງຮູບເງົາເຫຼົ່ານີ້ລ້ວນແຕ່ສະທ້ອນໃຫ້ເຫັນເຖິງຄວາມຫຼາກຫຼາຍທາງດ້ານສິລະປະຂອງທະວີບເອີຣົບ.
ເທດສະການຮູບເງົາເອີຣົບ ແມ່ນປະເພນີທີ່ໄດ້ຈັດຕັ້ງປະຕິບັດມາຢ່າງຍາວນານ ໂດຍຄະນະຜູ້ແທນສະຫະພາບ ເອີຣົບ ໃນທົ່ວໂລກ ເພື່ອແບ່ງປັນຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ພາສາຂອງເອີຣົບ ໃຫ້ແກ່ຜູ້ຊົມໃນລະດັບສາກົນ. ສຳລັບຢູ່ປະເທດ ລາວ, ເທດສະການຂອງພວກເຮົາໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນໃນປະຕິທິນກິດຈະກຳທາງດ້ານວັດທະນະທຳປະຈໍາປີ ທີ່ມີສ່ວນຊ່ວຍໃນຊຸກຍູ້ການເຊື່ອມໂຍງລະຫວ່າງປະຊາຊົນ ກໍ່ຄືການຮັດແໜ້ນຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງສັງຄົມຂອງພວກເຮົາໃຫ້ເລິກເຊິ່ງຍິ່ງຂຶ້ນ.

ໃນປີນີ້, ເທສະການໄດ້ກ້າວໄປຂ້າງໜ້າອີກໜຶ່ງບາດກ້າວ ດ້ວຍ 2 ຂໍ້ລິເລີ່ມໃໝ່ທີ່ໄດ້ຮັບການອອກແບບມາເພື່ອສະໜັບສະໜູນນັກສ້າງຮູບເງົາລາວ ແລະ ເສີມສ້າງການສົນທະນາທາງດ້ານວັດທະນະທຳ:
• ຂໍ້ລິເລີ່ມທຳອິດ ຄືການສະໜັບສະໜູນການຈັດງານສຳມະນາ 2 ຫົວຂໍ້ ໃຫ້ແກ່ຜູ້ສ້າງຮູບເງົາໄວໜຸ່ມໃນທ້ອງຖິ່ນຄື: ຫົວຂໍ້ກ່ຽວກັບສິລະປະການພາກສຽງ ແລະ ການພາກສຽງທັບ ແລະ ອີກຫົວຂໍ້ ແມ່ນກ່ຽວກັບການພັດທະນາຕົວລະຄອນ ແລະ ການເລົ່າເລື່ອງລາວ. ງານສຳມະນາເຫຼົ່ານີ້ມີຈຸດປະສົງ ເພື່ອສົ່ງເສີມຜູ້ມີພອນສະຫວັນ, ແລກປ່ຽນຄວາມຊ່ຽວຊານ ແລະ ເສີມສ້າງທັກສະໃຫ້ແກ່ນັກສ້າງສັນຊາວລາວ ແລະ ພວກເຮົາຫວັງຢ່າງຍິ່ງວ່າ ກິດຈະກຳນີ້ຈະມີສ່ວນຊ່ວຍສ້າງຄວາມໝັ້ນໃຈ ແລະ ສ້າງທັກສະແບບມືອາຊີບໃຫ້ແກ່ຜູ້ຜະລິດຮູບເງົາທ້ອງຖິ່ນ.
• ຂໍ້ລິເລີ່ມທີສອງ ຄືການຮ່ວມມືກັບກຸ່ມຮູບເງົາ (CinéClub) ຂອງ “Lanxang Shorts” ເຊິ່ງຈະມີການສາຍຮູບເງົາເອີຣົບ 4 ເລື່ອງ ທີ່ ສະຖາບັນຝຣັ່ງແຫ່ງນີ້ ຕາມດ້ວຍການສົນທະນາແລກປ່ຽນ ທີ່ຜູ້ຊົມສາມາດຮ່ວມສະແດງຄຳຄິດເຫັນກ່ຽວກັບເນື້ອຫາ, ເຕັກນິກ ແລະ ຄຸນລັກສະນະທີ່ເປັນເອກະລັກຂອງຮູບເງົາແຕ່ລະເລື່ອງ. ການຮ່ວມມືນີ້ ແມ່ນເປັນຫຼາຍກວ່າການສາຍຮູບເງົາ ເພາະມັນຄືການສ້າງພື້ນທີ່ໃຫ້ແກ່ການສົນທະນາ, ການຮຽນຮູ້ ແລະ ການສ້າງແຮງບັນດານໃຈ.

ນອກຈາກນີ້, ຜົນສຳເລັດໂດຍກົງຈາກກອງປະຊຸມສຳມະນາການພາກສຽງ, ພາຍໃນເທດສະການຈະມີການສາຍຮອບປະຖົມມະເລີກຂອງຮູບເງົາຮ່ວມທຶນລະຫວ່າງ ເຊັກ ແລະ ຣູມານີ ທີ່ໄດ້ຮັບການພາກສຽງເປັນພາສາລາວ ເຊິ່ງຖືເປັນຄັ້ງທຳອິດໃນ ລາວ. ຮູບເງົາເລື່ອງນີ້ຈະສາຍຢູ່ສະຖາບັນຝຣັ່ງ ໃນວັນທີ 3 ກໍລະກົດ ກ່ອນທີ່ຈະເດີນທາງໄປສາຍຢູ່ ໂຮງຮຽນຮູບເງົາປະຫວັດສາດ ທີ່ແຂວງສະຫວັນນະເຂດ ໃນເດືອນກັນຍາ ແລະ ທີ່ງານບຸຸຸນມະໂຫລານຮູບເງົາ Blue Chair ທີ່ແຂວງ ຫຼວງພະບາງ ໃນເດືອນທັນວາ. ຂໍ້ລິເລີ່ມນີ້ຖືເປັນສິ່ງທີ່ພິສູດໃຫ້ເຫັນວ່າ ພາສາບໍ່ໄດ້ເປັນອຸປະສັກຕໍ່ການຖ່າຍທອດເລື່ອງລາວອັນຍິ່ງໃຫຍ່ ແລະ ທັງເປັນຂີດໝາຍອັນສຳຄັນໃນການແລກປ່ຽນວັດທະນະທຳລະຫວ່າງ ເອີຣົບ ແລະ ລາວ.

ເທດສະການຮູບເງົາໃນປີນີ້ ສາມາດເກີດຂຶ້ນໄດ້ຍ້ອນການຮ່ວມງານກັບ ກົມຮູບເງົາ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວ, ສະຖາບັນຝຣັ່ງ, ກຸ່ມ Lanxang Shorts, ງານບຸນມະໂຫລານຮູບເງົາ Blue Chair ພ້ອມດ້ວຍ 8 ປະເທດໃນເອີຣົບ ທີ່ເຂົ້າຮ່ວມ.
ເທດສະການຮູບເງົາຈະຈັດຂຶ້ນນັບຕັ້ງແຕ່ວັນທີ 21 ຫາ 24 ພຶດສະພາ ໂດຍມີການສາຍຮູບເງົາເປັນປະຈຳທຸກວັນ ທີ່ ສະຖາບັນຝຣັ່ງ,ນະຄອນຫຼວງວຽງຈັນ.
ພວກເຮົາຂໍເຊີນຊວນທຸກທ່ານມາຮ່ວມເດີນທາງຜ່ານໂລກແຫ່ງຮູບເງົາ ເຊິ່ງເປັນການເດີນທາງທີ່ຈະມອບທັງຄວາມມ່ວນຊື່ນ, ເສີມສ້າງຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຮັດແໜ້ນມິດຕະພາບອັນແໜ້ນແຟ້ນລະຫວ່າງ ເອີຣົບ ແລະ ສປປ ລາວ ໃຫ້ເລິກເຊິ່ງຍິ່ງຂຶ້ນ.

