ສະຖານະການ ເສືອໂຄ່ງ ຢູ່ລາວໜ້າເປັນຫ່ວງ ອາດໃກ້ສູນພັນ

ຈິນຕະນາການນໍາກັນລອງເບິ່ງ…ຖ້າມື້ໜຶ່ງ ມີການລົງຂ່າວວ່າ ເສືອໂຄ່ງ ທີ່ເຄີຍພົບເຫັນ ແລະ ອາໄສ ຢູ່ ສປປ ລາວ, ມາຮອດຕອນນີ້ ໄດ້ດັບສູນໄປແລ້ວ… ທ່ານຈະຮູ້ສຶກແນວໃດ?

ໃນຄວາມເປັນຈິງ ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ, ອົງການ WWF ໄດ້ລາຍງານໃຫ້ຮູ້ວ່າ ບໍ່ມີໃຜເຫັນ, ບໍ່ມີກ້ອງດັກຖ່າຍໃດ ທີ່ສາມາດ ຈະຈັບພາບ ເສືອໂຄ່ງໃນທໍາມະຊາດຢູ່ລາວ ໄດ້ອີກເລີຍ. ຄວາມງຽບນີ້ ແກ່ຍາວ ມາຫຼາຍກວ່າ 10 ປີ… ແລ້ວ ພວກເຮົາ ຈະໃຫ້ເລື່ອງນີ້ ກາຍເປັນຈຸດປ່ຽນ ຂອງຄວາມອຸດົມສົມບູນຢູ່ລາວ ໄປຕະຫຼອດການບໍ່ ?

ລາວຍັງບໍ່ທັນຍອມຜ່າຍແພ້ຕໍ່ເລື່ອງນີ້

ປີ 2026 ນີ້ ລັດຖະບານ ສປປ ລາວ ໄດ້ອະນຸມັດ ແຜນດໍາເນີນງານຟື້ນຟູເສືອໂຄ່ງແຫ່ງຊາດ ສໍາລັບ 10 ປີຂ້າງໜ້າ (2026–2035) ຢ່າງເປັນທາງການ. ນີ້ບໍ່ແມ່ນພຽງແຕ່ເປັນ “ເອກະສານ” ທໍາມະດາ, ແຕ່ມັນແມ່ນ ຄໍາໝັ້ນສັນຍາ ຂອງຄົນລາວທັງຊາດ ວ່າ…”ພວກເຮົາຈະບໍ່ປ່ອຍໃຫ້ ເສືອໂຄ່ງຫາຍໄປຈາກແຜ່ນດິນລາວ ໂດຍບໍ່ສູ້ ບໍ່ເຮັດຫຍັງ.”

ພວກເຂົາຈະສູ້ແນວໃດ?

ແຜນການນີ້ຈະສຸມໃສ່ 4 ພື້ນທີ່ຫຼັກ ຄື:

ອັນດັບ 1 — ປ່າສະຫງວນນໍ້າປຸຍ ທີ່ຕິດຊາຍແດນໄທ ເຊິ່ງຖືວ່າມີໂອກາດສູງສຸດໃນການຕ້ອນຮັບເສືອໂຄ່ງຄືນ

ອັນດັບ 2 — ອຸທິຍານ 3 ແຫ່ງທີ່ຍັງອຸດົມສົມບູນ ໄດ້ແກ່ ນໍ້າແອດ-ພູເລີຍ, ນາກາຍ-ນໍ້າເທີນ ແລະ ເຊປຽນ ແຕ່ລະພື້ນທີ່ ຈະມີການ ຟື້ນຟູຖິ່ນທີ່ຢູ່, ຟື້ນຟູສັດເຫຍື່ອ ແລະ ສ້າງຮົ້ວປ້ອງກັນທີ່ເຂັ້ມແຂງ ຂຶ້ນ — ເພາະເສືອໂຄ່ງຈະກັບຄືນໄດ້ ກໍ່ຕໍ່ເມື່ອມີອາຫານ ແລະ ຄວາມປອດໄພລໍຖ້າຢູ່.

ມີແຕ່ ສປປ ລາວ ທີ່ຢືນຢູ່ຄົນດຽວໃນການຕໍ່ສູ້ນີ້ບໍ?

ບໍ່ແມ່ນ… ເສືອໂຄ່ງບໍ່ຮູ້ຈັກຊາຍແດນ, ແຕ່ ການຮ່ວມມືກັບ ໄທ, ຫວຽດນາມ ແລະ ປະເທດໃກ້ຄຽງທີ່ຍັງມີເສືອໃນທໍາມະຊາດ ຈຶ່ງເປັນ ຫົວໃຈສໍາຄັນ ຂອງແຜນການ. ອົງການ WWF Laos ແມ່ນພ້ອມຢູ່ຄຽງຂ້າງ ທັງດ້ານວິຊາການ ແລະ ງົບປະມານ ເພື່ອສະໜັບສະໜູນໂຄງການນີ້.

ຮູ້ບໍ່? ລາວຄື 1 ໃນ 13 ປະເທດທົ່ວໂລກ ທີ່ຍັງຖືກຈັດໃຫ້ເປັນ “ດິນແດນຂອງເສືອໂຄ່ງ” — ນັ້ນໝາຍຄວາມວ່າ ຜືນດິນລາວ ຍັງມີທ່າແຮງ ທີ່ຈະຕ້ອນຮັບລາຊາແຫ່ງປ່າກັບຄືນມາໄດ້.

ແລ້ວເສືອໂຄ່ງຕ້ອງການຫຍັງຈາກພວກເຮົາ?

ມັນຕ້ອງການ ປ່າທີ່ອຸດົມສົມບູນ ທີ່ພວກເຮົາຊ່ວຍກັນຮັກສາ ມັນຕ້ອງການ ສັດທີ່ສາມາດ ເປັນເຫຍື່ອໃຫ້ມັນ ໃນບ່ອນທີ່ມັນຍັງອາໄສຢູ່ໃນປ່ານັ້ນ, ມັນຕ້ອງການ ມະນຸດ ທີ່ຢຸດເຊົາການລ່າ ຢຸດເຊົາການຄ້າຂາຍ ແລະ ເລີ່ມຕົ້ນປ້ອງກັນ ພວກມັນ.

ຄໍາຖາມຫາພວກເຮົາທຸກຄົນແມ່ນ… ແລ້ວພວກເຮົາ ພ້ອມແລ້ວບໍ່ ທີ່ຈະເປັນສ່ວນໜຶ່ງຂອງເລື່ອງນີ້ ຫຼື ລໍເບິ່ງໃຫ້ເສືອໂຄ່ງຫາຍໄປຕະຫຼອດການ?

Source: WWF

Photo: Ola Jennersten

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles